ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ສະຫະລັດ ຈະລາອອກ ຈາກຕຳແໜ່ງ


ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດ ມິຊິກແກັນ ທ່ານ ຈອນ ຄອນເຢີສ໌ ໃຫ້ຄຳເຫັນໃນລະຫວ່າງ ການພິຈາລະນາຄະດີ ຂອງອະນຸກຳມະການ ຕຸລາການ
ສະພາຕໍ່າ ທີ່ລັດຖະສະພາ ແຄັບປີຕອລ໌ ຮິລ, ນະຄອນຫຼວງ ວໍຊິງຕັນ. 4 ເມສາ, 2017.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກລັດ ມິຊິກແກັນ ທ່ານ ຈອນ ຄອນເຢີສ໌ ໃຫ້ຄຳເຫັນໃນລະຫວ່າງ ການພິຈາລະນາຄະດີ ຂອງອະນຸກຳມະການ ຕຸລາການ ສະພາຕໍ່າ ທີ່ລັດຖະສະພາ ແຄັບປີຕອລ໌ ຮິລ, ນະຄອນຫຼວງ ວໍຊິງຕັນ. 4 ເມສາ, 2017.

ສະມາຊິກສະພາຕ່ຳ ສະຫະລັດ ທີ່ໄດ້ປະຕິບັດໜ້າທີ່ມາຍາວນານທີ່ສຸດ ຈາກລັດ
ມິຊິກແກນ ສັງກັດພັກເດໂມແຄຣັດ ທ່ານຈອນ ຄອນເຢີສ໌ ໄດ້ກ່າວໃນວັນອາທິດວານ
ນີ້ວ່າ ທ່ານຈະສະຫຼະຕຳແໜ່ງຂອງທ່ານ ໃນຖານະເປັນເຈົ້າໜ້າທີ່ລະດັບສູງຈາກພັກ
ເດໂມແຄຣັດ ຢູ່ໃນຄະນະກຳມະການຕຸລາການ ຂະນະທີ່ການກ່າວຫາເລື່ອງການ
ລວນລາມທາງເພດ ຕໍ່ທ່ານ ກຳລັງຖືກທາງການສືບສວນສອບສວນຢູ່ນັ້ນ.

ທ່ານຄອນເຢີສ໌ ອາຍຸ 88 ປີ ເມື່ອສັບປະດາແລ້ວນີ້ ໄດ້ຍອມຮັບວ່າ ທ່ານໄດ້ຕົກລົງລະ
ງັບຄະດີຄວາມ ດ້ວຍການຈ່າຍເງິນໃຫ້ແກ່ແມ່ຍິງຄົນນຶ່ງ ຜູ້ທີ່ເຄີຍເຮັດວຽກຢູ່ໃນຄະນະ
ພະນັກງານ ປະຈຳວໍຊິງຕັນຂອງທ່ານ ຜູ້ທີ່ໄດ້ກ່າວຫາ ທ່ານຄອນເຢີສ໌ ວ່າໄດ້ປົດນາງ
ອອກ ຫຼັງຈາກທີ່ນາງປະຕິເສດ ການຂໍມີເພດສຳພັນຈາກທ່ານ ຄອນເຢີສ໌. ແຕ່ທ່ານ
ຄອນເຢີສ໌ ກໍຍັງສືບຕໍ່ ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ. ທ່ານໄດ້ກ່າວວ່າ ການຕົກລົງ
ລະງັບຄະດີ ເປັນພຽງການຫລີກເວັ້ນ ການຕໍ່ສູ້ທາງດ້ານກົດໝາຍ ທີ່ແກ່ຍາວນັ້ນຊື່ໆ.

ຄະນະກຳມະການດ້ານຈັນຍາບັນຂອງສະພາຕ່ຳ ກຳລັງສືບສວນ ເບິ່ງວ່າ ທ່ານ
ຄອນເຢີສ໌ ໄດ້ໃຊ້ເງິນທຶນພາສີຂອງປະຊາຊົນ ພາຍໃນຫ້ອງການຂອງທ່ານ ເພື່ອຈ່າຍ
ເປັນຄ່າຕົກລົງລະງັບຄະດີ ແລະ ທ່ານໄດ້ພົວພັນກັບການລວນລາມທາງເພດ ພວກ
ແມ່ຍິງຄົນອື່ນໆອີກ ຫຼືບໍ່.

ທ່ານ ຄອນເຢີສ໌ ໄດ້ກ່າວວ່າ “ຂ້າພະເຈົ້າ ປະຕິເສດຕໍ່ຂໍ້ກ່າວຫາທັງຫຼາຍ ເຊິ່ງສ່ວນຫຼາຍ
ໄດ້ຖືກຍົກຂຶ້ນມາ ດ້ວຍເອກກະສານຕ່າງໆ ທີ່ໄດ້ຊື້ມາໂດຍນັກຂຽນບົດຄວາມທາງອິນ
ເຕີເນັດ ຫຼື ບລໍເກີ້ ທີ່ເຂົ້າຂ້າງຝ່າຍຂວາ ອີງຕາມການລາຍງານ. ຂ້າພະເຈົ້າຫວັງຢ່າງ
ຍິ່ງ ວ່າ ຈະໄດ້ຮັບການພິສູດຄວາມບໍລິສຸດ ຂອງຂ້າພະເຈົ້າເອງ ແລະ ຄອບຄົວຂອງ
ຂ້າພະເຈົ້າ.”

ທ່ານນາງ ແນນຊີ້ ເພໂລຊີ້ ຜູ້ນຳສະພາຕ່ຳສັງກັດພັກເດໂມແຄຣັດ ໄດ້ກ່າວໃນຖານະ
ເປັນແມ່ຍິງ ແລະ ເປັນແມ່ຄົນນຶ່ງວ່າ ທ່ານນາງ ຈະຮັບເອົາຂໍ້ກ່າວຫາດ້ານການລວນ
ລາມທາງເພດໃດໆ ຢ່າງເອົາຈິງເອົາຈັງແທ້ໆ ແລະ ຮຽກຮ້ອງໃຫ້ຄະນະກຳມະການ
ດ້ານຈັນຍາບັນ ຈົ່ງໄດ້ດຳເນີນການປະຕິບັດການສືບສວນຂອງຕົນ ໃນທັນທີ.

ທ່ານນາງ ເພໂລຊີ້ ໄດ້ກ່າວ ໃນຖະແຫລງການສະບັບນຶ່ງ ວ່າ “ພວກເຮົາ ກຳລັງຢູ່ໃນ
ສະພາບການຫັນປ່ຽນ ກ່ຽວກັບບັນຫານີ້ ແລະ ເຖິງແມ່ນວ່າ ມັນຈະເປັນເລື່ອງຂອງບຸກ
ຄົນ ຜູ້ທີ່ມີຜົນງານອັນຍິ່ງໃຫຍ່ເທົ່າໃດກໍຕາມ ແຕ່ມັນກໍບໍ່ເປັນການອະນຸຍາດໃຫ້ລວນ
ລາມໄດ້.”

ໃນຂະນະດຽວກັນ ມີສະມາຊິກສັງກັດພັກເດໂມແຄຣັດ ທີ່ມີຊື່ສຽງ ອີກທ່ານນຶ່ງ ຜູ້ທີ່ຖືກ
ກ່າວຫາວ່າລວນລາມທາງເພດ ກ່າວວ່າ ທ່ານຮູ້ສຶກ “ອັບອາຍຂາຍໜ້າ ແລະ ລະອາຍ
ໃຈ” ໂດຍການຖືກກ່າວຫາຕໍ່ທ່ານ.

ສະມາຊິກສະພາສູງ ຈາກລັດມີນິສໂຊຕ້າ ທ່ານ ແອລ ແຟັຣງເຄັນ ໄດ້ກ່າວຕໍ່ສື່ມວນຊົນ
ຂອງນະຄອນ ມີນີແອບໂປລິດສ໌ ໃນວັນອາທິດວານນີ້ ວ່າ ທ່ານ “ເຮັດໃຫ້ຫຼາຍໆຄົນຜິດ
ຫວັງໃນຕົວທ່ານ ແລະ ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະສາມາດ ທົດແທນຄວາມຜິດ
ພາດນັ້ນໄດ້ ແລະ ຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພວກເຂົາເຈົ້າອີກ ເທື່ອລະ
ນ້ອຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG