ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານຣອມນີ ຊະນະ ການເລືອກຕັ້ງ ຂັ້ນຕົ້ນ ຢູ່ໃນທັງ 3 ລັດ (ວີດີໂອ)


ທ່ານມິດ ຣອມນີ ຜູ້ສະມັກແຂ່ງຂັນປະທານາທິບໍດີສະຫະລັດ ສັງກັດພັກ Republican ກ່າວຕໍ່ນັກສຶກສາທີ່ເມືອງ Lansing ລັດ Michigan.
ວັນທີ 9 ພຶດສະພາ 2012.
ທ່ານມິດ ຣອມນີ ຜູ້ສະມັກແຂ່ງຂັນປະທານາທິບໍດີສະຫະລັດ ສັງກັດພັກ Republican ກ່າວຕໍ່ນັກສຶກສາທີ່ເມືອງ Lansing ລັດ Michigan. ວັນທີ 9 ພຶດສະພາ 2012.

ທ່ານ​ມິດ ຣອມນີ ຜູ້​ສະມັກ​ແຂ່ງຂັນ​ປະທານາທິບໍດີ​ສະຫະລັດ ສັງກັດ​ພັກຣີພັບບລິ​ກັນ ​ໄດ້​
ຊະນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຕື່ມ​ອີກ​ໃນ 3 ລັດ ​ເຮັດ​ໃຫ້​ທ່ານ​ຫຍັບ​ໃກ້​ເຂົ້າ​ອີກທີ່​ຈະ​ໄດ້​ຖືກ​
ແຕ່ງ​ຕັ້ງ​ໃຫ້​ເປັນຜູ້​ເຂົ້າ​ແຂ່ງຂັນ​ປະທານາທິບໍດີ​ກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ໃນ​
ເດືອນ​ພະຈິກ​ປີ​ນີ້.

ບັດ​ນີ້ ທ່ານຣອມນີ ​ໄດ້​ຮັບ​ຜູ້​ແທນ​ຫຼາຍ​ກວ່າ 900 ຄົນ​ແລ້ວ ຫຼັງຈາກໄດ້​ຮັບ​ໄຊ​ຊະນະໃນ​ວັນ
​ອັງຄານ​ວານ​ນີ້ ທີ່​ລັດ Indiana, North Carolina ​ແລະ​ລັດ West Virginia. ທ່ານຣອມນີ
ອະດີດ​ຜູ້ປົກຄອງ​ລັດ Massachusetts ຕ້ອງການ​ຜູ້​ແທນ​ຂອງ​ພັກ​ທັງ​ໝົດ 1144 ທ່ານ
​ເພື່ອ​ໃຫ້​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຜູ້​ຕາງໜ້າ​ພັກ ​ເຂົ້າ​ແຂ່ງຂັນ​ກັບປະທາ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາ
ສັງກັດ​ພັກ​ເດ​ໂມກຣັດນັ້ນ.

​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ Indiana ສະມາຊິກ​ສະພາ​ສູງສະຫະລັດ ທ່ານ Richard
Lugar ສັງກັດ​ພັກຣີພັບບລິ​ກັນ ​ໄດ້ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ເພື່ອ​ຈະໄດ້ຖືກແຕ່ງຕັ້ງ
ໃຫ້​ເປັນຜູ້​ຕາງໜ້າຂອງ​ພັກ​ຄືນ​ອີກ​ ໃນ​ລັດ​ທີ່​ທ່ານ​ໄດ້​ເປັນ​ຜູ້ຕາງໜ້າ​ມາ​ດົນ​ກວ່າ 3 ທົດ​ສະ
​ວັດ​ນັ້ນ. ສະມາຊິກ​ສະພາ​ສູງ​ສະຫະລັດໄວ 80 ປີ​ທ່ານ​ນີ້ ໄດ້​ປາ​ໄຊ​ໃນ​ການ​ແຂ່ງຂັນ​ທີ່​ດຸ
​ເດືອດກັບ​ຜູ້​ສະມັກ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ຂະບວນການ​ Tea party ທີ່​ສະໜັບ
ສະໜຸນ​ໃຫ້​ມີ​ລັດຖະບານ ໃນ​ຂະໜາດ​ທີ່ນ້ອຍ​ເຂົ້າ ​ແລະ​ເກັບ​ພາສີ​ໜ້ອຍລົງ.

ເບິ່ງວີດີໂອລາຍງານກ່ຽວກັບສະມາຊິກ​ສະພາ​ສູງ Richard Lugar:

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ປະທານາທິບໍດີ ​ໂອ​ບາ​ມມາ​ໄດ້​ຮັບ​ຮູ້ສະມາຊິກ​ສະພາ​ສູງ Lugar
​ໃນ​ການ​ຮັບ​ໃຊ້ປະ​ເທດ​ ທີ່​ຍອດ​ຢ້ຽມ​ຂອງ​ທ່ານ ແລະ​ກ່າວ​ຍ້ອງຍໍ ​ການ​ດໍາ​ເນີນ​ງານ​ຂອງ
​ທ່ານ​ກັບ​ພັກ​ກົງກັນຂ້າມ​ແລະ ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອເຮັດ​ໃຫ້​ພວກ​ອາວຸດ​ທີ່
ເປັນອັນຕະລາຍ​ທີ່​ສຸດ​ຂອງ​ໂລກ​ໃຫ້​ປອດ​ໄພ​ນັ້ນ. ປະທານາທິບໍດີ​ໂອ​ບາ​ມາກ່າວ​ວ່າ ສະມາ
ຊິກ​ສະພາ​ສູງ Lugar ມາ​ຈາກ​ຄະນະ​ນໍາພາ​ໃນ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ​ທີ່​ແຂງ​ແຮງ
​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ພັກເປັນ​ປະ​ເພນີ​ມາ​ ທີ່​ໄດ້​ຊ່ອຍ​ໃຫ້​ພວກ​ເຮົາ​ຊະນະ​ສົງຄາມ
​ເຢັນ ​ແລະຮັກສາ​ການ​ນໍາພາ​ຂອງ​ຊາວ​ອາ​ເມຣິກັນຕັ້ງ​ແຕ່​ນັ້ນ​ມາ.

​ໃນ​ລັດ North Carolina ນັ້ນ ພວກ​ຜູ້​ປ່ອນ​ບັດ​ໄດ້​ຮັບຮອງ​ເອົາຂໍ້​ດັດ​ແກ້​ກົດໝາຍ​ລັດຖະທໍາ
​ມະນູນ​ຂອງ​ລັດ ທີ່​ອະທິບາຍ​ການ​ແຕ່ງງານ​ນັ້ນ​ວ່າ ​ເປັນ​ການ​ຮ່ວມຊີວິດກັນ​ລະຫວ່າງ​ຜູ້​ຊາຍ
​ແລະ​ແມ່ຍິງ. ກົດໝາຍ​ລັດ North Carolina ຫ້າມ​ການ​ແຕ່ງງານ​ລະຫວ່າງ​ຄົນ​ເພດ​ດຽວ​ກັນ.

​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງຕໍ່​ສະພາ​ໃຫ້​ທໍາ​ຄວາມ​ຄືບ​ໜ້າ​
ຮ່າງ​ກົດໝາຍ​ຕ່າງໆ​ທີ່​ທ່ານກ່າວ​ວ່າ ຈະ​ຊຸກຍູ້​ເສດຖະກິດ ​ເຊ່ນ​ການ​ຊ່ອຍ​ພວກ​ນັກ​ລົບ​ເກົ່າ
​ໃຫ້​ມີ​ວຽກ​ເຮັດ ຊ່ອຍເຫຼືອ​ພວກ​ເຈົ້າ​ຂອງ​ບ້ານ​ເຮືອນໃຫ້ໄດ້​ຮັບ​ເງິນກູ້​ຢືມຊື້​ບ້ານ​ເຮືອນ ໃນ​
ອັດຕາດອກ​ເບ້ຍ​ຕໍ່າ​ແລະ​ຫລຸດ​ອັດຕາ​ພາສີ​ຕໍ່​ໄປ​ ໃຫ້​ພວກ​ຜະລິດ​ພະລັງງານໃນຮູບ​ແບບທີ່
​ໝຸນ​ວຽນ​ໄດ້​ແລະ​ພວກ​ທຸລະ​ກິ​ດຂະໜາດນ້ອຍ​ທີ່​ສ້າງວຽກ​ເຮັດງານ​ທຳຂຶ້ນ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບສະມາຊິກ​ສະພາ​ສູງ Richard Lugar:

XS
SM
MD
LG