ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ໂອບາມາ ກ່າວ​ວ່າ ບັນຫາ​ຕ່າງໆ​ຂອງ ​ປະ​ເທດຊາດ​ນັ້ນ ສາມາດ​ແກ້​ໄຂ​ໄດ້ (ວີດີໂອ)


ປະທານາທິບໍດີໂອບາມາ ຂະນະຫາສຽງ ທີ່ລັດຟລໍຣິດາ.
ປະທານາທິບໍດີໂອບາມາ ຂະນະຫາສຽງ ທີ່ລັດຟລໍຣິດາ.
ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ໄດ້​ບອກ​ພວກ​ປ່ອນ ບັດ​ທັງຫຼາຍຢູ່​ລັດ​ຟລໍຣິດາ ຊຶ່ງ​ເປັນລັດ​ທີ່​ສໍາຄັນ​ທີ່​ສຸດ​ຕໍ່​ການ​ເລືອກ​ຕັ້ງ​ສະ​ໄໝທີ່ສອງ​ຂອງ​ທ່ານ ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ບັນຫາ​ຕ່າງໆ​ຂອງ​ປະ​ເທດຊາດ​ນັ້ນ ສາມາດ​ແກ້​ໄຂ​ໄດ້ ຊຶ່ງ​ທ່ານໄດ້​ເນັ້ນ​ຍໍ້າ​ເປົ້າໝາຍຫຼາຍໆຢ່າງ​ ​ສໍາລັບ​ການ​ຟື້ນ​ຟູ​ເສດຖະກິດ ທີ່​ທ່ານ​ໄດ້​ອະທິບາຍ​ໂດຍ​ສັງ​ເຂ​ບຢູ່​ໃນຄໍາ​ປາ​ໄສ​ຮັບ​ເອົາ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຕົວ​ແທນ​ພັກ​ເດ​ໂມ​ແຄ​ຣັທ ສະໝັກ​ເລືອກ​ຕັ້ງ​ອີກ ເມື່ອ​ສອງ​ຄືນ​ຜ່ານ​ມາ​ນັ້ນ.

ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ ​ແຜນການ​ຂອງ​ທ່ານ​ຈະ​ເພີ່ມ​ປະລິ ມານ​ການ​ສົ່ງ​ອອກ ສ້າງ​ໜ້າ​ວຽກ​ໃຫ້ຫຼາຍຂຶ້ນ ລົດ​ການ​ເພິ່ງ​ພານໍ້າມັນ​ຈາກຕ່າງປະ​ເທດ ປັບປຸງລະບົບ​ການ​ສຶກສາ​ໃຫ້ມີຄ່າຮໍ່າຮຽນຖືກລົງ ຕັດ​ການ ຂາດ​ດຸນ​ງົບປະມານ​ແຫ່ງ​ຊາດ ​ໂດຍ​ບໍ່​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ຊົນ​ຊັ້ນ​ກາງ.

ທ່ານ​ໂອ​ບາ​ມາ ​ໄດ້​ບອກ​ຝຸງ​ຊົນ ວ່າ ພັກຣີພັບ​ບລິ​ກັນນັ້ນ ​ແມ່ນ​ຜິດ​ຢ່າງ ມະ​ຫັນ ທີ່ເອີ້ນ​ສະຫະລັດ​ວ່າ​ ເປັນ​ປະ​ເທດ​ກໍາລັງ​ຕົກ​ຕໍ່າ​ນັ້ນ.

ມື້ວານ​ນີ້​ແມ່ນ​ມື້​ທີ່​ສອງ​ຂອງ​ການອອກ​ໄປ​ໂຄສະ​ນາ​ຫາ​ສຽງ​ສາມ​ມື້ ຂອງ ທ່ານ​ໂອ​ບາ​ມາ ເພື່ອ​ລະດົມ​ເອົາ​ສຽງສະໜັບສະໜຸນ​ຈາກ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ຫຼັງຈາກ​ຕົວ​ເລກ​ໜ້າ​ວຽກ​ລ່າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ ຍັງ​ມີ​ບັນຫາສືບ​ຕໍ່​ມາ​ຢູ່ ​ໃນ​ການ​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ​ສະຫະລັດນັ້ນ.

ຕະຫຼາດ​ແຮງ​ງານ​ສະຫະລັດ ​ໄດ້​ເພີ່ມໜ້າ​ວຽກຂຶ້ນ 96,000 ວຽກໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ​ແລະ​ອັດຕາ​ການ​ວ່າງ​ງານ​ຍັງສູງ​ກວ່າ 8 ​ເປີ​ເຊັນ ​ເປັນ​ເດືອນທີ 43 ​ລຽນ​ຕິດ​.

ທ່ານ ມິດ ຣອມນີ ຜູ້​ທ້າແຂ່ງ​ຈາກພັກຣີພັບ​ບລິ​ກັນ ຂອງ​ທ່ານ​ໂອ​ບາ​ມາ ​ເວົ້າ​ວ່າ ລາຍ​ງານ​ດ້ານ​ໜ້າ​ວຽກ​ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາທິບໍດີ ບໍ່​ໄດ້ ປະຕິບັດ​ຕາມ​ຄໍາ​ໝັ້ນສັນຍາ​ທີ່​ທ່ານ​ໄດ້​ໃຫ້​ໄວ້ ​ແລະນະ​ໂຍບາຍ​ຕ່າງໆ​ຂອງ​ທ່ານ​ໂອ​ບາ​ມາ​ນັ້ນ ​ກໍ​ໃຊ້​ການ​ບໍ່​ໄດ້.

ທ່ານ​ ຣອມນີ ອອກ​ໂຄສະນາ​ຫາ​ສຽງໃນວັນ​ເສົາວານ​ນີ້ ທີ່ລັດ​ເວີ​ຈິ​ເນຍ ຕິດກັບ​ນະຄອ​ນ ຫລວງ​ວໍ​ຊິງ​ຕັນ. ທັງ​ສອງ​ລັດ ຄື​ລັດຟລໍຣິດາ ​ແລະເວີ​ຈິ​ເນຍ ​ແມ່​ເປັນ​ລັດທີ່ຜູ້​ສະໝັກ​ເລືອກ​ຕັ້ງ​ທັງສອງ​ມີ​ຄະ​ແນນ​ສູ​ສີ​ກັນ​ທີ່​ສຸດ ແລະກໍ​ເບິ່ງ​ຊົງ​ວ່າ​ຈະ​ເປັນ​ລັດ​ທີ່​ຕັດສິນ​ຜົນ​ການ​ແຂ່ງຂັນ​ເລືອກ​ຕັ້ງ.
ທ່ານ​ ຣອມນີ ອອກ​ໂຄສະນາ​ຫາ​ສຽງໃນວັນ​ເສົາວານ​ນີ້ ທີ່ລັດ​ເວີ​ຈິ​ເນຍ ຕິດກັບ​ນະຄອ​ນ ຫລວງ​ວໍ​ຊິງ​ຕັນ. ທັງ​ສອງ​ລັດ ຄື​ລັດຟລໍຣິດາ ​ແລະເວີ​ຈິ​ເນຍ ​ແມ່​ເປັນ​ລັດທີ່ຜູ້​ສະໝັກ​ເລືອກ​ຕັ້ງ​ທັງສອງ​ມີ​ຄະ​ແນນ​ສູ​ສີ​ກັນ​ທີ່​ສຸດ ແລະກໍ​ເບິ່ງ​ຊົງ​ວ່າ​ຈະ​ເປັນ​ລັດ​ທີ່​ຕັດສິນ​ຜົນ​ການ​ແຂ່ງຂັນ​ເລືອກ​ຕັ້ງ.

XS
SM
MD
LG