ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເລືອກຕັ້ງຄັ້ງນີ້ ບໍ່ກະທົບ ຕໍ່ຄວາມດຸ່ນດ່ຽງ ດ້ານອໍານາດ ໃນລັດຖະສະພາ ສຫລ


ລັດຖະສະພາສະຫະລັດ
ລັດຖະສະພາສະຫະລັດ
ເຖິງແມ່ນວ່າ ໄດ້ມີການປ່ຽນແປງໃນບ່ອນນັ່ງຈໍານວນນຶ່ງ ຢູ່ໃນ
ລັດຖະສະພາສະຫະລັດ ໃນການເລືອກຕັ້ງໃນວັນອັງຄານວານນີ້
ກໍຕາມ ແຕ່ຄວາມດຸ່ນດ່ຽງດ້ານອໍານາດ ລະຫວ່າງສະພາສູງແລະ
ສະພາຕໍ່າໂດຍສ່ວນໃຫຍ່ແລ້ວ ກໍຍັງ ຄືເກົ່າ.

ຢູ່ສະພາສູງ ພັກ Democrat ໄດ້ຮັບບ່ອນນຶ່ງເພີ້ມອີກຢ່າງໜ້ອຍ
ນຶ່ງບ່ອນ ຂະນະທີ່ພັກ Republican ເສຍໄປນຶ່ງບ່ອນ ຊຶ່ງກໍໝາຍ
ຄວາມວ່າ ສະພາສູງໃນປີ 2013 ຈະມີຜູ້ແທນທີ່ສັງກັດພັກ
Democrat ຢ່າງໜ້ອຍ 51 ຄົນ ມີຜູ້ແທນພັກ Republican ຢ່າງ
ໜ້ອຍ 44 ຄົນ ແລະ ພວກບໍ່ສັງກັດພັກໃດ ຫລື Independent
ຢ່າງໜ້ອຍ 2 ຄົນ. 3 ບ່ອນນັ່ງທີ່ຍັງເຫລືອນັ້ນ ຍັງບໍ່ທັນໄດ້ຮັບການ ຕັດສິນເທື່ອ.

ຢູ່ໃນສະພາຕໍ່າ ທີ່ມີ 435 ບ່ອນນັ່ງນັ້ນ ມີ 31 ບ່ອນທີ່ຍັງບໍ່ທັນໄດ້ ຮັບການຕັດສິນເທື່ອ ແຕ່
ຜົນການເລືອກຕັ້ງທີ່ອອກມາແລ້ວນັ້ນ ສໍ່ສະແດງວ່າ ຈະມີການປ່ຽນແປງເລັກນ້ອຍເຊັ່ນ ກັນຢູ່ໃນສະພາຕໍ່າ. ປັດຈຸບັນ ພັກ Republican ແມ່ນໄດ້ໄປແລ້ວ 228 ບ່ອນນັ່ງ ໃນຂະ ນະທີ່ພັກ Democrat ໄດ້ໄປ 176 ບ່ອນນັ່ງ. ຜູ້ແທນສັງກັດພັກ Republican ທ່ານ Jonh Boehner ຈາກລັດ Ohio ເບິ່ງຊົງວ່າຈະຮັກສາຕໍາແໜ່ງປະທານສະພາຕໍ່າຂອງ ທ່ານໄວ້.
XS
SM
MD
LG