ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ຜູ້ສະມັກ ປະທານາທິບໍດີ ພັກຣີພັບບລີກັນ ໂຕ້ວາທີ ທີ່ລັດ South Carolina (ເບິ່ງວີດີໂອ)


ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ ໂຕ້ວາທີກັນ ທີ່ນະຄອນ Charleston ລັດ South Carolina (19 ມັງກອນ 2012)

ການ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະມັກ​ປະທານາທິບໍ​ດີ​ຂອງ​ພັກຣີພັບ​ບລີ​ກັນ
ໄດ້​ຈ້ອມ​ເຂົ້າ​ເຫຼືອພຽງ 4 ຄົນ​ໃນ​ວັນ​ພະຫັດ​ວານ​ນີ້ຊຶ່ງ​ພວກ​ທ່ານໄດ້​ເຂົ້າຮ່ວມໃນ​ການ​ໂຕ້​ວາ
ທີ​ຢ່າງ​ດຸ​ເດືອດ ​ຢູ່​ລັດ South Carolina ກ່ອນ​ການ​ເລືອກ​ຕັ້ງຂັ້ນຕົ້ນຊຶ່ງ​ຈະ​ມີ​ຂຶ້ນໃນ​ມື້ວັນ
ເສົາ​ນີ້ທີ່​ລັດ​ສຳຄັນ​ດັ່ງກ່າວ.

ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ທ່ານ Newt Gingrich ສະມາຊິກ​ສະພາຕໍ່າ​ຈາກ​ລັດ
ເທັກ​ຊັສ ທ່ານ Ron Paul ອະດີດ​ຜູ້​ປົກຄອງ​ລັດ Massachusetts ທ່ານ Mitt Rom-
ney ​ແລະ​ອະດີດ​ສະມາຊິກ​ສະພາ​ສູງ​ຈາກ​ລັດ Pennsylvania ທ່ານ Rick Santorum
ໄດ້​ໂຕ້​ຖຽງ​ກັນກ່ຽວ​ກັບ​ເລື່ອງ​ວຽກ​ເຮັດ​ງານ​ທຳ ການ​ຮັກສາ​ສຸຂະພາບ​ແລະ​ຄວາມ​ເປັນຜູ້ນຳ.

ທ່ານ Gingrich ​ໄດ້​ສະ​ແດງ​ຄວາມ​ໂກດ​ແຄ້ນ​ອອກ​ມາເວລາ​ມີ​ການ​ຊັກ​ຖາມ​ທ່ານ​ໃນ​ຕອນ
ເລີ່​ມຕົ້ນຂອງ​ການ​ໂຕ້​ວາທີ ກ່ຽວ​ກັບ​ການ​ກ່າວ​ຫາ​ ຂອງ​ອະດີດ​ພັນລະ​ຍາ​ທ່ານທີ່​ວ່າ​ທ່ານ​
ໄດ້​ຂໍ​ຮ້ອງ​ໃຫ້​ມີ “ການ​ແຕ່ງງານ​ແບບ​ເປີດ​ກວ້າງ” ​ໃນ​ປີ 1999 ​ເພື່ອ​ອຳນວຍ​ ໃຫ້​ທ່ານ​ມີ​
ຄວາມ​ສຳພັນ​ຖານ​ຊູ້​ສາວ​ນອກການ​ແຕ່ງງານ​ໄດ້.

ທ່ານ​ໄດ້​ປະຕິ​ເສດ​ວ່າ​ເລື່ອງ​ດັ່ງກ່າວແມ່ນ​ບໍ່​ຖືກຕ້ອງ ​ແລະ​ໄດ້​ກ່າວ​ໂຈມ​ຕີ​ຕໍ່​ອັນ​ທີ່ທ່ານ​ເອີ້ນວ່າ
ສື່​ມວນ​ຊົນ​ແຖວ​ໜ້າ ​ໂດຍ​ເອີ້ນຂ່າວ​ນີ້ວ່າເພື່ອ​ຫວັງ​ທຳລາຍ ຮ້າຍກາດແລະມີ​ຈຸດປະສົງໃນ​ທາງ
ລົບ.

ສ່ວນ​ທ່ານ Romney ນັ້ນ ​ໄດ້​ກ່າວ​ປ້ອງ​ກັນ ຈາ​ກການ​ໂຈມ​ຕີ​ທີ່​ວ່າ​ ທ່ານ​ໄດ້ໄລ່ຄົນງານ​
ອອກ​ຈາກ​ວຽກ​ການ ​ເວລາ​ທ່ານ​ເປັນ​ຫົວໜ້າ​ບໍ​ສັດ​ລົງທຶນ​ ທີ່​ທຳ​ການ​ຊື້ ບໍລິສັດຕ່າງໆ​ນັ້ນ.
ທ່ານ​ເວົ້າວ່າທີ່​ຈິງ​ແລ້ວ​ທ່ານ​ໄດ້​ຊ່ອຍ​ບໍລິສັດ​ເຫຼົ່ານີ້ສ້າງ​ວຽກ​ເຮັດງານ​ທຳ​ແລະ​ເວົ້າວ່າ ທ່ານ​
ຈະ​ບໍ່ຂໍ​ຂະ​ມາ​ໂທດ​ໃດໆໃນ​ການ​ທີ່​ທ່ານ​ກາຍ​ເປັນ​ນັກທຸລະກິດ​ທີ່​ປະສົບ​ຄວາມ​ສຳ​ເລັດ.

ທ່ານ Santorum ​ແລະ​ທ່ານ Romney ​ໄດ້​ກ່າວ​ໂຈມ​ຕີ​ທ່ານ Ron Paul ທີ່​ຈະ​ຕັດ​ການ
ໃຊ້​ຈ່າຍ​ທາງ​ດ້ານ​ທະຫານ​ລົງ​ ໃນ​ຂະນະ​ທີ່​ບັນດາ​ຜູ້​ສະມັກ​ທັງ​ໝົດ​ ຕ່າງ​ກໍ​ໄດ້​ກ່າວໂຈມ​ຕີແຜນ
ການ​ຮັກສາ​ສຸຂະພາບ​ຂອງປະທານາທິບໍດີບາຣັກ​ໂອບາ​ມາ​ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປາບ
ປາມ​ພວກ​ຄົນ​ເຂົ້າ​ເມືອງ​ແບບ​ຜິດ​ກົດໝາຍ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນ​ມີ​ການ​ໂຕ້​ວາທີ​ກັນ​ ໃນ​ມື້ວານ​ ນີ້ຜູ້​ປົກຄອງ​ລັດ​ເທັກ​ຊັສທ່ານ Rick
Perry ​ໄດ້​ຖອນ​ໂຕ​ອອກ​ຈາກ​ການ​ແຂ່ງຂັນ ​ຫຼັງຈາກ​ໄດ້​ຮັບ​ຄະ​ແນນ​ສຽງ​ບໍ່ຄ່ອຍ​ດີ​ປານ​ໃດ
ໃນ​ການ​ປະຊຸມ​ຄັດ​ເລືອກ​ຜູ້​ສະມັກ ​ທີ່​ລັດ​ໄອ​ໂອວາ​ ແລະ​ການ​ເລືອກຕັ້ງຂັ້ນຕົ້ນ ທີ່​ລັດ​ນິວ
ແຮມ​ເຊີ. ຫຼັງຈາກ​ນັ້ນທ່ານ​ກໍ​ໄດ້​ປະກາດສະໜັບສະໜຸນ​ທ່ານ Gingrich ​ໃຫ້​ເປັນຜູ້​ສະມັກ
ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ.

ການ​ເລືອກ​ຕັ້ງຂັ້ນຕົ້ນທີ່ລັດ South Carolina ຈະ​ມີ​ຂຶ້ນ​ໃນ​ມື້ວັນ​ເສົາ​ນີ້. ການ​ຢັ່ງ​ຫາງ
ສຽງ​ເທື່ອ​ລ່າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Romney ມີ​ຄະ​ແນນ​ນຳ​ໜ້າໝູ່ ​ແຕ່​ການ​ສະ
ໜັບສະໜຸນ​ທ່ານ Gingrich ພວມ​ຖີບ​ໂຕ​ສູງ​ຂຶ້ນ.

XS
SM
MD
LG