ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຄນ ໂຈະ ການໂຄສະນາ ຫາສຽງ (ເບິ່ງວີດີໂອ)


ທ່ານ ເຄນ ປະກາດໂຈະການໂຄສະນາຫາສຽງຂອງທ່ານໄວ້ກ່ອນ ຍ້ອນ ຄໍາກ່າວຫາວ່າລວນລາມທາງເພດ
ທ່ານ ເຄນ ປະກາດໂຈະການໂຄສະນາຫາສຽງຂອງທ່ານໄວ້ກ່ອນ ຍ້ອນ ຄໍາກ່າວຫາວ່າລວນລາມທາງເພດ

ນັກທຸລະກິດ Herman Cain ​ໄດ້​ໂຈະ​ການ​ໂຄສະນາ​ຫາ​ສຽງ​ຂອງທ່ານ​ ​ເພື່ອ​ໃຫ້​ຖືກ​ສະ​ເໜີ
ຊື່​ເຂົ້າ​ສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ​ຕາງ ໜ້າພັກຣີພັບ​ບລິກັນນັ້ນ ລຸນ​ຫລັງ​ມີ
ການ​ກ່າວ​ຫາ​ຫລາຍ​ບັ້ນກ່ຽວກັບການ​ລວນ​ລາມ​ທາງ​ເພດ ​ແລະ​ຄວາມ​ບໍ່​ຊື່ສັດຕໍ່​ພັນ​ລະ​ຍາ.

ທ່ານ​ໄດ້​ເອີ້ນ​ການ​ກ່າວ​ຫາ​ຕໍ່​ທ່ານ​ນັ້ນວ່າ ເປັນ​ເລຶ່ອງທີ່​ບໍ່​ມີ​ຄວາມ​ຈິງ ​ແລະ ບໍ່​ມີ​ຫລັກ​ຖານ
ແລະ​ໄດ້​ບອກ​ພວກ​ສະ​ໜັບສະ​ໜຸນ​ທ່ານ​ວ່າ ການ​ກ່າວຫາ ເຫລົ່າ​ນັ້ນສ້າງ​ຄວາມ​ເສຍ​ຫາຍ​
ໃຫ້​ແກ່​ພັນ​ລະ​ຍາ​ ​ແລະ​ຄອບຄົວ​ຂອງທ່ານ ​ແລະ​ຂັດຂວາງ​ສະມັດ​ຖະ​ພາບ​ຂອງ​ທ່ານ ທີ່​ຈະ​ນໍ
າ​ສະ​ເໜີ​ວິທີແກ້​ໄຂບັນຫາ​ ຂອງ​ປະ​ເທດໃຫ້​ແກ່​ຊາວອາ​ເມ​ຣິກັນ​ທັງຫລາຍ. ພັນ​ລະ​ຍາ​ຂອງ
ທ່ານເຄນ ກໍ​ໄດ້​ປາກົດຕົວ​ຢູ່​ຄຽງ​ຂ້າງ​ທ່ານ​ເທິງເວທີ​.

ອະ​ດີດຫົວໜ້າ​ບໍລິຫານ​ບໍລິສັດ​ປິດ​ຊາ ​ໄດ້ກະ​ໂດດ​ຂຶ້ນ​ໄປ​ຢູ່​ອັນ​ດັບ​ສູງ​ສຸດ​ໃນຜົນ​ການ​ຢັ່ງ
ສຽງມະຫາຊົນ​ໃນ​ເດືອນ​ກັນຍາ​ແລະ​ເດືອນ​ຕຸລາ​ຜ່ານ​ມາ ​ແຕ່​ກໍຕົກ​ຕໍ່​າລົງ​ຫລັງ​ຈາກ​ມີ​ພວກ
ແມ່ຍິງ​ຫລາຍ​ຄົນ​ພາກັນ​ອອກ​ມາ​ກ່າວ​ຫາ​ທ່ານ ກ່ຽວ​ກັບ​ການ​ລວນ​ລາມທາງ​ເພດ. ການ
ກ່າວ​ຫາ​ຄັ້ງລ່າ​ສຸດ​ນີ້ກໍ​ຄື ແມ່ຍິງ​ຊາວລັດ​ຈໍ​ເຈຍ​ຄົນ​ນຶ່ງ​ ອອກ​ມາ​ກ່າວອ້າງ​ວ່າ ຕົນ​ໄດ້ເປັນ​ຊູ້​
ກັນ​ກັບ​ທ່ານ ​ເຄນ ​ເປັນ​ເວລາ 13 ປີ.

ເຖິງ​ແມ່ນໄດ້​ຕັດສິນ​ໃຈ​ໂຈະ​ການ​ໂຄສະນາ​ຫາ​ສຽງ​ໄວ້​ກ່ອນກໍ​ຕາມ ​ແຕ່​ ທ່ານ​ຈະ​ບໍ່​ຍອມ​ພ່າຍ
ແພ້​ ​ແລະ​ສັນຍາ​ວ່າ​ຈະ​ບໍ່ໜີໄປ​ງ່າຍໆ.

XS
SM
MD
LG