ທ່ານຣິກ ຊັນໂຕຣັມ ຜູ້ສະມັກປະທານາທິບໍດີສະຫະລັດສັງກັດພັກ Republican ໄດ້ຊະນະກອງປະຊຸມຄໍກັສຂອງພັກຢາງຖ້ວມລົ້ນໃນລັດ Kansas ໃນພາກກາງຂ້ອນໄປທາງຕາເວັນຕົກ ແຕ່ທ່ານມິດຣອມນີໄດ້ຊະນະຢ່າງແຂງແຮງໃນລັດ Wyoming ໃນພາກຕາເວັນຕົກ ແລະໃນສາມດິນແດນຂອງສະຫະລັດ ຄືໃນໝູ່ເກາະ Guam ກັບພາກເໜືອ ຂອງໝູ່ເກາະ Mariana ແລະໝູ່ເກາະ Virgin.
ຜູ້ແທນໄປຮ່ວມໃນກອງປະຊຸມຫລວງຂອງພັກ ຈໍານວນ 52 ຄົນ ແມ່ນເປັນເດີມພັນໃນການແຂ່ງຂັນຢູ່ 2 ລັດ ໃນມື້ວານນີ້ ຄື 40 ຄົນໃນລັດ Kansas ແລະ 12 ຄົນ ໃນລັດ Wyoming. ທ່ານ ຊັນໂຕຣັມໄດ້ຮັບ ຜູ້ແທນຫລາຍເຖິງ 33 ຄົນໃນລັດ Kansas ຂະນະທີ່ທ່ານຣອມນີ ໄດ້ຮັບຈໍານວນທີ່ຍັງເຫຼືອ 7 ຄົນ.
ໃນລັດ Wyoming ຊຶ່ງບໍ່ມີພົນລະເມືອງຫລາຍນັ້ນ ທ່ານຣອມນີໄດ້ຮັບຜູ້ແທນ 7 ຄົນ ໃນຈໍານວນທັງໝົດ 12 ຄົນ. ລັດ Wyoming ມີພົນ ລະເມືອງໜ້ອຍກວ່າໝົດທຸກລັດໃນສະຫະລັດ ຄືມີພົນລະເມືອງບໍ່ຮອດ 6 ແສນຄົນ.
ທ່ານຣອມນີໄດ້ເພີ່ມຈໍານວນຜູ້ແທນພັກທີ່ສະໜັບສະໜຸນທ່ານ ທີ່ທ່ານນໍາໜ້າຢູ່ແລ້ວນັ້ນຕື່ມອີກ ໃນຄໍ່າຄືນຜ່ານມານີ້ ຫລັງຈາກໄດ້ຮັບຜູ້ແທນທັງໝົດ 9 ຄົນໃນເກາະ Guam ແລະອີກ 9 ຄົນໃນໝູ່ເກາະ Mariana ເໜືອ ແລະ 7 ຄົນໃນໝູ່ເກາະ Virgin ຂອງສະຫະລັດ.
ໄຊຊະນະຂອງທ່ານຊັນໂຕຣັມໃນລັດ Kansas ນັ້ນ ໄດ້ເປັນການສົ່ງເສີມການໂຄສະນາຫາສຽງຂອງທ່ານ ຂະນະທີ່ທ່ານພະຍາຍາມທີ່ຈະບົດບັງທ່ານຣອມນີໃນການແຂ່ງຂັນກັນເປັນຜູ້ສະມັກເລືອກຕັ້ງຕາງໜ້າພັກ Republican ໄປແຂ່ງກັບປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນພະຈິກທ້າຍປີນີ້.
ຜູ້ສະມັກຄົນໃດກໍຕາມຈະຕ້ອງໄດ້ຮັບສຽງສະໜັບສະໜຸນຈາກຜູ້ແທນຈໍານວນ 1144 ຄົນ ເພື່ອໃຫ້ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກເລືອກຕັ້ງປະທານາທິບໍດີຕາງໜ້າພັກໃນກອງປະຊຸມຫລວງຂອງພັກ ຢູ່ນະຄອນ Tampa ລັດ Florida ໃນທ້າຍເດືອນສິງຫາຈະມານີ້. ແລະຜູ້ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າຂອງພັກກໍຈະໄປປະເຊີນໜ້າກັບປະທານາ ທິບໍດີບາຣັກໂອບາມາ ສັງກັດພັກເດໂມກຣັດ ໃນການເລືອກຕັ້ງໃນເດືອນພະຈິກ.