ອະດີດຜູ້ປົກຄອງລັດ Massachusetts ທ່ານມິດ ຣອມນີ ໄດ້ຮັບໄຊຊະນະຢ່າງງ່າຍ
ດາຍ ໃນກອງປະຊຸມຂອງສະມາຊິກພັກ Republican ຂອງລັດວໍຊິງຕັນໃນພາກຕາ
ເວັນຕົກສຽງເໜືອຂອງສະຫະລັດ ຊຶ່ງເປັນແຮງກະຕຸ້ນໃຫ້ແກ່ການໂຄສະນາຫາສຽງ
ຂອງທ່ານ ໃນຂະນະທີ່ມຸ່ງໜ້າ ໄປສູ່ການແຂ່ງຂັນໃຫຍ່ໃນວັນອັງຄານ ໃນອັນທີ່ເອີ້ນ
ວ່າ ການແຂ່ງຂັນວັນອັງຄານໃຫຍ່ ຫລື “Super Tuesday” ໃນ 10 ລັດນັ້ນ.
ທ່ານຣອມນີ ໄດ້ຮັບສຽງສະໜັບສະໜຸນ 38 ເປີເຊັນຂອງຄະແນນສຽງ ທັງໝົດຂອງ
ກອງປະຊຸມສະມາຊິກພັກໃນວັນເສົາວານນີ້ ຮອງລົງມາແມ່ນທ່ານ Ron Paul ສະມາ
ຊິກສະພາຕໍ່າສະຫະລັດຈາກລັດເທັກຊັສ ຊຶ່ງໄດ້ຮັບສຽງສະໜັບສະໜຸນ 25 ເປີເຊັນ
ແລະອັນດັບສາມໄດ້ ແກ່ທ່ານຣິກ ຊັນໂຕຣໍາ ສະມາຊິກສະພາສູງຈາກລັດ Pennsyl
vania. ສ່ວນທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດ ໄດ້ຮັບ
ສຽງສະໜັບສະໜຸນໃນອັນດັບ 4 ຄື 10 ເປີເຊັນຂອງຄະແນນສຽງທັງໝົດໃນລັດວໍ
ຊິງຕັນນັ້ນ.
ທ່ານຣອມນີ ໄດ້ກ່າວຂອບອົກຂອບໃຈຕໍ່ພວກທີ່ໃຫ້ການສະໜັບສະໜຸນທ່ານໃນຂໍ້
ຄວາມທີ່ລົງໃນສື່ສັງຄົມ Twitter ແລະ Facebook.
ການລົງມະຕິຂອງກອງປະຊຸມສະມາຊິກພັກດັ່ງກ່າວມີຂຶ້ນກ່ອນໜ້າການເລືອກຕັ້ງຂັ້ນ
ຕົ້ນຂອງພັກ ໃນມື້ທີ່ເອີ້ນວ່າ ‘Super Tuesday” ຊຶ່ງຈະເປັນຮ່ອງຮອບບອກໃຫ້ຮູ້ວ່າ
ຜູ້ສະມັກຄົນໃດຈາກພັກຣີພັບບລິກັນຈະໄດ້ ເປັນຜູ້ຖືກແຕ່ງຕັ້ງໃຫ້ລົງແຂ່ງກັບປະທາ
ນາທິບໍດີ ບາຣັກ ໂອບາມາແຫ່ງພັກເດໂມກຣັດ ໃນການເລືອກຕັ້ງປະທານາທິບໍດີສະ
ຫະລັດໃນເດືອນພະຈິກ ທ້າຍປີນີ້.
ໃນການສໍາຫລວດຫາງສຽງທົ່ວປະເທດຄັ້ງຫລ້າສຸດຂອງພັກສະແດງໃຫ້ເຫັນວ່າ ທ່ານ
ຣອມນີ ໄດ້ຮັບສຽງສະໜັບສະໜຸນ 35 ເປີເຊັນໃນຂະນະທີ່ທ່ານ ຣິກ ແຊນໂຕຣໍາ ໄດ້
ຮັບ 24 ເປີເຊັນ, ທ່ານ Gingrich ໄດ້ຮັບ 15 ເປີເຊັນ ແລະທ່ານ Ron Paul ໄດ້
ຮັບ 11 ເປີເຊັນ.