ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະມັກ ຂອງພັກຣີພັບບລີກັນ ພວມໂຄສະນາຫາສຽງ ຢູ່ລັດໄອໂອວາ (ເບິ່ງວີດີໂອ)


2013年4月3日韩国的车辆被拒绝进入朝鲜开城工业区之后,掉头回去。
2013年4月3日韩国的车辆被拒绝进入朝鲜开城工业区之后,掉头回去。

ບັນດາ​ຜູ້​ສະມັກ​ເປັນ​ປະທານາທິບໍດີ​ຂອງ​ພັກ​ຣີພັບ​ບລີ​ກັນ​ພວມ​ທຳ​ການ​ໂຄສະນາຫາ​ສຽງ​ຢ່າງ
ຂຸ້ນຂ້ຽວ​ທີ່​ລັດ​ໄອ​ໂອວາ​ໃນ​ວັນ​ພະຫັດ​ວານ​ນີ້ 5 ມື້ກ່ອນ​ຈະ​ມີ​ການ​ແຕ່ງຕັ້ງ​ເທື່ອ​ທຳ​ອິດໃນ​ການ
ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ ໃນ​ປີ 2012.

ໃນ​ໄລຍະ​ຫຼາຍໆ​ມື້ຂ້າງ​ໜ້ານີ້ບັນດາ​ຜູ້​ສະມັກ​ຈະ​ພາກັນ​ໄປ​ໂອ້​ລົມ​ກັບ​ຜູ້​ຄົນ​ທີ່​ຮ້ານຂາຍ​ Pizza
ຮ້ານ​ອາຫານ​ເຊົ້າ​ແລະ​ບາ ຕະຫຼອດທັງ​ຢູ່​ຕາມ​ບ່ອນ​ໂຮມ​ຊຸມນຸມ​ ​ແລະສະຖານ​ທີ່​ສາທາລະນະ​
ຕ່າງໆທັງ​ຢູ່​ພາຍ​ໃນ​ແລະ​ອ້ອມ​ລັດ​ໄອ​ໂອວາ ​ຊຶ່ງ​ຕັ້ງຢູ່ໃນ​ເຂດ​ພາກ​ກາງຂອງ​ສະຫະລັດເພື່ອ​ຢຸດ
ແວ່​ໂຄສະນາ​ຫາ​ສຽງເປັນ​ເວລາ​ນຶ່ງ ສອງ ຫຼືສາມ​ຊົ່ວ​ໂມງ​ທີ່​ນັ້ນ.

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ເທື່ອ​ລ່າ​ສຸດ​ ສະ​ແດງ​ໃຫ້​ເຫັນ​ວ່າ ອະດີດ​ຜູ້​ປົກຄອງ​ລັດ Massa-
chusetts ທ່ານ Mitt Romney ​ໄດ້​ມີ​ຄະ​ແນນ​ສູງ​ນຳ​ໜ້າ​ຄືນ​ໃໝ່ແລະສະມາຊິກ​ສະພາ​ຕໍ່າ
Ron Paul ​ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ​ທີ​ສອງ. ​ແຕ່​ອະດີດ​ສະມາຊິກ​ສະພາ​ສູງ Rick San-
torum ກ່າວວ່າ ທ່ານຍັງ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ການ​ປະຊຸມ​ຄັດ​ເລືອກ​ຫຼື ​Caucases ຊຶ່ງ​ມີ​
ການເບິ່ງ​ກັນ​ວ່າ ເປັນ​ເຄື່ອງ​ບົ່ງ​ບອກ​ທີ່ສຳຄັນ​ສຳລັບ​ຄວາມ​ຫວັງ​ໃນ​ທົ່ວ​ປະ​ເທດ​ນັ້ນຈະ​ຫັນໃຫ້​
ທ່ານເປັນ​ຜູ້​ໄດ້​ປຽບ.

ທ່ານ Santorum ກ່າວ​ວ່າການ​ມີ​ຄະ​ແນນ​ສຽງ​ເພີ່ມ​ຂຶ້ນ​ແບບ​ບໍ່​ຄາດ​ຄິດເປັນທີສາມຂອງ​ທ່ານ
ໃນ​ການ​ຢັ່ງ​ຫາງ​ສຽງ​ດັ່ງກ່າວ​ຍ້ອນ​ວ່າ ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ນັ້ນ ໄດ້​ພົບພໍ້​ກັບ​ທ່ານ​ແລະ​ກໍ​ເຫັນ​ວ່າ​
ທ່ານ​ສະທ້ອນ​ໃຫ້​ເຖິງ​ຄຸນຄ່າ​ຂອງ​ພວກ​ເຂົາ​ເຈົ້າ.

ສຳ​ຫຼັບຜູ້​ສະມັກ​ຄົນ​ອື່ນໆ​ ທີ່​ມີຄະ​ແນນ​ສຽງບໍ່​ຄ່ອຍ​ດີ​ປານ​ໃດ​ຢູ່​ລັດ​ໄອ​ໂອວາ ກໍ​ຈະ​ພາກັນ​ຫັນ​
ຄວາມ​ສົນ​ໃຈ​ໄປ​ຍັງ​ລັດ​ອື່ນໆ.

ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດທ່ານ Newt Gingrich ຜູ້​ທີ່​ໄດ້​ຮັບ​ຄວາ​ມນິມຍົມສູງລ່າ​
ສຸດແຕ່​ຫາງ​ສຽງ​ນິຍົມ​ພວມ​ຄ່ອຍໆ​ຫຼຸດລົງ​ນັ້ນ ​ໄດ້​ຕົກ​ມາ​ເປັນອັນ​ດັບ 4 ທີ່​ລັດ​ໄອ​ໂອວາຫຼັງ
ຈາກ​ໄດ້​ມີ​ການ​ໂຄສະນາ​ໂຈມ​ຕີ​ໃນ​ທາງ​ລົບ ​ຈາກ​ຄູ່​ແຂ່ງ​ຫຼາຍໆ​ຄົນ. ​ເຖິງ​ແມ່ນ​ທ່ານ​ຍັງ​ສືບ​ຕໍ່​
ທຳ​ການ​ໂຄສະນາ​ຫາ​ສຽງ​ຢ່າງ​ຂຸ້ນຂ້ຽວ​ເພື່ອ ທົດ​ສອບ​ເບິ່ງ​ພື້ນ​ໃນ​ລັດ​ດັ່ງກ່າ​ວກໍ​ດີ ​ແຕ່​ທ່ານ
Gingrich ກໍ​ໄດ້​ເຕືອນ​ພວກ​ນັກຂ່າວ​ວ່າ ທ່ານ​ຈະເປັນ​ຜູ້​ຖືກ​ເລື​ອກ​ໃນ​ການ​ລົງ​ຄະ​ແນນ​ສຽງ
ຢູ່​ໃນ 50 ລັດບໍ່​ແມ່ນແຕ່​ໃນ​ລັດ​ໃດ​ລັດ​ນຶ່ງແລະ​ເວົ້າວ່າຢູ່​ໃນ​ລັດ​ອື່ນໆທ່ານ​ຍັງ​ສືບ​ຕໍ່​ມີ​ຄະ​ແນນ
ນຳ​ໜ້າ​ຢ່າງ​ແຂງ​ຂັນ.

ສ່ວນ​ທ່ານ Jon Huntsman ທີ່​ເຄີຍ​ເປັນ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ຈີນ​ຂອງ​ປະທານາທິບໍ
ດີ​ບາຣັກ​ໂອ​ບາ​ມາກຳລັງ​ເພັ່ງ​ເລັງ​ໃສ່​ລັດ New Hampshir ຊຶ່ງ​ເປັນລັດ​ທີ​ສອງ ທີ່​ຈະ​ມີ​ການ
ປ່ອນ​ບັດ​ເລືອກ​ເອົາ​ຜູ້​ທີ່​ຈະ​ຖືກ​ແຕ່ງຕັ້ງຂອງ​ພັກ.

ໃນ​ການ​ສຳ​ຫຼວດ​ເທື່ອ​ລ່າ​ສຸດ​ ຢູ່​ລັດ​ດັ່ງກ່າວ ທ່ານ Romney ​ໄດ້​ມີ​ຄະ​ແນ​ນສຽງນຳ​ໜ້າ​ຢ່າງ​
ແຂງ​ຂັນໂດຍ​ໄດ້​ຮັບ 44% ຈາກ​ພວກ​ທີ່​ມີ​ທ່າ​ທາງ​ວ່າຈະ​ພາກັນ​ໄປປ່ອນ​ບັດ​ລົງ​ຄະ​ແນນ​ສຽງ
ຕິດຕາມ​ໂດຍ​ທ່ານ Ron Paul.

XS
SM
MD
LG