ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ຣອມນີ ໂຈມຕີ ນະໂຍບາຍຕ່າງປະເທດ ຂອງທ່ານ ໂອບາມາ (ວີດີໂອ)


ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ກ່າວໂຈມຕີນະໂຍບາຍການຕ່າງປະເທດຂອງປະທານາທິບໍດີໂອບາມາ.
ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ກ່າວໂຈມຕີນະໂຍບາຍການຕ່າງປະເທດຂອງປະທານາທິບໍດີໂອບາມາ.
ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Mitt Rom-
ney ກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະສົບກັບ
ຄວາມລົ້ມແຫຼວໃນການຮັບມືກັບບັນຫາທ້າທາຍຕ່າງໆຂອງໂລກ ແລະການນຳໃຊ້ຄວາມເປັນຜູ້ນຳຂອງສະຫະລັດ ດັ່ງນັ້ນ ຈຶ່ງເຮັດ
ໃຫ້ສະຫະລັດ ອ່ອນແອລົງ ແລະເຮັດໃຫ້ພວກສັດຕູ ກ້າຫານຕື່ມ
ຂຶ້ນ.

ທ່ານ Mitt Romney ກ່າວວ່າ ນະໂຍບາຍການຕ່າງປະເທດ
ຂອງປະທານາທິບໍດີໂອບາມແມ່ນສ້າງດ້ວຍຄວາມຫວັງແທນ
ທີ່ຈະແມ່ນດ້ວຍການນຳພາທີ່ເດັດຂາດ.

ທ່ານ Romney ເວົ້າວ່າ "ຄວາມຫວັງ ບໍ່ແມ່ນຍຸດທະສາດ.
ພວກເຮົາບໍ່ສາມາດໃຫ້ການສະໜັບສະໜຸນຕໍ່ບັນດາປະເທດເພື່ອນມິດແລະພາບ ແພ້ສັດຕູຂອງພວກເຮົາ ໃນພາກຕາເວັນອອກກາງໄດ້ ເວລາຄຳເວົ້າ ຂອງພວກ ເຮົາບໍ່ໄດ້ຮັບການໜຸນຫຼັງດ້ວຍການກະທຳ.”


ທ່ານໄດ້ຊີ້ໃຫ້ເຫັນເຖິງການສັງຫານຢູ່ໃນຊີເຣຍແລະການໂຈມຕີທີ່ພາໃຫ້ມີການເສຍຊີວິດ ຕໍ່ສະຖານກົງສຸນສະຫະລັດ ທີ່ເມືອງ Benghazi ປະເທດລີເບຍ.

ທ່ານ Romney ເວົ້າວ່າ “ມັນເປັນຄວາມຮັບຜິດຊອບ ຂອງປະທານາທິບໍດີພວກ ເຮົາທີ່ຈະນຳໃຊ້ອຳນາດອັນຍິ່ງໃຫຍ່ຂອງສະຫະລັດເພື່ອຫຼໍ່ຫຼອມຫຼືກຳນົດປະຫວັດ ສາດ ບໍ່ແມ່ນເປັນຜູ້ນຳຢູ່ເບື້ອງຫຼັງ ໂດຍປ່ອຍໃຫ້ຊະຕາກຳຂອງພວກເຮົາ ຖືກກຳ ນົດໂດຍສະຖານະການ.”

ທ່ານ Romney ໃຫ້ຄຳໝັ້ນສັນຍາວ່າຈະເອົາທ່າທີທີ່ເຂັ້ມແຂງກວ່າເກົ່າຕໍ່ອີຣ່ານຖ້າທ່ານ ຫາກຖືກເລືອກເປັນປະທານາທິບໍດີ.

ທ່ານ Romney ເວົ້າວ່າ “ຂ້າພະເຈົ້າຈະບໍ່ມີຄວາມລັງເລໃຈໃດໆທີ່ຈະທໍາການລົງ ໂທດຄັ້ງໃໝ່ຕໍ່ອີຣ່ານແລະຈະຮັດເຄ່ງຂຶ້ນອີກ ການລົງໂທດຕ່າງໆທີ່ພວກເຮົານໍາ ໃຊ້ ຢູ່ໃນເວລານີ້. ພວກເຮົາຕ້ອງໄດ້ສະແດງ ໃຫ້ອີຣ່ານເຫັນຢ່າງຈະແຈ້ງ ດ້ວຍ ການກະທໍາ ບໍ່ພຽງແຕ່ດ້ວຍຄຳເວົ້າທໍ່ນັ້ນ ວ່າການດຳເນີນການຕໍ່ໄປໃນດ້ານນິວ ເຄລຍຂອງພວກເຂົານັ້ນຈະບໍ່ໄດ້ຮັບການອະນຸໂລມໃຫ້ມີຂຶ້ນໄດ້ຢ່າງເດັດຂາດ.”

ນອກນັ້ນ ທ່ານ Romney ຍັງໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາຄວາມເຂັ້ມແຂງຂອງແສນ ຍານຸພາບທາງດ້ານທະຫານ ຂອງສະຫະລັດເອົາໄວ້ ແລະປົກປ້ອງບໍ່ໃຫ້ກອງທັບຂອງສະ ຫະລັດ ຖືກຕັດງົບປະມານລົງຢ່າງຫຼວງຫຼາຍ ຊຶ່ງມີໝາຍກຳນົດຈະເລີ້ມໃນປີໜ້ານີ້.

ສ່ວນປະທານາທິບໍດີບາຣັກ ໂອບາມາ ມັກຈະກ່າວອ້າງຢູ່ເລື້ອຍໆເຖິງການສັງຫານທ້າວ Osama bin-Laden ການສິ້ນສຸດລົງ ຂອງສົງຄາມໃນອີຣັກ ແລະການໂຄ່ນລົ້ມ ບັນດາ ຈອມຜະເດັດການ ໃນພາກຕາເວັນອອກກາງ ໂດຍປາສຈາກການໃຊ້ກຳລັງພາກພື້ນດິນ ຂອງສະຫະລັດນັ້ນວ່າ ເປັນຄວາມສຳເລັດ ຊຶ່ງທ່ານກ່າວດັ່ງນີ້ ໃນຄຳປາໄສຕໍ່ກອງປະຊຸມ ຫຼວງຂອງພັກເດໂມແຄຣັທໃນເດືອນຜ່ານມາ:

ທ່ານໂອບາມາເວົ້າວ່າ “ຄູ່ແຂ່ງຂອງຂ້າພະເຈົ້າ ແລະຜູ້ສະມັກຮ່ວມຂອງທ່ານແມ່ນ ຍັງໃໝ່ຢູ່ໃນເລື້ອງນະໂຍບາຍການຕ່າງປະເທດ ແຕ່ຈາກທຸກໆສິ່ງທີ່ພວກເຮົາໄດ້ ເຫັນແລະໄດ້ຍິນມານັ້ນ ພວກເຂົາເຈົ້າຢາກຈະນຳພາພວກເຮົາ ກັບຄືນໄປສູ່ຍຸກ ສະໄໝແຫ່ງການຂູ່ຂວັນແລະຄວາມຜິດພາດ ທີ່ສ້າງຄວາມເສຍຫາຍໃຫ້ແກ່ອາ ເມຣິກາຢ່າງໜັກໜ່ວງນັ້ນ.”

ຄຳໂຄສະນາທາງໂທລະພາບອັນນຶ່ງຂອງປະທານາທິບໍດີໂອບາມາໄດ້ສະແດງຄວາມດູໝິ່ນ ຕໍ່ການສະແດງປະຕິກິລິຍາຕອບ ຂອງທ່ານ Mitt Romney ຕໍ່ກິດຈະການໂລກ ໂດຍເວົ້າ ວ່າ:

“ເວລາພວກນັກການທູດສະຫະລັດຖືກໂຈມຕີຢູ່ລີເບຍນັ້ນໜັງສືພິມ New York Times ເວົ້າວ່າ ທ່ານ Romney ໄດ້ສະແດງປະຕິກິລິຍາຕອບແບບຂາດລັກສະ ນະ ໃນການເປັນປະທານາທິບໍດີ ຢ່າງຜິດທຳມະດາ. ຖ້ານີ້ຫາກແມ່ນກ່ຽວກັບວິທີ ການຮັບມືຕໍ່ສະຖານະການຂອງໂລກໃນເວລານີ້ຂອງທ່ານ ຂໍໃຫ້ຄິດເບິ່ງວ່າທ່ານ Romney ຈະເຮັດແນວໃດ ເວລາທ່ານເປັນປະທານາທິບໍດີ.”

ການຮຽກຮ້ອງຂອງທ່ານ Romney ໃຫ້ເຂົ້າພົວພັນໃນກິດຈະການຂອງໂລກ ແມ່ນໄດ້ຮັບ ການຊົມເຊີຍຈາກນັກວິເຄາະນະໂຍບາຍການຕ່າງປະເທດ ທ່ານ Michael O’Hanlon.

ທ່ານ O’Hanlon ເວົ້າວ່າ “ເປັນທີ່ຈະແຈ້ງ ພາກຕາເວັນອອກກາງໃນຂອບເຂດທີ່ ກວ້າງຂວາງ ແມ່ນພວມມີການປ່ຽນແປງ ຢ່າງໃຫຍ່ຫຼວງ ຂະນະທີ່ສະຫະລັດ ມີ ຄວາມສາມາດ ໃນຂອບເຂດຈໍາກັດ ທີ່ຈະໃຊ້ອິດທິພົນຊັກຈູງການປ່ຽນແປງນັ້ນ ໄດ້. ແຕ່ ທ່ານ Romney ກໍຖືກຕ້ອງທີ່ເວົ້າວ່າ ພວກເຮົາຄວນພະຍາຍາມພາຍ ໃຕ້ຂອບເຂດໃດກໍຕາມຂອງອິດທິພົນທີ່ພວກເຮົາມີຢູ່ ເພື່ອໃຫ້ມີປະສິດທິຜົນ.”

ແຕ່ບໍ່ແມ່ນວ່າ ການຕຳໜິຕິຕຽນ ຂອງທ່ານ Romney ຕໍ່ນະໂຍບາຍຂອງປະທານາທິບໍດີ ໂອບາມານັ້ນ ຖືກຕ້ອງໝົດທຸກຂໍ້ ສຳລັບທ່ານ O’Hanlon.

ທ່ານ O’Hanlon ເວົ້າວ່າ “ມັນເປັນຄວາມຈິງ ທີ່ວ່າ ອີຣ່ານ ມີທາດຢູເຣນຽມ ທີ່ກັ່ນ ແລ້ວໃນປະລິມານຫຼວງຫຼາຍກວ່າທີ່ອີຣ່ານມີເມື່ອ 3 ປີເຄິ່ງກ່ອນໜ້ານີ້ດັ່ງດຽວກັນ ກັບທີ່ອີຣ່ານມີທາດຢູເຣນຽມທີ່ກັ່ນແລ້ວໃນປະລິມານທີ່ເພີ້ມຂຶ້ນໃນຕອນທ້າຍສະ
ໄໝການດຳລົງຕຳແໜ່ງ ຂອງປະທານາທິບໍດີ George W. Bush ຫລາຍກວ່າ ຕອນທີ່ປະທານາທິບໍດີ Bush ເຂົ້າຮັບຕຳແໜ່ງ. ສິ່ງທີ່ປະທານາທິບໍດີໂອບາມາ ດຳເນີນການໄດ້ດີທີ່ສຸດນັ້ນ ກໍຄືຈັດຕັ້ງແລະເສີມຂະຫຍາຍການລົງໂທດຕໍ່ອີຣ່ານ ໃຫ້ເຂັ້ມງວດກວ່າເກົ່າ.”


ຢ່າງນ້ອຍທີ່ສຸດ ທ່ານ Mitt Romney ກໍໄດ້ສະແດງຄວາມຄິດຄວາມເຫັນກ່ຽວກັບນະໂຍ ບາຍການຕ່າງປະເທດແລະບົດບາດຂອງສະຫະລັດຢູ່ໃນເວທີໂລກເຂົ້າໃນການໂຄສະນາ ຫາສຽງ ຊຶ່ງມາຈົນຮອດເວລານີ້ ແມ່ນໄດ້ເພັ່ງເລັງເກືອບທັງໝົດໃສ່ແຕ່ນະໂຍບາຍເສດຖະ ກິດນັ້ນ.

XS
SM
MD
LG