ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານໂອບາມາ ແລະທ່ານ Romney ໂຄສະນາ ໂຈມຕີກັນ ເລື່ອງເສດຖະກິດ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ແລະອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ຊຶ່ງເປັນຜູ້ສະມັກ ປະທານາທິບໍດີ ຂອງພັກຣີພັບບລີກັນ ພວມໂຄສະນາຫາສຽງ (23 ກັນຍາ 2012)
ປະທານາທິບໍດີ ບາຣັກ ໂອບາມາ ແລະອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ຊຶ່ງເປັນຜູ້ສະມັກ ປະທານາທິບໍດີ ຂອງພັກຣີພັບບລີກັນ ພວມໂຄສະນາຫາສຽງ (23 ກັນຍາ 2012)
ປະທານນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະ ຜູ້ສະ
ມັກປະທານາທິບໍດີຂອງພັກຣີພັບບລີກັນທ່ານ Mitt Romney
ໄດ້ກ່າວໂຈມຕີນະໂຍບາຍເສດຖະກິດຂອງກັນແລະກັນໃນວັນ
ພະຫັດວານນີ້ ລະຫວ່າງການໂຄສະນາຫາສຽງທີ່ລັດເວີຈີເນຍ.

ທ່ານໂອບາມາ ກ່າວຕໍ່ພວກສະໜັບສະໜຸນ ທີ່ເມືອງ Virginia
Beach ວ່າທ່ານມີແຜນການທີ່ຈະສ້າງວຽກເຮັດງານທຳ ແລະ ສົ່ງອອກຜະລິດຕະພັນຂອງສະຫະລັດເພີ່ມຂຶ້ນ.

ທ່ານເວົ້າວ່າ ສະຫະລັດບໍ່ສາມາດທີ່ຈະກ້າວໄກໄປໜ້າໄດ້ດ້ວຍ
ຜູ້ນຳທີ່ບໍ່ໃຫ້ຄວາມສຳຄັນຕໍ່ປະຊາຊົນເຄິ່ງນຶ່ງຂອງປະເທດໂດຍ
ຖືວ່າ ເປັນຜູ້ເຄາະຮ້າຍ ອັນເປັນການໝາຍເຖິງ ວີດີໂອ ທີ່ໄດ້ມີ
ການອັດແບບລັບໆຂອງທ່ານ Romney ທີ່ກ່າວຕໍ່ພວກສະໜັບ
ສະໜຸນຮັ່ງມີ ທີ່ວ່າ 47% ຂອງຊາວອາເມຣິກັນ ບໍ່ໄດ້ຈ່າຍພາສີ ແລະຖືວ່າຕົນເອງເປັນຜູ້ ເຄາະຮ້າຍທີ່ມີສິດຈະໄດ້ຮັບການຊ່ອຍເຫຼືອຂອງລັດຖະບານ. ຄະແນນນິຍົມຂອງຜູ້ສະມັກ ປະທານາທິບໍດີຂອງພັກຣີພັບບລີກັນ ໄດ້ຫຼຸດຕໍ່າລົງ ນັບແຕ່ໄດ້ມີການເປີດເຜີຍ ວີດີໂອດັ່ງ ກ່າວ ໃນຕົ້ນເດືອນນີ້.

ໃນມື້ວານນີ້ ທ່ານ Romne ກໍໄດ້ກ່າວເນັ້ນຢໍ້າເຖິງການສ້າງວຽກເຮັດງານທຳຄືກັນ ໃນລະ ຫວ່າງ ການໂຄສະນາຫາສຽງທີ່ເມືອງ Springfield ລັດເວີຈີເຣຍ ຊຶ່ງເປັນເຂດຊານເມືອງ ຂອງກຸງວໍຊິງຕັນ. ທ່ານເວົ້າວ່າ ຖ້າທ່ານຊະນະ ທ່ານຈະເຮັດໃຫ້ງົບປະມານ ລັດຖະບານ ກາງມີຄວາມກໍ້າເກິ່ງໃນຕອນຕົ້ນໆຂອງສະໄໝການດຳລົງຕຳແໜ່ງຂອງທ່ານແລະສ້າງບັນ ຍາກາດ ເພື່ອໃຫ້ທຸລະກິດຂະໜາດນ້ອຍຈະເລີນເຕີບໂຕໄດ້.

ອະດີດຜູ້ປົກຄອງລັດ Massachusetts ຍັງໄດ້ກ່າວຢໍ້າ ກ່ຽວກັບການຍົກເລີກ ໂຄງການ ປະກັນໄພສຸຂະພາບຂອງປະທານາທິບໍດີທີ່ພັກຣີພັບບລີກັນເອີ້ນວ່າ Obamacare ນັ້ນ.

ການຢັ່ງສຽງຂອງຫຼາຍໆອົງການ ສະແດງໃຫ້ເຫັນວ່າ ທ່ານໂອບາມາໄດ້ມີຄະແນນນຳໜ້າ ທ່ານ Romney ຢູ່ທີ່ລັດເວີຈີເນຍແລະອີກຫຼາຍໆລັດທີ່ເປັນເຂດຕໍ່ສູ້ທີ່ອາດຕັດສິນຊີ້ຂາດ ຜົນການເລືອກຕັ້ງໃນວັນທີ 6 ພະຈິກຈະມານີ້.

ເບິ່ງວີດີໂອກ່ຽວກັບການໂຄສະນາຫາສຽງຂອງທ່ານຣອມນີ:
Romney Attempts Campaign Reset
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ
XS
SM
MD
LG