ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເມືອງ ໃນສະຫະລັດ


ທີ່ລັດ ເພັນຊິລເວເນຍ ສະມາຊິກ ສະພາສູງ ອະວຸໂສ ຂອງສະຫະລັດ ທ່ານອາຣ໌ເລັນ ສະເປັກເຕີ ໄດ້ເສຍໄຊ ໃຫ້ແກ່ ສະມາຊິກ ສະພາຕໍ່າ ໂຈ ແຊັສແທັກ ໃນການເລືອກຕັ້ງ ຂັ້ນຕົ້ນ ຂອງພັກເດໂມແຄຣັດ ໃນມື້ວານນີ້.

ທ່າສະເປັກເຕີ ຊຶ່ງເປັນສະມາຊິກ ສະພາສູງ ສັງກັດພັກ ຣີພັບບລີກັນ ມາໄດ້ 30 ປີ ໄດ້ປ່ຽນໄປຢູ່ ພັກເດໂມແຄຣັດ ໃນປີກາຍນີ້ ໂດຍໄດ້ຮັບ ການສະໜັບສະໜຸນ ຈາກປະທານາທິບໍດີ ບາຣັກ ໂອບາມາ. ແຕ່ການໃຫ້ ຄວາມສະໜັບສະໜຸນ ຂອງທ່ານໂອບາມາ ແມ່ນບໍ່ພຽງພໍ ທີ່ຈະຊ່ອຍໃຫ້ ສະມາຊິກ ສະພາສູງ 5 ສະໄໝ ທ່ານນີ້ ຮັກສາວຽກການ ຂອງທ່ານໄວ້ໄດ້.

ທ່ານແຊັສແທັກ ຈະລົງແຂ່ງ ເອົາບ່ອນນັ່ງ ໃນສະພາສູງ ກັບທ່ານແພັທ ທູມີ ໃນເດືອນພະຈິກ ຈະມານີ້.

ນອກນັ້ນ ຍັງມີອີກ 3 ລັດ ໄດ້ຈັດການເລືອກຕັ້ງ ຂັ້ນຕົ້ນ ໃນວັນອັງຄານ ວານນີ້ ສຳລັບການເລືອກຕັ້ງ ລັດຖະສະພາ ສະຫະຣັດ ໃນເດືອນພະຈິກ ຈະມາ.
ທີ່ລັດ ເຄັນຕັກກີ ພວກມີສິດປ່ອນບັດ ໄດ້ປະຕິເສດ ຕໍ່ຜູ້ສະມັກ ທີ່ໄດ້ຮັບ ການສະໜັບສະໜຸນ ຢ່າງເປັນທາງການ ຂອງພັກ ແລະພາກັນເລືອກເອົາ ຜູ້ສະມັກ ນິຍົມແນວທາງເດີມ ຂອງກຸ່ມທີພາຣ໌ຕີ້ ເພື່ອລົງແຂ່ງຂັນ ເອົາບ່ອນນັ່ງ ໃນສະພາສູງ.

ທ່ານ ແຣນດ໌ ພອລ ຊຶ່ງເປັນທ່ານໝໍ ແລະລູກຊາຍ ຂອງສະມາຊິກ ສະພາຕໍ່າ ຈາກລັດເທັກຊັສ ໄດ້ຊະນະທ່ານ ເທຣ ເກຣສັນ ຜູ້ຮັບຜິດຊອບ ກິດຈະການ ພາຍນອກຂອງລັດ ໃນການແຕ່ງຕັ້ງ ໃຫ້ເປັນຜູ້ສະມັກ ຂອງພັກຣີພັບບລີກັນ ເພື່ອເຂົ້າແຂ່ງຂັນ ເອົາບ່ອນນັ່ງ ສະພາສູງ ທີ່ຍັງຫວ່າງ ສຳລັບລັດດັ່ງກ່າວ.

ທ່ານເກຣສັນ ແມ່ນໄດ້ຖືກເລືອກ ໂດຍຜູ້ນຳ ຂອງພັກຣີພັບບລີກັນ ໃນສະພາສູງ ສະຫະລັດ ທ່ານມິທຊ໌ ແມັກຄອລແນລ ແລະຜູ້ນຳ ຄົນອື່ນໆ ຂອງພັກ. ແຕ່ທ່ານພອລ ໄດ້ຮັບໄຊຊະນະ ຍ້ອນການ ໂຄສະນາຫາສຽງ ຂອງພວກ ນັກເຄື່ອນໄຫວ ຂັ້ນຮາກຫຍ້າ ຂອງກຸ່ມທີພາຣ໌ທີ ທີ່ພາກັນຄັດຄ້ານ ບັນດາ ສະມາຊິກ ລັດຖະສະພາຮຸ້ນເກົ່າ ໃນທົ່ວປະເທດນັ້ນ.

XS
SM
MD
LG