ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາຜູ້ນໍາທົ່ວໂລກ ຊົມເຊີຍ ປະທານາທິບໍດີ Barack Obama (ວີດີໂອ 3 ເລື້ອງ)


ບັນດາ ຜູ້ນໍາໂລກ ພາກັນ ສັນລະເສີນ ປະທານາທິບໍດີ Barack Obama ໃນການໄດ້ໄຊຊະນະການເລືອກຕັ້ງ ສຸດທີ່ສອງ
ບັນດາ ຜູ້ນໍາໂລກ ພາກັນ ສັນລະເສີນ ປະທານາທິບໍດີ Barack Obama ໃນການໄດ້ໄຊຊະນະການເລືອກຕັ້ງ ສຸດທີ່ສອງ
ບັນດາ​ຜູ້​ນໍາ​ຈາກທົ່ວ​ໂລກ ພາກັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​
ຍິນ​ດີ​ນໍາ ທ່ານບາຣັກ ​ໂອ​ບາ​ມາ ​ທີ່​ໄດ້​ຮັບ​ໄຊ​ຊະນະໃນການ​
ເລືອກ​ຕັ້ງ​ເປັນ​ປະທາ ນາທິບໍດີ ສະ​ໄໝທີ່​ສອງ ​ໃນ​ວັນ​ອັງຄານ​
ວານ​ນີ້ ຊຶ່ງ​ເປັນ​ການ​ແຂ່ງຂັນ​ທີ່ສູ​ສີ​ກັນ​ທີ່​ສຸດ ກັບ​ທ່ານ Mitt
Romney ຜູ້​ທ້າ​ທາຍ​ຈາກພັກຣີພັບ​ບລິ ກັນ.

​ເລຂາທິການໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ທ່ານ “​ສະ​ແດງ​ຄວາ​ມຍິນ​ດີ ອັນອົບ​ອຸ່ນ” ຕໍ່​ທ່ານ Obama ​ແລະ​ ມີ​ຄວາມ​ກະຕືລື​ລົ້ນ ທີ່​ຈະ​ໄດ້​ປະຕິບັດ​ງານ​ຮ່ວມ​ກັນ “​ໃນຈິດ​ໃຈ​ຂອງ​ການ​ເປັນ​ພາຄີ​ທີ່​ຍືນ​ຍົງ ລະຫວ່າງ ສະຫະລັດ ​ແລະອົງກາ​ນສະຫະ​ປະຊາ​ຊາດ.” ທ່່ານ​ໄດ້​ໃຫ້​ຂໍ້ສັງ​ເກດ​ເຖິງການທ້າ​ທາ​ຍບາງ​ຢ່າງ​ທີ່ຍັງ​ຂວາງ​ໜ້າ​ຢູ່ ຮວມ​ທັງການ​ຫາ​ທາງ​ຍຸດຕິ​ການນອງ​ເລືອດ​ໃນຊີ​ເຣຍ ທີ່​ຖືກທໍາລາຍ​ຍ້ອນສົງຄາມນັ້ນ.

ເບິ່ງວີດິໂອການສໍາພາດຄວາມຄິດຂອງປະຊາຊົນຢູ່ພາກສ່ວນຕ່າງໆ ຂອງໂລກ

ສ່ວນນາຍົກລັດຖະມົນຕີ ອິສຣາ​ແອລ ທ່ານ Benjamin Netanyahu ກ່າວ​ວ່າ ສໍາພັນ
ທະ​ມິດທາງ​ຍຸດ​ທະ​ສາດ ລະຫວ່າງ ອິສຣາ​ແອ​ລ ​ແລະ ສະຫະລັດ ​ເວລາ​ນີ້ ​ແມ່ນ​ໜັກ​ແໜ້ນ​ກວ່າ​ໃນ​ເວລາ​ໃດໆ​ຜ່ານ​ມາ ​ແລະ ທ່ານ​ຈະ​ສືບຕໍ່​ ​ປະຕິບັດ​ງານຮ່ວມກັບປະທານາ
ທິບໍດີ Obama. ທ່ານ Nathanyahu ​ເປັນ​ເພື່ອນມິດ​ທີ່ເກົ່າ​ແກ່ຂອງ ທ່ານ Mitt Romney ຜູ້​ທ້າ​ຊິງ​ຕໍາ​ແໜ່​ງປະທານາທິບໍດີ ຈາກ​ທ່ານ​ໂອ​ບາ​ມາ.

President Obama Delivers Acceptance Speech
please wait

No media source currently available

0:00 0:24:54 0:00
ລິງໂດຍກົງ

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກໍ​ໄດ້ສົ່ງ​ໂທລະ​ເລກ​ເຖິງ ທ່ານ Obama ສະ​ແດງ​ຄວາມ​ຊົມ​ເຊີຍ ຂອງທ່ານ.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ​ໄດ້ “ສະ​ແດງ​ຄວາ​ມຊົມ​ເຊີຍ​ອັນອົບ​ອຸ່ນ” ຂອງ​ທ່ານ​ ຜ່ານ​ທາງ ​tweetter ຢ່າງ​ເປີດ​ເຜີຍ ແລະ​ກ່າວ​ວ່າ ທ່ານມີ​ຄວາມ​ກະຕືລື​ລົ້ນ ທີ່​ຈະ​ໄດ້​ປະຕິບັດ​ງານ​ຮ່ວມ​ກັນ. ​ແຕ່ວ່າ ​ໃນລະຫວ່າງການ​ຢ້ຽ​ມຢາມປະ​ເທດ​ Jordan ​ໃນ​ວັນ​ພຸດມື້​ນີ້ ທ່ານ Cameron ​ໄດ້​ບອກ​ ​ບັນດາ​ນັກ​ຂ່າວ​ວ່າ ທ່ານ Obama ຕ້ອງດໍາ​ເນີນ​ການ​ຫລາຍ​ຂື້ນ ​ເພື່ອຊ່ວຍຍຸດຕິ ສົງຄາມ​ກາງ​ເມືອງ​ໃນຊີ​ເຣຍນັ້ນ.

​ຜູ້​ນໍາ​ຄົນ​ອື່ນໆ ທີ່ສົ່ງສານ​ສະ​ແດງຄວາມ​ຊົມ​ເຊີຍ ກໍ​ມີ ນາຍົກລັດຖະ ມົນຕີ ອອສ​ເຕ​ຣເລຍ ທ່ານ​ນາງ Julia Gillard ​ແລະ​ບັນດາ​ຜູ້​ນໍາ ຈາກ ຈີນ ​ແລະ ຍີ່​ປຸ່ນ.

Mitt Romney's Concession Speech
please wait

No media source currently available

0:00 0:07:25 0:00
ລິງໂດຍກົງ
XS
SM
MD
LG