ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ຕອບໂຕ້ຄືນ ຕໍ່ການສະແດງທັດສະນະ ຂອງທ່ານຣອມນີ (ວີດິໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ເວົ້າວ່າ
ຜູ້ໃດກໍຕາມ ທີ່ໄດ້ເຂົ້າກໍາຕຳແໜ່ງຢູ່ທໍານຽບຂາວ ແມ່ນເປັນຕົວ
ແທນໃຫ້ແກ່ທັງໝົດປະເທດ ຊຶ່ງເປັນການໂຕ້ແຍ້ງຕໍ່ການສະ
ແດງທັດສະນະຂອງຄູ່ແຂ່ງທ່ານ ຈາກພັກຣີພັບບລິກັນເມື່ອບໍ່
ນານມານີ້ທີ່ໄດ້ເວົ້າວ່າ ເກືອບເຄິ່ງນຶ່ງຂອງຄົນອາເມຣິກັນ ທີ່ໄປ
ອອກສຽງ ແມ່ນຕົກເປັນ “ຜູ້ໄດ້ຮັບ ເຄາະຮ້າຍ” ທີ່ກາງຕໍ່ອາໄສ ລັດຖະບານ.

ໃນການປະກົດຕົວໃນລາຍການໂທລະພາບທີ່ມີຊື່ສຽງ “Late
Show with David Letterman” ໃນວັນອັງຄານວານນີ້ນັ້ນ
ປະທານາທິບໍດີ Obama ໄດ້ຕອບໂຕ້ຢ່າງເປັນການເປີດເຜີຍຄັ້ງ
ທໍາອິດ ຕໍ່ວີດິໂອທີ່ຖືກ ລັກອັດຂອງທ່ານຣອມນີ ທີ່ກ່າວຢູ່ໃນການ ອອກຊອກຫາທຶນສ່ວນຕົວໃນ ເດືອນພຶດສະພາຜ່ານມາ.

ໃນວີດິໂອ ທີ່ນຳອອກເຜີຍແຜ່ໃນວັນຈັນຜ່ານມາໂດຍສາລະສານເສລີນິຍົມຊື່ Mother Jones ໄດ້ສະ ແດງ ໃຫ້ເຫັນວ່າ ອະດີດຜູ້ປົກຄອງ ລັດມັດຊາຈູເຊັດ ກ່າວຕໍ່ຜູ້ຟັງວ່າ 47% ຂອງຜູ້ມີສິດເລືອກຕັ້ງທີ່ສະ ໜັບສະໜຸນປະທານາທິບໍດີນັ້ນ ບໍ່ຈ່າຍພາສີ ແຕ່ເຊື່ອວ່າ ພວກເຂົາເຈົ້າ “ແມ່ນມີສິດໄດ້ຮັບການປິ່ນປົວພະຍາດ, ອາຫານ, ເຮືອນຢູ່, ແລະອື່ນໆ
ຈົນນັບບໍ່ຖ້ວນ.” ທ່ານຣອມນີກ່າວອີກວ່າ ທ່ານຈະບໍ່ເປັນຫ່ວງກ່ຽວກັບ “ພວກຄົນເຫລົ່ານັ້ນ.”

ທ່ານ Obama ເວົ້າວ່າ ການເປັນປະທານາທິບໍດີ ກໍໝາຍຄວາມວ່າ “ຈະຕ້ອງໄດ້ເຮັດ ວຽກ ເພື່ອທຸກຄົນ ບໍ່ແມ່ນສະເພາະແຕ່ຄົນບາງກຸ່ມທໍ່ນັ້ນ.”

ເບິ່ງວີດິໂອທ່ານຣອມນີ ກ່າວອອກຄໍາເຫັນກ່ຽວຂ້ອງກັບເລື້ອງນີ້

XS
SM
MD
LG