ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວອາເມຣິກັນ ຄິດວ່າ ກົດໝາຍ ປະກັນໄພ ສຸຂະພາບ ເປັນການຂຶ້ນພາສີ


ຕຳຫຼວດຄົນນຶ່ງຢືນຢູ່ນອກສານສູງສຸດຂອງສະຫະລັດ ຂະນະທີ່ປະຊາຊົນແລະສື່ມວນຊົນ ໄປລໍຖ້າຟັງຄຳຕັດສິນຂອງ ສານກ່ຽວກັບກົດໝາຍປະກັນໄພສຸຂະພາບ (28 ມິຖຸນາ 2012)
ຕຳຫຼວດຄົນນຶ່ງຢືນຢູ່ນອກສານສູງສຸດຂອງສະຫະລັດ ຂະນະທີ່ປະຊາຊົນແລະສື່ມວນຊົນ ໄປລໍຖ້າຟັງຄຳຕັດສິນຂອງ ສານກ່ຽວກັບກົດໝາຍປະກັນໄພສຸຂະພາບ (28 ມິຖຸນາ 2012)

ການຢັ່ງ​ຫາງ​ສຽງ​ເມື່ອ​ໄວໆ​ມານີ້​ແຈ້ງ​ໃຫ້​ຊາບ​ວ່າ ​ສ່ວນ​ໃຫຍ່​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດຊາວ​ອາ
​ເມຣິກັນ​ຄິດ​ວ່າກົດໝາຍ​ປະກັນ​ໄພ​ສຸຂະພາບ​ສະບັບ​ໃໝ່​ຂອງ​ສະຫະລັດເປັນ​ການ​ຂຶ້ນພາສີ.

ການ​ຢັ່ງ​ຫາງ​ສຽງ​ຂອງ​ມະຫາວິທະຍາ​ໄລ Quinnipiac ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​
ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ 55% ຂອງ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຖື​ວ່າກົດໝາຍ​ດັ່ງກ່າວ​ເປັນ
​ການ​ຂຶ້ນພາສີ ​ໃນ​ຂະນະ​ທີ່ 36% ​ເວົ້າວ່າ ບໍ່​ແມ່ນ. ຄະ​ແນນສຽງສ່ວນ​ຫຼາຍ 49% ຂອງ​ຜູ້
​ມີ​ສິດ​ປ່ອນ​ບັດ​ເວົ້າວ່າກົດໝາຍ​ປະກັນ​ໄພ​ສຸຂະພາບ​ສະບັບນີ້ຄວນ​ຈະໄດ້​ຮັບ​ການ​ຍົກ​ເລີກ.

​ເມື່ອ​ມີ​ການຖາມກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ ສອງ​ສ່ວນ​ສາມ​ຂອງ​ບັນດາ​ຜູ້​ມີ​ສິດປ່ອນ​ບັດ
​ເວົ້າວ່າພວກ​ເຂົາ​ເຈົ້າຕ້ອງການ​ຢາກ​ໃຫ້​ມີ​ກົດໝາຍ​ຄົນ​ເຂົ້າ​ເມືອງ​ຢູ່​ໃນລັດ​ຂອງ​ພວກ​ເຂົາ​ເຈົ້າ
ຄ້າຍຄື​ກັນ​ກັບ​ກົດໝາຍ​ຄົນ​ເຂົ້າ​ເມືອງ ​ຂອງ​ລັດ​ອາຣີ​ໂຊ​ນາ ທີ່​ໄດ້​ບັງຄັບ​ໃຫ້​ຕຳຫຼວດ ກວດ​
ເບິ່ງ​ຖານະ​ຄົນ​ເຂົ້າ​ເມືອງ​ ຂອງ​ພວກ​ທີ່​ຖືກ​ຢຸດ​ກວດ ຍ້ອນ​ເຫດຜົນ​ ອື່ນໆ​ນັ້ນ ຖ້າ​ຕຳຫຼວດ
ຫາກ​ສົງ​ໄສ​ວ່າ​ ພວກ​ເຂົາ​ເຈົ້າ​ເຂົ້າມາ​ໃນ​ສະຫະລັດ​ແບບ​ຜິດ​ກົດໝາຍ.

XS
SM
MD
LG