ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນທໍາການ ເລືອກຕັ້ງຂັ້ນຕົ້ນໃນ 10 ລັດ (ເບິ່ງສະໄລດ໌ກັບວີດີໂອ)


ນາງ Mary Lou Andrews ຂຽນຂໍ້ຄວາມລົງໃສ່ບັດ ທີ່ໂຮງຮຽນມັດທະຍົມກາງ Medlock Bridge ໃນລັດຈໍ ເຈຍ ເພື່ອປ່ອນໃນການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລີກັນ (6 ມີນາ 2012)
ນາງ Mary Lou Andrews ຂຽນຂໍ້ຄວາມລົງໃສ່ບັດ ທີ່ໂຮງຮຽນມັດທະຍົມກາງ Medlock Bridge ໃນລັດຈໍ ເຈຍ ເພື່ອປ່ອນໃນການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລີກັນ (6 ມີນາ 2012)

ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ໃນ 10 ລັດ ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ​ມື້​ນີ້ ​ທີ່​ເອີ້​ນວ່າ “Super Tuesday” ຫລື​ວັນ​ອັງຄານ​ທີ່​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ມື້​ປ່ອນ​ບັດ​ທີ່​ສໍາຄັນ​ທີ່​ສຸດ​ມາ​ຮອດ​ປັດຈຸບັນ ​ໃນ​ການ​ແຂ່ງຂັນ​ຂອງ​ຜູ້​ສະມັກເລືອກ​ຕັ້ງ​ຈາກ​ພັກ Republican ​ເພື່ອ​ໃຫ້​ໄດ້ຖືກ​ແຕ່ງ​ຕັ້ງເປັນ​ຜູ້ຕາງໜ້າ​ຂອງ​ພັກ​ ໃນ​ການເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ​ນັ້ນ.

ໃນ​ວັນ​ອັງຄານ​ມື້​ນີ້ ຈະ​ມີ​ການ​ແຂ່ງຂັນ​ກັນ​ຊີງ​ເອົາ​ພວກ​ຜູ້​ແທນໄປ​ຮ່ວມ​ໃນ​ກອງ​ປະຊຸມ​ຫລວງ
ຂອງ​ພັກໃນ​ຈໍານວນ​ຫລາຍ​ກວ່າ 1 ສ່ວນ 3 ຂອງ​ບັນດາ​ຜູ້​ແທນ​ພັກ​ທັງ​ໝົດ 1144 ທ່ານ
ທີ່​ຕ້ອງການ​ ເພື່ອໃຫ້ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະມັກເລືອກ​ຕັ້ງປະທານາທິບໍດີ​ຕາງໜ້າ​ພັກ
Republican ນັ້ນ ຊຶ່ງແມ່ນຫລາຍ​ກວ່າຈໍານວນຜູ້​ແທນ​ທີ່​ໄດ້ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ແລະ​
ກອງ​ປະຊຸ​ມຄໍ​ກັສຂອງ​ພັກທີ່​ຜ່ານ​ມາ​ແລ້ວ​ນັ້ນບວກ​ເຂົ້າກັນ​ທັງ​ໝົດ.

ທ່ານ​ມິດ ຣອມນີ ​ທີ່ເວລາ​ນີ້​ມີຄະ​ແນນນໍາ​ໜ້າ​ແລະ​ໄດ້​ຊະນະການ​ແຂ່ງຂັນມາ​ແລ້ວ​ໃນ 5 ລັດ ຫວັງ​ວ່າ​ຈະ​ຊົມ​ໃຊ້​ການ​ແຂ່ງຂັນ​ໃນ​ມື້​ນີ້ ​ເພື່ອເສີມ​ຂະຫຍາຍ​ໃຫ້​ທ່ານໄດ້​ເປັນ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ​ຕາງໜ້າ​ພັກ​ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້. ຄູ່​ແຂ່ງ​ທີ່ສໍາຄັນ​ຂອງທ່ານ ຄື​ທ່ານ ຣິກ ຊັນ​ໂຕຣັມ ກໍາລັງ​ພະຍາຍາມ​ເພື່ອ​ຟື້ນຄືນມາ​ໂອກາດທີ່​ໄດ້ຊ່ອຍ​ໃຫ້​ທ່ານ​ໄດ້​ຮັບໄຊຊະນະ​ໃນ​ການ​ແຂ່ງຂັນ​ໃນ 3 ລັດ​ລຽນຕິດໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້.

ໃນ​ວັນ​ຈັນ​ວານ​ນີ້ ທ່ານຣອມນີ​ແລະ​ທ່ານ​ຊັນ​ໂຕຣັມ ​ໄດ້​ໄປ​ໂຄສະນາ​ຫາ​ສຽງ​ສະໜັບສະໜຸນ​ໃນ​ລັດ Ohio ຊຶ່ງ​ເປັນ​ເຂດ​ຕໍ່ສູ້​ທີ່​ມີ​ການຕິດຕາມ​ເບິ່ງ​ກັນ​ຢ່າງ​ໃກ້ຊິດ​ ໃນ​ພາກ​ກາງ​ຕາ​ເວັນ​ຕົກຂອງ​ສະຫະລັດ ບ່ອນ​ທີ່​ທັງ​ສອງ​ທ່ານ​ມີ​ສຽງ​ສະໜັບສະໜຸນ​ຢ່າງ​ສູ​ສີ​ກັນ​ນັ້ນ.

ການ​ສໍາ​ຫລວດ​ຫາງ​ສຽງ​ຂອງ​ມະຫາວິທະຍາ​ໄລ Quinnipiac ຄັ້ງ​ໃໝ່ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ມິດ ຣອມນີ ມີຄະ​ແນນ​ດີ​ຂຶ້ນນັບ​ແຕ່​ສັບປະ ດາແລ້ວນີ້​ເປັນ​ຕົ້ນ​ມາ ​ແລະ​ເວລາ​ນີ້​ໄດ້​ຮັບ​ສຽງ​ສະໜັບສະໜຸນ 34 ​ເປີ ເຊັນ​ຈາກ​ບັນດາ​ຜູ້​ປ່ອນ​ບັດ​ສັງກັດ​ພັກ Republican ທີ່​ມີ​ທ່າ​ທາງ​ວ່າ ​ຈະ​ໄປ​ໃຊ້​ສິດ​ໃຊ້​ສຽງ​ຂອງ​ຕົນໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ Ohio ຊຶ່ງ​ລື່ນ​ທ່ານ ຊັນ​ໂຕຣັມ 3 ​ເປີ​ເຊັນ. ທ່ານຊັນ​ໂຕຣັມ ມີ​ສຽງ​ນໍາ​ໜ້າ​ທ່ານຣອມນີ​ ໃນ​ເດືອນແລ້ວ​ນີ້.

ການ​ແຂ່ງຂັນ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ຈະ​ເຮັດ​ໃຫ້​ພວກ​ສະມາຊິກ​ຂອງ​ພັກ​ຫຍັບ​ໃກ້​ເຂົ້າ​ໄປ​ສູ່
ການ​ຄັດ​ເລືອກ​ເອົາ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ຂອງ​ພວກເຂົາ​ເຈົ້າ​ ເພື່ອ​ປະ​ເຊີນ​ໜ້າ​ກັບ​ປະທານາ
ທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່ສັງກັດ​ພັກ​ເດ​ໂມ​ແກຣດ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ
ເດືອນ​ພະຈິກທ້າຍ​ປີ​ນີ້.

ພວກ​ລັດ​ອື່ນໆ​ທີ່​ມີ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ກໍມີ​ລັດ Georgia, Massa
chusetts, Vermont, Virginia, Oklahoma ແລະ​ Tennessee. ສ່ວນ​ລັດທີ່​ມີ​ກອງ
ປະຊຸມ​ຄັດ​ເລືອກ​ຜູ້​ສະມັກ​ຂອງ​ພັກຣີພັບ​ບລິ​ກັນ ຫລື​ທີ່​ເອິ້ນ​ວ່າ ຄໍ​ກັສ ນັ້ນ ກໍ​ມີລັດ Idaho,
North Dakota ​ແລະ Alaska.

XS
SM
MD
LG