ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນຫາເສດຖະກິດຂອງສະຫະລັດ ຍັງເປັນຈຸດເພ່ງເລັງ ຂອງການແຂ່ງຂັນ ປະທານາທິບໍດີ (ເບິ່ງວີດີໂອ)


ບັນຫາເສດຖະກິດຂອງສະຫະລັດ ຍັງເປັນຈຸດເພ່ງເລັງ ຂອງການແຂ່ງຂັນ ປະທານາທິບໍດີ (ເບິ່ງວີດີໂອ)
ບັນຫາເສດຖະກິດຂອງສະຫະລັດ ຍັງເປັນຈຸດເພ່ງເລັງ ຂອງການແຂ່ງຂັນ ປະທານາທິບໍດີ (ເບິ່ງວີດີໂອ)

ໃນ​ຂະນະ​ທີ່​ທໍານຽບຂາວ​ກ່າວ​ຊົມ​ເຊີຍ ​ຂໍ້​ມູນ​ທີ່​ດີ​ຂຶ້ນໃນດ້ານ​ຕະຫລາດ​ແຮງ​ງານຂອງສະຫະ ລັດ​ນັ້ນ ພວກ​ສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີ​ພັກ​ຣີພັບ​ບລິ​ກັນ​ ຍັງພາກັນສືບ​ຕໍ່​ກ່າວ​ໂຈມ​ຕີ ການ​ບໍລິຫານ​ເສດຖະກິດ​ຂອງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ນັ້ນ​ຢູ່​. ທອງ​ປານ​​ມີ​ເລຶ່ອງນີ້​ ມາສະ​ເໜີ​ທ່ານ.

ເບິ່ງລາຍງານພາສາອັງກິດ:

ນັບ​ວ່າ​ມັນ​ເປັນ​ບັນຫາ​ຫລັກ​ ດ້ານ​ການ​ເມືອງ​ປະ​ຈໍາປີ 2012 ກໍ​ຄື​ການ​ເສດຖະກິດ​ຂອງ​ສະ
ຫະລັດ ທີ່​ໄດ້​ກ້າວ​ເຂົ້າສູ່​ສະພາວະ​ຖົດຖອຍ​ຮ້າຍ​ແຮງ​ສຸດ​ໃນ​ຍຸກຫຼັງສົງຄາມ​ໂລກ​ຄັ້ງ​ທີ່​ສອງ
ໃນ​ປີ 2007 ​ແລະ 2008 ​ແລະການ​ຟື້ນ​ຕົວ​ຄືນ​ຢ່າງ​ຊ້າໆ​ນັບ​ຕັ້ງ​ແຕ່​ນັ້ນ​ມາ.

ແຕ່​ຮູບ​ການ​ເສດຖະກິດ​ອາດ​ຈະມີ​ການ​ປ່ຽນ​ແປງໄດ້ ​ອັດຕາ​ຄົນຫວ່າງງານ​ຂອງ​ສະຫະລັດ
ໄດ້ຫຼຸດລົງ ເປັນ​ເວລາ​ສີ່​ເດືອນ​ລຽນຕິດ ຄື​ລົດ​ຈາກ​ເກົ້າ​ເປີ​ເຊັນ​ໃນ​ເດືອນ​ກັນຍາ ລົງ​ໄປ​ເປັນ
8.3 ​ເປີ​ເຊັນ​ໃນ​ເດືອນ​ມັງກອນ​ຜ່າ​ນມາ​ນີ້.

ໃນ​ຂະນະ​ທີ່​ຕະຫລາດ​ຮຸ້ນ Wall Street ​ໄດ້ຖີບ​ຕົວ​ສູງ​ຂຶ້ນເມື່ອ​ວັນ​ສຸກ​ຜ່ານ​ມາ​ຍ້ອນ​ລາຍ
ງານ​ສະບັບ​ລ່າ​ສຸດກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ ຊຶ່ງ​ປະທານາທິບໍ ດິ​ໂອ​ບາ​ມາ ​ໄດ້ກ່າວ​ເນັ້ນ
ຍໍ້າ​ວ່າ ​ເປັນຂ່າວ​ດີ​ນັ້ນ:

“ໃນ​ເດືອນ​ມັງກອນ​ຜ່ານ​ມນີ້ ວົງ​ການ​ທຸລະ​ກິດ​ຕ່າງໆ​ຂອງ​ອາ​ເມ​ຣິກາ​ ແມ່ນ​ໄດ້
ເພີ່ມ​ໜ້າ​ວຽກ​ຕື່ມ​ອີກ 257,000 ໜ້າ​ວຽກ ອັດຕາ​ການ​ຫວ່າງ​ງານ​ຫຼຸດຕໍ່າລົງ
ເນຶ່ອງຈາກມີ​ຫລາຍ​ຄົນຂຶ້ນໄດ້​ວຽກ​ເຮັດ​ງານ​ທໍາ ​ແລະ​ລວມ​ທັງ​ໝົດ​ແລ້ວ​ ພວກ​
ເຮົາ​ໄດ້ເພີ່ມ​ໜ້າວຽກ​ໃໝ່ 3 ລ້ານ​ 7 ​ແສນໜ້າ​ວຽກ​ ຕະຫລອດ​ໄລຍະ 23 ​
ເດືອນ ຜ່ານມານີ້.”

ພວກຄົນຫວ່າງງານຢູ່ໃນສະຫະລັດ ກໍາລັງຊອກຫາສະໝັກງານ
ພວກຄົນຫວ່າງງານຢູ່ໃນສະຫະລັດ ກໍາລັງຊອກຫາສະໝັກງານ

ຄໍາຕອບ​ໂຕ້​ຈາກ​ພວກພັກ​ຣີພັບ
ບລິ​ກັນ ທີ່ກໍາລັງ​ແຂ່ງ​ກັນເພື່ອ​ຈະ
ໄດ້​ເປັນ​ຜູ້ທ້າ​ທາຍ​ເອົາ​ຕໍາ​ແໜ່​ງ
ປະທານາ​ທິບໍດີ​ໃນ​ການ​ເລືອກ​ຕັ້ງ​
ເດືອນ​ພະຈິກ​ຕໍ່ໜ້າ​ນີ້ ແມ່ນວ່າ:
ມັນໜ້ອຍເດີນໄປແລະ​ຊ້າ​ເກີນ​ໄປ
ແດ່ແລ້ວ ທີ່​ຈະແກ້​ໄຂ​ດັດແປງ
ໃນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າເຫັນ​ວ່າ
ເປັນຄວາມ​ລົ້ມ​ແຫລວ​ໃນ​ດ້ານ​
ເສດຖະກິດຂອງ​ທ່ານ​ໂອ​ບາ​ມາ
ນັ້ນ. ເວລາ​ກ່າວ​ຄໍາ​ປາໄສ​ຕໍ່​
ພວກ​ສະໜັບສະໜຸນ​ທ່ານຫລັງ
ຈາກໄດ້​ຮັບ​ໄຊຊະນະໃນກອງ
ປະຊຸມເລືອກ​ຕັ້ງ​ພັກ ​ເມື່ອ​ວັນ
ເສົາ​ຜ່ານ​ມາ ​ທີ່​ລັດ​ເນ​ວາດາ​ນັ້ນ
ທ່ານ ມິດ ຣອມນີ ອະດີດ​ຜູ້​ປົກ
ຄອງ​ລັດມາສຊາ​ຈູ​ເຊັດ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ ໃນເບື້ອງຕົ້ນນັ້ນ
ມີ​ເປົ້າໝາຍ​ທີ່​ແນ​ໃສ່​ເພື່ອ​ຮັກສາ​ອັດຕາ​ຄົນວ່າງ​ງານ​ໃຫ້​ຢູ່​ໃນ​ລະດັບ 8 ​ເປີ​ເຊັນຫລື​ຕໍ່າ​ກວ່າ​ນັ້ນ.

ທ່ານ​ມິດ ຣອມນີ ກ່າວ​ວ່າ “ໃນ​ອາທິດ​ນີ້​ປະກົດ​ວ່າ ​ທ່ານ​ໂອ​ບາ​ມາ ​ໄດ້​ກົ້ມຫົວ​ຮັບ​
ເອົາ​ອັດຕາ​ການ​ວ່າງງານ 8.3 ​ເປີ​ເຊັນ. ຟ້າວ​ເທື່ອທ່ານ​ປະທານາທິບໍດີ ນີ້​ແມ່ນ​
ອັດຕາການ​ວ່າງງານ​ທີ່​ດຳ​ເນີນ​ມາ​ເປັນ​ເດືອນ​ທີ່ 36 ​ລຽນຕິດ​ແລ້ວ ຊຶ່ງ​ເປັນ​ອັດ
ຕາທີ່ຍັງເກີນ​ເສັ້ນ​ແດງຢູ່ທີ່​ລັດຖະບານ​ຂອງ​ທ່ານ​ໄດ້​ຕັ້ງ​ໄວ້ນັ້ນ.”

ສ່ວນ​ທ່ານ Newt Gingrich ອະດີດ​ປະທານ​ສະພາ​ຕໍ່າສະຫະລັດ ກໍ​ໄດ້​ກ່າວໂຈມ​ຕີທໍາ
ນອງ​ດຽວ​ກັນ​ນີ້ ​ເວລາ​ທ່ານປະກົດ​ຕົວ​ຢູ່​ລາຍການພົບ​ກັບ​ນັກ​ຂ່າວ ຂອງເຄືອ​ຂ່າຍ​ໂທລະ
ພາບ NBC.

ທ່ານ Gingrich ​ເວົ້າວ່າ “ອັດຕາ​ການ​ວ່າງ​ງານ​ໄດ້​ຫຼຸດ​ຕໍ່າລົງ​ ແມ່ນ​ແລ້ວ ມັນ​ໄດ້
ຕົກ​ຫຼຸດລົງ​ໄປ​ແທ້ ພວກ​ທ່ານ​ຮູ້​ບໍ່ ​ວ່າ​ເປັນ​ຍ້ອນ​ຫຍັງ? ​ເພາະວ່າ​ 4 ​ເປີ​ເຊັນ​ກວ່າ
ຂອງ​ພວກ​ທີ່ຈະ​ວ່າງ​ງານ​ນັ້ນ​ຢຸດ​ບໍ່​ພາກັນ​ອອກ​ໄປ​ຊອກ​ວຽກ​ເຮັດ ຖ້າ​ຫາກ​ວ່າ
ພວກ​ເຮົາ​ມີເຂົ້າຮ່ວມ​ຂອງ​ພວກ​ຄົນ​ວ່າງ​ງານດັ່ງ​ທີ່​ພວກ​ເຮົາປະ​ເຊີນ​ມາ​ເມື່ອ​ສອງ
ປີຜ່ານມາແລ້ວ​ນັ້ນ ພວກ​ເຮົາ​ຈະມີ​ອັດຕາ​ການ​ວ່າງ​ງານ​ຢູ່​ໃນ​ລະດັບ 12 ຫາ 13
ເປີ​ເຊັນ​ພຸ້ນ​ຫລະ”

ສໍາລັບ​ປະທານາທິບໍດີ​ໂອ​ບາ​ມາ​ແລ້ວ ​ເປັນ​ເສັ້ນທາງ​ດີ​ທີ່​ຈະ​ກ້າວ​ໄປ ຄື​ການ ປ່າວ​ປະກາດ​
ຂ່າວ​ດີ​ອອກ​ໄປ​ເສຍ​ກ່ອນ ໃນ​ຂະນະ​ທີ່​ທ່ານ​ກໍຍອມຮັບ​ວ່າ​ຕ້ອງ​ມີ​ການ​ປັບປຸງ​ແກ້​ໄຂ​ຕື່ມ
ອີກ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “ຍັງ​ມີ​ຊາວ​ອາ​ເມຣິກັນ​ເປັນ​ຈຳນວນ​ຫຼວງຫຼາຍທີ່​
ຍັງ​ຕ້ອງການ​ວຽກ​ເຮັດ ຫຼືວຽກ​ການ​ທີ່ຈ່າຍ​ຄ່າ​ແຮງ​ດີໆ​ ກວ່າ​ວຽກ​ທີ່ ພວກ​ເຂົາ​
ເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້. ​ແຕ່​ເສດຖະກິດ​ພວມ​ມີ​ການ​ເຕີບ​ໂຕ​ທີ່​ເຂັ້ມແຂງ​ຂຶ້ນກວ່າ​
ເກົ່າ. ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ພວມໄວ​ຂຶ້ນ ​ແລະ​ພວກ ​ເຮົາ​ຕ້ອງ​ໄດ້​ດຳ
ເນີນ​ການ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່ຢູ່​ໃນອຳນາດ​ຂອງ​ພວກ​ເຮົາ​ເພື່ອ ​ໃຫ້ການ​ເຕີບ​ໂຕ​
ເຫຼົ່ານີ້ດຳ​ເນີນ​ຕໍ່​ໄປ.”

ພວກ​ບໍລິສັດ​ຢັ່ງ​ສຽງ​ມະຫາຊົນລາຍ​ງານ​ເຖິງລະດັບຄວາມ​ນິຍົມໃນການ​ບໍລິ ຫານ​ປະ​ເທດ
ຂອງ​ປະທານາທິບໍດີ​ໂອ​ບາວ່າ ​ດີ​ຂຶ້ນ​ໃນ​ລະດັບ​ພໍ​ປານ​ກາງ​ຊຶ່ງ​ບັງ​ເອີນເກີດ​ຂຶ້ນພ້ອມໆ​ກັນ
ກັບ​ຂໍ້​ມູນ​ດ້ານ​ເສດຖະກິດ​ໃນ​ທາງ​ບວກ​ເມື່ອ​ໝໍ່ໆ ມາ​ນີ້.

XS
SM
MD
LG