ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນຂອງພັກ Republican ເຄື່ອນໄປສູ່ ລັດໂຄໂລຣາໂດ ແລະລັດມິນນີໂຊຕາ (ເບິ່ງວີດີໂອ)


ທ່ານ Mitt Romney ຜູ້ສະໝັກປະທານາທິບໍດີສະຫະລັດ ສັງກັດ
ພັກ Republican ກໍາລັງໂຄສະນາຫາສຽງ ໃນລັດໂກໂລຣາໂດ.
ວັນທີ 7 ກຸມພາ 2012.
ທ່ານ Mitt Romney ຜູ້ສະໝັກປະທານາທິບໍດີສະຫະລັດ ສັງກັດ ພັກ Republican ກໍາລັງໂຄສະນາຫາສຽງ ໃນລັດໂກໂລຣາໂດ. ວັນທີ 7 ກຸມພາ 2012.

















ທ່ານ​ມິດ ຣອມນີ ຜູ້​ສະມັກ​ແຂ່ງຂັນ​ປະທາ​ນາທີ​ບໍດີ​ສະຫະລັດ​ຫວັງ​ວ່າ ຈະ​ເສີມ​ຂະຫຍາຍ
ຖານະ​ເປັນ​ຜູ້​ມີ​ສຽງ​ນໍາ​ໜ້າ​ຢ່າງ​ແຂງ​ແຮງຂອງ​ທ່ານເພື່ອ​ໃຫ້​ໄດ້ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະ
ໝັກຂອງ​ພັກ Republican ​ໃນ​ການ​ປະຊຸມ​ຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ​ໃນ​ວັນ​ອັງຄານ​
ມື້​ນີ້​ທີ່ລັດ Colorado ​ແລະ​ລັດ Minnesota ນັ້ນ.

ທ່ານຣອມນີ ປາກົດ​ວ່າ​ມີ​ທ່າ​ທາງ​ທີ່​ຈະໄດ້​ຮັບໄຊຊະນະ​ໃນ​ລັດ Colorado ແຕ່​ການ​ສໍາ​
ຫຼວດ​ຫາງ​ສຽງ​ປະຊາຊົນ​ໃນ​ລັດ Minnesota ສະ​ແດງໃຫ້​ເຫັນ​ວ່າ ​ໃນ​ບັນດາ​ຜູ້​ສະໝັກ
ແຂ່ງຂັນ​ສັງກັດ​ພັກ Republican ທັງ 4 ທ່ານ ຜູ້​ໃດ​ກໍ​ສາມາດ​ມີ​ສຽງ​ນໍາ​ໜ້າ​ໄດ້ ຊຶ່ງ​ອະ
ດີດ​ສະມາຊິກ​ສະພາສູງ​ສະຫະລັດ​ຈາກ​ລັດ Pennsylvania ທ່ານ Rick Santorum
ມີ​ສຽງ​ນໍາ​ໜ້າ​ໃນ​ເວລາ​ນີ້.

ອະດີດ​ປະທານ​ສະພາ​ຕໍ່າ​ສະຫະລັດ ທ່ານ Newt Gingrich ຊຶ່ງ​ແຕ່​ກ່ອນ ເຄີຍ​ຖື​ວ່າ​
ເປັນ​ຄູ່​ແຂ່ງ​ຄົນ​ສຳຄັນຂອງ​ທ່ານຣອມນີ ທີ່​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງໃຫ້​ເປັນຜູ້ຕາງໜ້າ​ພັກ
Republican ນັ້ນມີ​ສຽງ​ນໍາ​ໜ້າ​ໝູ່​ຢ່າງ​ຫລວງຫລາຍ​ໃນ​ການ​ສໍາ​ຫລວດ​ຫາງ​ສຽງ​ປະ
ຊາຊົນ​ໃນ​ລັດ Colorado ​ໃນ​ທ້າຍ​ປີຜ່ານມາ​ນີ້ ​ແຕ່​ຕັ້ງ​ແຕ່​ນັ້ນ​ມາ ທ່ານ​ໄດ້​ສູນ​ເສຍ​ສຽງ
ສະໜັບສະໜຸນ​ຢູ່​ໃນ​ລັດ​ດັ່ງກ່າວ.

ທ່ານຣອມນີ ໄດ້​ຊະນະ​ການ​ເລືອກ​ຕັ້ງ​ໃນ​ລັດ Colorado ​ແລະ​ລັດMinnesota ໃນ​
ຄວາມ​ພະຍາຍາມເພື່ອ​ໃຫ້​ໄດ້​ຮັບ​ການແຕ່ງ​ຕັ້ງເປັນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງ​ຕາງໜ້າ
ພັກ Republican ​ໃນ​ປີ 2008 ຜ່ານ​ມານັ້ນ.

ການ​ປະຊຸມ​ແຕ່ງຕັ້ງຜູ້ຕາງໜ້າຂອງ​ພັກ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ດໍາ​ເນີນ​ຂັ້ນ​ຕອນ
ໄປ​ໃນ​ແຕ່​ລະ​ລັດໆ​ ເພື່ອ​ຄັດເລືອກ​ເອົາ​ຜູ້​ສະມັກຂອງ​ພັກ Republican ​ເຂົ້າ​ແຂ່ງຂັນ
ກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ສັງກັດ​ພັກ​ເດ​ໂມກຣັດ​ ໃນ​ການ​ແຂ່ງຂັນ​ເລືອກ
ຕັ້ງ​ປະທານາທິບໍດີສະຫະລັດ​ໃນ​ເດືອນ​ພະຈິກ​ປີ​ນີ້.

ວັນ​ອັງຄານມື້​ນີ້ ​ກໍ​ມີ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ Republican ​ໃນ​ລັດ Missouri
ເຊ່ນ​ກັນ ​ແຕ່​ບໍ່​ເປັນ​ການ​ເລືອກ​ຕັ້ງທີ່​ມີຜົນ​ບັງຄັບ​ແລະ​ບໍ່​ມີ​ການ​ແບ່ງປັນຜູ້ຕາງໜ້າ​ຈາກ​
ລັດນັ້ນ.

ໃນ​ວັນ​ຈັນ​ວານ​ນີ້ ຜູ້​ສະມັກ​ແຂ່ງຂັນ​ທັງ 4 ທ່ານ​ພາກັນ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​
ລັດ Minnesota ​ແລະ​ລັດ Colorado ຊຶ່ງ​ທ່ານ ຣອມນີ​ ໄດ້​ແນ​ຈຸດ​ການ​ໂຄສະນາ​ຫາ
ສຽງ​ຂອງ​ທ່ານ​ໃສ່​ທ່ານ Santorum ​ເພື່ອ​ພະຍາຍາມ​ຢຸດ​ແຮງ​ກະ​ຕຸ້ນ​ໃດໆ​ທີ່​ມາ​ຈາກ
ອະດີດ​ສະມາຊິກ​ສະພາ​ສູງສະຫະລັດ​ທ່ານ​ນີ້.

XS
SM
MD
LG