ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ Obama ສືບຕໍ່ທຳການ ໂຄສະນາຫາສຽງ ທາງລົດບັສ ໃນພາກກາງຂອງປະເທດ


ປະທານາທິບໍດີ ບາຣັກ ໂອບາມາ ຢືນຢູ່ຂ້າງລົດບັສ ທີ່ທ່ານຂີ່ໄປໂຄສະນາຫາສຽງ, ວັນທີ 16 ສິງຫາ 2011.
ປະທານາທິບໍດີ ບາຣັກ ໂອບາມາ ຢືນຢູ່ຂ້າງລົດບັສ ທີ່ທ່ານຂີ່ໄປໂຄສະນາຫາສຽງ, ວັນທີ 16 ສິງຫາ 2011.

ປະທານາທິບໍດີສະຫະລັດທ່ານ Barack Obama ຍັງສືບຕໍ່ທຳການໂຄສະນາຫາສຽງທາງ
ລົດບັດ ໃນພາກກາງຂອງປະເທດ ເພື່ອອະທິບາຍເຖິງນະໂຍບາຍດ້ານເສດຖະກິດຂອງທ່ານ
ຂະນະທີ່ທ່ານທຳການຕອບໂຕ້ຕໍ່ການຕຳໜິຕິຕຽນທີ່ວ່າ ທ່ານບໍ່ໄດ້ດຳເນີນການຢ່າງພຽງພໍ
ເພື່ອກະຕຸກຊຸກຍູ້ເສດຖະກິດ ແລະແກ້ໄຂບັນຫາຄົນຫວ່າງງານນັ້ນ.

ທ່ານ Obama ມີແຜນການທີ່ຈະໄປຮ່ວມກອງປະຊຸມເສດຖະກິດໃນເຂດຊົນນະບົດ ໃນວັນ
ອັງຄານມື້ນີ້​ທີ່ລັດໄອໂອວາ​ ນຶ່ງມື້ຫຼັງຈາກທີ່ໄດ້ກ່າວຊີ້ແຈງນະໂຍບາຍຂອງທ່ານຕໍ່ປະຊາຊົນ
ທີ່ນັ້ນ ແລະທີ່ລັດມິນີໂຊຕາ.

ທ່ານປະທານາທິບໍດີໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານມີແຜນທີ່ຈະນໍາສະເໜີຕໍ່ລັດຖະສະພາ
ແຜນການສົ່ງເສີມເສດຖະກິດຂອງປະເທດທີ່ພວມປະສົບບັນຫານັ້ນ ຫຼັງຈາກທີ່ທາງລັດຖະ
ສະພາກັບຄືນມາເຮັດວຽກໃນເດືອນໜ້າ. ທ່ານ Obama ໄດ້ຮຽກຮ້ອງໃຫ້ລັດຖະສະພາ ຕໍ່ອາຍຸການຕັດພາສີເງິນເດືອນ ດຳເນີນການແລະຮັບຜ່ານຮ່າງກົດໝາຍການຄ້າ ເພື່ອສ້າງ
ວຽກເຮັດງານທຳໃນດ້ານການກໍ່ສ້າງ.

ລັດໄອໂອວາໄດ້ເປັນຈຸດເພັ່ງເລັງທາງດ້ານການເມືອງໃນໄລຍະຫຼາຍໆມື້ຜ່ານມານີ້ ລຸນຫຼັງ
ທີ່ມີການເລືອກຕັ້ງໃນວັນເສົາແລ້ວນີ້ ທີ່​ສະແດງໃຫ້ເຫັນວ່າຜູ້ໃດມີຄະແນນສຽງນຳໜ້າໃນ
ບັນດາຜູ້ສະມັກເປັນປະທານາທິບໍດີຂອງພັກ Republican ທີ່ຈະເຂົ້າແຂ່ງຂັນໃນການ
ເລືອກຕັ້ງປະທານາທິບໍດີ ໃນປີໜ້ານັ້ນ.

ສະມາຊິກພັກ Republican ກ່າວວ່າ ທ່ານ Obama ແມ່ນບໍ່ໄດ້ດຳເນີນການຫຍັງຫຼາຍ
ໃນການຊຸກຍູ້ເສດຖະກິດໃຫ້ດີຂຶ້ນນັ້ນ ແລະຍັງໄດ້ຕຳໜິຕິຕຽນທ່ານ ທີ່ເຮັດໃຫ້ໜີ້ສິນລັດຖະ
ບານເພີ່ມຂຶ້ນນັ້ນ.

XS
SM
MD
LG