ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ສະມັກປະທານາທິບໍດີ ຈາກພັກຣີພັບບລິກັນ ໂຕ້ວາທີກັນອີກ


ຜູ້ສະມັກປະທານາທິບໍດີ ພັກ Republican, ອະດີດປະທານສະພາຕໍ່າ ທ່ານ Newt Gingrich ແລະ ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ກໍາລັງໂຕ້ວາທີກັນ ທີເມືອງ Jacksonville, ລັດຟຣໍລິດາ., ໃນມື້ວັນພະຫັດ, ເດືອນມັງກອນ ທີ 26, 2012.
ຜູ້ສະມັກປະທານາທິບໍດີ ພັກ Republican, ອະດີດປະທານສະພາຕໍ່າ ທ່ານ Newt Gingrich ແລະ ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ກໍາລັງໂຕ້ວາທີກັນ ທີເມືອງ Jacksonville, ລັດຟຣໍລິດາ., ໃນມື້ວັນພະຫັດ, ເດືອນມັງກອນ ທີ 26, 2012.

ຜູ້​ສະມັກເປັນ​ປະທານາທິບໍດີສະຫະຣັດ ສີ່​ຄົນຂອງ​ພັກ Republican ທີ່ຍັງ​ເຫ​ລືອຢູ່​ນັ້ນ
ພາກັນ​ໂຕ້​ວ່າ​ທີ​ຄັ້ງ​ສຸດ​ທ້າຍ ກ່ອນ​ການເລືອກຕັ້ງຂັ້ນຕົ້ນ ທີ່ສໍາ​ຄັນໃນ​ລັດ​ຟລໍຣິດານັ້ນ​
ໄດ້ໂຕ້​ຖຽງ​ກັນກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງ ປະຫວັດເສຍ​ພາສີ ແລະ​ຂໍ້​ສະ​ເໜີ​ການ​ຕັ້ງ
ອານາ​ນິຄົມທີ່​ດວງ​ຈັນ ຢູ່​ທີ່​ລັດຊຶ່ງ​ເປັນ​ທີ່​ຕັ້ງຂອງ​ອຸສາ​ຫະກຳ​ອະ​ວະ​ກາດ​ສ່ວນ​ໃຫຍ່​ຂອງ
ປະ​ເທດ​ນັ້ນ.

ທ່ານ Newt Gingrich ​ແລະທ່ານ Mitt Romney ໄດ້ກ່າວ​ໂຈມ​ຕີ​ກັນໃນ​ການ​
ໂຕ້​ວາທີ​ໃນ​ແລງ​ວັນ​ພະຫັດ​ວານ​ນີ້ ທີ່​ເມືອງ Jacksonville ທາງພາກ​ເໜືອ​ຂອງ​ລັດ
ຟລໍ​ລິ​ດາ ຊຶ່ງ​ເປັນ​ລັດທີ່​ຕັ້ງ​ຢູ່ໃກ້​ທີີ່​ສຸດກັບ​ຄີວບາ ​ແລະເປັນ​ບ່ອນຢູ່​ອາ​ໄສ​ຂອງ​ປະ​ຊາຄົມ​
ຊາວ​ຄິວ​ບາທີ່ໃຫ່ຍທີ​ສຸດ.

ທ່າ​ນ Gingrich ​ໄດ້​ກ່າວ​ຫາ​ທ່ານ Romney ວ່າ​ ເປັນຜູ້້​ສະມັກທີ່​ຕໍ່ ຕ້ານ​ພວກ​ຄົນ
ເຂົ້າ​ເມືອງ ​ຊຶ່ງທ່ານ Romney ເອີ້ນ​ຄໍາ​ກ່າວ​ຫາດັ່ງ​ກ່າວວ່າ ເປັນ​ຄໍາ​ເວົ້າ​ທີ່ບໍ່​ສຸພາບ
ແລະຮຽກຮ້ອງ​ໃຫ້​ທ່ານ Gingrich ຂໍຂະ​ມາ​ໂທດ ​ແຕ່​ທ່ານ Gingrich ​ໄດ້ກ່າວ​ຫາ
ທ່ານ Romney ວ່າ​ຢາກ​ບັງ​ຄັບໃຫ້​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ​ທັງ​ໝົດ ຮ່ວມ
ທັງພວກ​ຜູ້​ເຖົ້າ ​ໃຫ້​ພາກັນ​ໜີ​ອອກ​ຈາກ​ປະ​ເທດ. ທ່ານ Romney ກ່າວ​ວ່າ ທ່ານ
ຢາກ​ໃຫ້​ຜູ້​ຄົນ​ເດີນທາງ​ເຂົ້າມາ​ຍັງ​ສະຫະລັດ ແລະ​ເຮັດ​ວຽກ​ເຮັດ​ການ ຢ່າງຖືກຕ້ອງ​
ຕາມ​ກົດໝາຍ.

ທ່ານ Romney ໄດ້ໂຈມ​ຕີ ທ່ານ Gingrich ​ທີ່​ເມື່ອໝໍ່ມາ​ນີ້​ໄດ້ສະ​ເໜີໃຫ້ຕັ້ງອານາ​
ນິຄົມ​ຢູ່​ເທິງດວງ​ຈັນ ​ໂດຍ​ກ່າວ​ວ່າ ທ່ານ​ຢາກຈະເຫັນ​ມີ​ການ​ໃຊ້​ເງິນ​ທັງໝົດ​ນັ້ນ​ມາ​ສ້າງ
ເຮືອນຊານ​ຢູ່​ໃນສະຫະ​ຣັດ ແທນ​ທີ່​ຈະຕັ້ງອານາ​ນິຄົມຢູ່​ເທີີ​ງດວງ​ຈັນ. ຂູ່​ແຂ່ງທ່ານ Ron
Paul ກ່າວ​ຕື່​ມ ອີ​ກວ່າ ແທນ​ທີ່​ຈະ​ສ້າງ​ອານາ​ນິຄົມທີ່​ດວງ​ຈັນນັ້ນ ບາງ​ທີ່​ນັກ​ການ​ເມືອງ
ຄວນ​ຖືກ​ສົ່ງ​ຂື້ນໄປ​ດວງ​ຈັນ.

ຂະນະ​ທີ່​ລັດ​ຟລໍຣິດາ​ຍັງ​ເປັນ​ລັດທີ່​ມີ​ຊາວ​ຢິວອາ​ໄສ​ຢູ່​ເປັນ​ຈຳນວນ​ຫຼວງຫຼາຍນັ້ນອິສຣາ​ແອ​ລ
ກໍເປັນ​ຫົວ​ຂໍ້​ສຳຄັນ​ອັນ​ນຶ່ງ​ໃນ​ການ​ໂຕ້​ວາທີ. ທັງ​ທ່ານ Romney ​ແລະ​ທ່ານ Santorum
ຕ່າງ​ກໍ​ເວົ້າວ່າ ຈະ​ບໍ່​ສາມາດ​ມີ​ສັນຕິພາບ​ໄດ້​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງຈົນ​ກວ່າພວກ​ຜູ້ນຳ​
ປາ​ແລ​ສ​ໄຕ​ນ໌ຮັບ​ຮູ້​ສິດທິ​ໃນ​ການ​ຄົງ​ຢູ່​ໄດ້ຂອງ​ອິສຣາ​ແອ​ລ. ພວກ​ທ່ານ​ທັງ​ສອງ​ຕ່າງ​ກໍ​ໄດ້​ຕຳ​
ໜິຕິຕຽນ​ປະທານາທິບໍດີບາຣັກ ​ໂອ​ບາ​ມາທີ່​ຮຽກຮ້ອງ​ໃຫ້​ອິສຣາ​ແອ​ລຢຸດ​ເຊົາ​ການ​ຕັ້ງບ້ານ
ໃໝ່​ຢູ່​ໃນ​ດິນ​ແດນ​ທີ່​ອາດເປັນ​ພາກສ່ວນ​ນຶ່ງຂອງ​ລັດ​ປາ​ແລ​ສ​ໄຕ​ນ໌​ໃນ​ອະນາຄົດ​ນັ້ນ.

ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ​ຟລໍຣິດາຊຶ່ງ​ເປັນ​ລັດ ທີ່​ມີ​ປະຊາຊົນ
ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ ​ໃນ​ພາກ​ໃຕ້​ຂອງ​ສະຫະລັດ ​ໃນ​ວັນ​ອັງຄານຈະ​ມານີ້ ຈະ​ໄດ້​ຮັບ​ຜູ້ຕາງ
ໜ້າ​ເປັນຈຳນວນ​ຫຼວງຫຼາຍ ໄປ​ຮ່ວມ​ກອງ​ປະຊຸມ​ຫຼວງ​ແຫ່ງ​ຊາດ​ຂອງ​ພັກ ​ແລະ​ອາດ​ຈະ​ມີ​ຄະ​
ແນນ​ສຽງ​ນຳ​ໜ້າ​ຢ່າງ​ແໜ້ນ​ໜາ ​ໃນ​ການ​ແຂ່ງຂັນ​ເປັນ​ຜູ້​ສະມັກ​ປະທານາທິບໍດີ​ຂອງ​ພັກຣີພັບ​
ບລີ​ກັນ. ບໍ່​ຄື​ກັນ​ກັບ​ໃນ​ຊຸມ​ປີຜ່ານໆ​ມາ ​ໃນ​ປີ 2012 ນີ້ ຍັງ​ບໍ່​ມີ​ຜູ້ນຳ​ທີ່​ຈະ​ແຈ້ງ​ໂຜ່​ໂຕ​ຂຶ້ນມາ
ເທື່ອ ຫຼັງຈາກ​ໄດ້ມີ​ການ​ແຂ່ງຂັນ​ໄປ​ແລ້ວຢູ່​ໃນ​ສາມ​ລັດ.

ຂະນະ​ດຽວ​ກັນ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ ພວມ​ຢ້ຽມຢາມ 5 ລັດ
ທັງ​ເພື່ອ​ເສີມ​ຂະຫຍາຍ​ການ​ສະໜັບສະໜຸນ​ໃນ​ການ​ເລືອກ​ຕັ້ງແລະ​ໂຄສະນາ​ກ່ຽວ​ກັບ​ແຜນ
ການ​ເສດຖະກິດ​ໃໝ່​ຂອງ​ທ່ານ.

XS
SM
MD
LG