ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມິດ ຣອມນີ ຊະນະ ການເລືອກຕັ້ງຂັ້ນຕົ້ນຂອງພັກ ໃນ 3 ແຫ່ງ (ເບິ່ງວີດີໂອ)


ທ່ານມິດ ຣອມນີ ອະດີດຜູ້ປົກຄອງລັດ Massachusetts ແລະຜູ້ສະມັກ
ແຂ່ງຂັນປະທານາທິບໍດີສະຫະລັດ ປະກາດໄຊຊະນະໃນການເລືອກ
ຕັ້ງຂັ້ນຕົ້ນຂອງພັກທີ່ລັດ Wisconsin.
ວັນທີ 4 ເມສາ 2012.
ທ່ານມິດ ຣອມນີ ອະດີດຜູ້ປົກຄອງລັດ Massachusetts ແລະຜູ້ສະມັກ ແຂ່ງຂັນປະທານາທິບໍດີສະຫະລັດ ປະກາດໄຊຊະນະໃນການເລືອກ ຕັ້ງຂັ້ນຕົ້ນຂອງພັກທີ່ລັດ Wisconsin. ວັນທີ 4 ເມສາ 2012.

ທ່ານ​ມິດ ຣອມນີ ຜູ້​ສະມັກ​ແຂ່ງຂັນທີ່​ຫວັງ​ວ່າ​ຈະ​ໄດ້​ເປັນ​ປະທານາທິບໍດີສະຫະລັດ ສັງ
ກັດ​ພັກ Republican ​ໄດ້ຫຍັບ​ເຂົ້າໄປ​ໃ​ກ້ຕື່ມ​ອີກການທີ່​ຈະໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້
ຕາງໜ້າ​ພັກ​ນັ້ນ ​ແລະ​ບັດ​ນີ້ ​ແນສາຍຕາ​ຂອງ​ທ່ານ​ໄປໃສ່​ການ​ຕໍ່ສູ້​ທາງ​ດ້ານການ​ເມືອງ
ກັບ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ​.

ອະດີດ​ຜູ້​ປົກຄອງ​ລັດ Massachusetts ​ໄດ້​ຊະນະ​ລວບ​ໃນ​ການ​ເລືອກຕັ້ງ​ຂັ້ນ​ຕົ້ນ​ຂອງ
ພັກ​ໃນ​ກຸງ​ວໍ​ຊິງ​ຕັນ ​ໃນ​ລັດ Maryland ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ​ແລະ​ໃນ
ລັດ Wisconsin ທາງ​ພາກ​ກາງ​ຂ້ອນຕາ​ເວັນ​ຕົກ ​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງທ່ານຣອມນີ
ເອີ້ນ​ວ່າ ​ເປັນ​ໄຊຊະນະ​ຄັ້ງ​ຍິ່ງ​ໃຫຍ່​ແລງ​ມື້​ນີ້​ ໃນ​ການປຸກລະດົມ​ຂອງ​ພວກ​ເຮົາ​ເພື່ອ ຮື້​ຟື້ນ
ຄໍາ​ໝັ້ນ​ສັນຍາຂອງ​ອາ​ເມຣິກາ ຄືນ​ມາ​ນັ້ນ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຈາກ​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແລະ​ລັດ Maryland ສະ​ແດງ​ໃຫ້​
ເຫັນ​ວ່າ ທ່ານຣອມນີ ຊະນະ​ຢ່າງ​ຂາດ​ຮອຍ ເໜືອ​ຄູ່​ແຂ່ງຂັນ​ທີ່​ໃກ້ຊິດທີ່​ສຸດ ຄື​ອະດີດ​ສະ
ມາຊິກ​ສະພາ​ສູງ​ສະຫະລັດ​ທ່ານ Rick Santorum ນັ້ນ. ​ແຕ່ໄຊຊະນະ​ຂອງ​ທ່ານ​ແມ່ນ
ສູ​ສີ​ກັນ​ ຢູ່ໃນ​ລັດ Wisconsin ​ບ່ອນ​ທີ່​ທ່ານ Rick Santorum ໄດ້​ທໍາ​ການ ​ໂຄສະນາ
ຫາ​ສຽງ​ຢ່າງ​ໜັກ​ນັ້ນ.

ໄຊຊະນະ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ທ່ານຣອມນີ​ ຫຍັບ​ໃກ້​ເຂົ້າ​ການທີ່​ຈະໄດ້​ຮັບ
ສຽງ​ສະໜັບ​ສະ​ໜຸນ ​ຈາກຜູ້​ແທນ​ພັກ​ໃນຈໍານວນ​ພຽງພໍທີ່ຈະໄດ້​ເປັນ​ຜູ້​ສະມັກ​ຮັບ​ເລືອກ
ຕັ້ງຂອງ​ພັກ Republican ​ເພື່ອ​ຈະ​ແຂ່ງຂັນ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ສັງກັດ
​ພັກ​ເດ​ໂມກຣັດ​ໃນ​ການ​ເລືອກ​ຕັ້ງທົ່ວໄປ​ໃນ​ເດືອນ​ພະ​ຈິກ​ທ້າຍ​ປີ​ນີ້. ທ່ານຣອມນີ ​ແລະ
ທ່ານ​ໂອ​ບາ​ມາ ຕ່າງ​ກໍ​ໄດ້​ສະ​ແດງ​ຮ່ອງຮອຍໃຫ້ບັດ​ນາ​ຜູ້​ປ່ອນ​ບັດເຫັນວ່າ ການ​ແຂ່ງຂັນ
ລະຫວ່າງ​ພວກ​ທ່ານ​ຈະ​ດໍາ​ເນີນ​ໄປ​ແບບ​ໃດ​.

ໃນ​ການ​ກ່າວຖະ​ແຫຼ​ງຕໍ່​ພວກ​ສະໜັບສະໜຸນ​ທ່ານ​ທີ່​ລັດ Wisconsin ທ່ານຣອມນີ ​ໄດ້
ກ່າວ​ໂຈມ​ຕີ​ປະວັດ​ຂອງ​ທ່ານໂອ​ບາ​ມາ ກ່ຽວ​ກັບເສດ ຖະກິດ ​ໂດຍ​ກ່າວ​ວ່າ “​ໃນສັງຄົມ​ທີ່
ລວມຈຸດ​ໃຈກາງ​ຢູ່​ທີ່​ລັດຖະບານ ຂອງ​ທ່ານ​ໂອ​ບາ​ມາ​ນັ້ນ ​ລັດຖະບານ​ແມ່ນ​ຈະ​ຕ້ອງໄດ້
ເຮັດ​ຫຼາຍ​ຂຶ້ນ ​ເພາະວ່າເສດຖະກິດ​ຈະ​ເຄື່ອນ​ໄຫວ​ຊ້າ​ລົງ. ”

ໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ປະນາມ​ຮ່າງ​ງົບປະມານ​ຂອງ​ພັກ Repu
blican ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ທ່ານຣອມນີ ​ໂດຍ​ກ່າວ​ວ່າ ຮ່າງ​ງົບ​ປະມານ​ນີ້​ຈະ​ບັງ
ຄັບ​ໃຫ້ປະ​ເທດຮັບ​ເອົາ​ວິ​ໄສ​ທັດທີ່ຮຸນ​ແຮງ.

ພວກ​ສະໜັບສະໜຸນ​ທ່ານ​ໂອ​ບາ​ມາ ​ກໍໄດ້​ເລີ້ມ​ທໍາການ​ໂຄສະນາ​ຫາ​ສຽງຕໍາ​ໜິຕິຕຽນ
ທ່ານຣອມນີເຊ່ນ​ກັນ.

ທ່ານຣອມນີ​ ໄດ້​ຮັບຈໍານວນ​ຜູ້​ແທນຂອງ​ພັກ​ ປະມານ​ເຄ່ິ່ງນຶ່ງ​ຂອງ​ຈໍານວນ​ທີ່ຕ້ອງການ
ເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້ຕາງ​ໜ້າຂອງ​ພັກ ນັ້ນ​ແລ້ວ ແລະ​ໄດ້​ຮັບ​ການ​ສະໜັບສະ
ໜຸນ​ຂຶ້ນ​ເລື້ອຍໆ​ຈາກ​ພວກ​ສະມາຊິກ​ພັກ Republican ຄົນ​ສໍາຄັນ ​ເຊ່ນ​ອະດີດ​ປະທາ
ນາທິບໍດີ H.W. Bush. ​ແຕ່ພວກ​ຄູ່​ແຂ່ງຂັນຂອງ​ທ່ານຣອມນີຈາກ​ພັກ Republican
ທ່ານ Rick Santorum ທ່ານ Newt Gingrich ​ແລະ​ທ່ານ Ron Paul ຍັງບໍ່​ໄດ້​
ສະ​ແດງ​ຮ່ອງຮອຍ​ໃດໆ​ໃຫ້​ຮູ້​ວ່າ ພວກ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່​ຈະຖອນ​ໂຕ​ຈາກ​ການ​ແຂ່ງ
ຂັນ​ນັ້ນ.

XS
SM
MD
LG