ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ພັກຣີພັບບລິກັນໃນສະພາສູງ ຂັດຂວາງ ຮ່າງກົດໝາຍ ເກັບພາສີເສດຖີ ຂອງ ປ. ໂອ​ບາ​ມາ


ທ່ານ ໂອ​ບາ​ມາ ​ໄດ້ຊຸກຍູ້​ໃຫ້​ມີ​ການ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ
ທ່ານ ໂອ​ບາ​ມາ ​ໄດ້ຊຸກຍູ້​ໃຫ້​ມີ​ການ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະບັບ​ນຶ່ງ

ບັນດາຜູ້​ແທນ​ພັກຣີພັບ​ບລິ​ກັນ​ໃນ​ສະພາ​ສູງ​ສະຫະລັດ ​ໄດ້​ຂັດຂວາງ​ຮ່າງ​ກົດໝາຍ​ສະບັບ
​ນຶ່ງ ທີ່​ຈະ​ວາງ​ອັດຕາ​ພາສີ​ຕໍ່າ​ສຸດສໍາລັບ​ພວກ​ເສດຖີ​ເງິນ​ລ້ານ​ທັງຫລາຍ ອັນ​ເປັນ​ແຜນການ​
ທີ່ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້ຊຸກຍູ້​ໃຫ້​ມີ​ການ​ຮັບ​ຜ່ານ​ເອົາ ຂະນະ​ທີ່​ທັງ​ສອງ​ພັກ​
ການ​ເມືອງ​ນໍາ​ສະ​ເໜີແຜນການ​ສໍາລັບ​ປີ​ເລືອກ​ຕັ້ງຂອງ​ພວກ​ຕົນ ກ່ຽວ​ກັບ​ພາສີ​ແລະ​ເສດ
ຖະກິດ​ນັ້ນ.

ຜູ້​ແທນສະພາ​ສູງ​ໄດ້​ລົງມະຕິ 51 ສຽງຄັດຄ້ານ​ ຕໍ່ 45 ສຽງ​ເຫັນ​ດີ ຕາມ​ແນວທາງ​ຂອງ​ພັກ
ໃຜລາວ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ທີ່​ພວກ​ຜູ້​ແທນ​ພັກເດ​ໂມ​ແກຣດ ທີ່​ເປັນ​ຝ່າຍ​ສຽງ​ສ່ວນ​
ຫລາຍ​ນັ້ນ ບໍ່​ສາມາດ​ຮວບ​ຮວມສຽງ​ສະໜັບສະໜຸນ​ໄດ້​ຮອດ 60 ສຽງ​ທີ່​ຕ້ອງການ ​ເພື່ອ
ໃຫ້​ມີ​ການ​ຮັບ​ຜ່ານ​ເອົາ​ຮ່າງ​ກົດໝາຍທີ່​ເອີ້ນ​ວ່າ Buffet Rule ທີ່​ເອີ້ນ​ຕາມ​ຊື່​ຂອງນັກ​ລົງທຶນ
Warren Buffet ມະຫາ​ເສດຖີ​ທີ່​ຮັ່ງມີ​ທີ່​ສຸດ​ທ່ານ​ນຶ່ງ ນັ້ນ.

ມາດ​ຕະການດັ່ງກ່າວຈະ​ຕັ້ງ​ອັດຕາ​ພາສີ​ຕໍ່າ​ສຸດ 30% ຂອງ​ລາຍ​ໄດ້ ສໍາລັບ​ຜູ້​ທີ່ມີ​ລາຍ​ໄດ້​
ກາຍນຶ່ງລ້ານ​ໂດ​ລາ​ຕໍ່​ປີ. ​ເສດຖີ​ອາ​ເມຣິກັນ​ຫລາຍໆ​ຄົນ​ເສຍ​ພາສີ​ຕໍ່າ​ກ່ວາ​ນັ້ນ ຍ້ອນ​ວ່າ​
ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ໄດ້​ມາ​ຈາກ​ການ​ລົງທຶນ ທີ່ເສຍ​ຄ່າພາສີ​ໃນ​ອັດຕາ​ຕໍ່າ​ກ່ວາ.

XS
SM
MD
LG