ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Romney ເລືອກເອົາ ທ່ານ Ryan ຮ່ວມສະມັກ ເປັນຮອງປະທານາທິບໍດີ (ສະໄລດ໌)

ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ ແນະນຳຕົວສະມາຊິກສະພາຕໍ່າສະຫະລັດ ທ່ານ Paul Ryan ທີ່ສະມັກເປັນຮອງປະທານາທິບໍດີຮ່ວມກັບທ່ານໃນລະຫວ່າງການໂຄສະນາຫາສຽງຢູ່ເທິງກຳປັ່ນລົບ USS Wisconsin ທີ່ປົດປະຈຳການແລ້ວ ທີ່ເມືອງ Norfolk ລັດເວີຈີເນຍ (11 ສິງຫາ 2012)

ທ່ານ Mitt Romney ຜູ້​ສະມັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນໄດ້​ປະກາດ​ໃຫ້​ຊາບກ່ຽວ
​ກັບ​ການ​ເລືອກ​ເອົາ ​ຜູ້ມາເປັນ​ຮອງ​ປະທານາທິບໍດີຂອງ​ທ່ານ​ ຖ້າ​ທ່ານຊະນະ​ການ​ເລືອກ​ຕັ້ງໃນ
​ເດືອນ​ພະຈິກ​ນີ້.

​ທ່ານ Romney ກ່າວ​ໃນ​ວັນ​ເສົາ​ ມື້ນີ້ວ່າ ສະມາຊິກ​ສະພາ​ຕໍ່າ Paul Ryan ຈະສະມັກ​ເປັນ​
ຮອງ​ປະທານາທິບໍດີ​ຮ່ວມ​ກັບ​ທ່ານ. ທ່ານ Ryan ​ເປັນ​ສະມາຊິກສະພາ​ຕໍ່າ​ ມາ​ເປັນ​ເວລາ​ດົນ​
ນານຈາກ​ລັດ Wiscosin ​ໃນ​ພາກ​ເໜືອ​ຂອງ​ສະຫະລັດ.

ທ່ານ Romney ​ແລະ​ທ່ານ Ryan ຈະປະກົດ​ໂຕ​ຮ່ວມ​ກັນ ທີ່​ເມືອງ Norfolk ລັດ​ເວີ​ຈີ​ເນຍ​ໃນ
​ວັນ​ເສົາ​ມື້ນີ້ ກ່ອນ​ທີ່​ທ່ານ​ຈະ​ເລີ້ມການ​ໂຄສະນາ​ຫາ​ສຽງ ​ໂດຍ​ທາງ​ລົດ​ບັດ​ເປັນ​ເວລາ 4 ມື້.

ສະມາຊິກ​ສະພາ​ຕໍ່າ Ryan ອາຍຸ 42 ປີ ​ໄດ້​ຮັບ​ການ​ສະໜັບ​ສະ​ໜຸນ​ຢ່າງ​ຫຼວງຫຼາຍຈາກພວກ
​ນິຍົມ​ແນວທາງ​ເດີມ​ທີ່​ມີ​ອິດ​ທິພົນ. ທ່ານ​ເປັນ​ປະທານ​ຄະນະ​ກຳມະການ​ງົບປະມານຂອງ​ສະພາ​
ຕໍ່າສະຫະລັດ​ແລະ​ເປັນ​ຜູ້ນຳ​ທີ່​ມີ​ປາກ​ມີ​ສຽງກ່ຽວ​ກັບ​ການຫຼຸດການ​ຂາດ​ດຸນລົງ​ ດ້ວຍ​ການ​ຕັດ
​ງົບປະມານ​ຂອງ​ສະຫະລັດ​.

XS
SM
MD
LG