ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານຣອມນີໄດ້ຮັບໄຊຊະນະໃຫຍ່ ໃນມື້ Super Tuesday (ເບິ່ງວີດີໂອ)


ທ່ານມິດ ຣອມນີ ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ (6 ມີນາ 2012)
ທ່ານມິດ ຣອມນີ ຜູ້ສະມັກປະທານາທິບໍດີ ຂອງພັກຣີພັບບລີກັນ (6 ມີນາ 2012)

ທ່ານ​ມິດ ຣອມນີ ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ສັງກັດ​ພັກ Repu
blican ​ໄດ້​ຮັບ​ໄຊຊະນະ​ໃນ 6 ລັດ​ໃນບັນດາ 10 ລັດ ​ທີ່ຈັດການເລືອກ​ຕັ້ງ​ຂັ້ນ​ຕົ້ນ
ຂຶ້ນ ​ເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະມັກເລືອກ​ຕັ້ງ​ຕາງໜ້າພັກ​ໃນ​ວັນ​ອັງຄານ​
ວານ​ນີ້ ຮວມທັງ​ການ​ໄດ້​ຮັບ​ໄຊຊະນະ​ຢ່າງ​ວຸດ​ວິດ​ ໃນ​ລັດ Ohio ນັ້ນ.

ໄຊຊະນະຂອງ​ທ່ານຣອມນີ​ທີ່​ລັດ Ohio ​ເໜືອ​ຄູ່​ແຂ່ງ ທ່ານຣິກ ຊັນ​ໂຕຣັມ ອະດີດ
ສະມາຊິກ​ສະພາ​ສູງ​ສະຫະລັດ​ ​ແມ່ນ​ລື່ນ​ກັນພຽງ​ແຕ່ 1 ​ເປີ​ເຊັນ. ນອກ​ນີ້ ທ່ານຣອມ
ນີ​ ຍັງໄດ້​ຮັບໄຊຊະນະ​ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ Vermont, Virginia ​ແລະ
Massachusetts ຕະຫຼອດ​ທັງ​ກອງ​ປະ​ຊຸມ​ຄໍ​ກັສຂອງ​ພັກ​ໃນ​ລັດ Idaho ​ແລະ​ລັດ
Alaska ​ເຊ່ນ​ກັນ.

ໃນ​ການ​ຖະ​ແຫລ​ງທີ່​ນະຄອນ Boston ​ລັດ Massachusetts ທ່ານຣອມນີກ່າວ
ທໍານາຍວ່າ ​ໃນບັ້ນ​ສຸດ​ທ້າຍ​ນັ້ນ​ທ່ານ​ກໍ​ຈະຖືກແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ສະມັກ​ຂອງ​ພັກ​ ເຂົ້າ
ແຂ່ງກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ສັງກັດ​ພັກ​ເດ​ໂມກຣັດໃນ​ການ​ເລືອກ​ຕັ້ງ
ປະທານາທິບໍດີສະຫະລັດ​ໃນ​ເດືອນ​ພະຈິກ​ທ້າຍ​ປີ​ນີ້.
ໃນວັນ​ອັງຄານ​ວານ​ນີ້ ມີ​ການ​ແຂ່ງ​ກັນ​ຊີງ​ເອົາ​ພວກ​ຜູ້​ແທນ​ໄປ​ຮ່ວມ​ກອງ ປະຊຸມ​
ຫລວງ​ຂອງ​ພັກ​ໃນ​ຈໍານວນ​ຫລາຍ​ກວ່າ 1 ສ່ວນ 3 ຂອງ​ຜູ້​ແທນ ທັງ​ໝົດ 1144
ຄົນ​ທີ່​ຕ້ອງການເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນຜູ້ສະມັກ ເລືອກ​ຕັ້ງ​ປະທານາທິ
ບໍດີ​ຕາງ​ໝ້າ​ພັກ Republican ຊຶ່ງແມ່ນ​ຫລາຍ​ ກວ່າ ຈໍານວນ​ຜູ້​ແທນ​ທີ່​ໄດ້ ​ໃນ
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ແລະ​ກອງ​ປະຊຸມ​ຄໍ​ກັສຂອງ​ພັກ​ທີ່​ຜ່ານ​ມາ​ແລ້ວ​ນັ້ນ ບວກ​ເຂົ້າ
ກັນ​ທັງ​ໝົດ.

ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ຊັນ​ໂຕຣັມ​ໄດ້ຮັບໄຊຊະນະ
ໃນ​ລັດ North Dakota Oklahoma ​ແລະ Tennessee ​ຊຶ່ງ​ທ່ານ​ໄດ້ຫວັງວ່າ
ໄຊຊະນະ​ຈະ​ຊ່ວຍ​ຟື້ນ​ຄືນ​ມາ​ ໂອກາດ​ທີ່​ຊ່ອຍ​ໃຫ້ທ່ານ​ໄດ້​ຊະນະ 3 ລັດ​ໃນມື້​ດຽວ
ໃນ​ເດືອນ​ແລ້ວ​ນີ້.

XS
SM
MD
LG