ທ່ານ Mitt Romney ເປັນຜູ້ມີສຽງນໍາໜ້າໃນລັດ Iowa ໃນມື້ສຸດທ້າຍກ່ອນການລົງ
ຄະແນນສຽງຄັ້ງທໍາອິດຂອງພັກ republican ກ່ອນການເລືອກຕັ້ງປະທານາທິບໍດີ
ສະຫະລັດໃນປິ 2012 ຊຶ່ງມີສຽງນໍາໜ້າລື່ນທ່ານ Ron Paul 2 ເປີເຊັນ.
ຕາມການສໍາຫລວດຫາງສຽງຂອງໜັງສືພິມ Des Moines Register ທີ່ເປີດເຜີຍໃຫ້
ຮູ້ ໃນວັນເສົາວານນີ້ ສະແດງໃຫ້ເຫັນວ່າທ່ານ Mitt Romney ອະດີດຜູ້ວ່າການລັດ
Massachusetts ໄດ້ຮັບສຽງສະໜັບສະໜຸນ 24 ເປີເຊັນ ແລະທ່ານ Ron Paul
ສະມາຊິກສະພາຕໍ່າ ໄດ້ຮັບສຽງສະໜັບສະໜຸນ 22 ເປີເຊັນ. ທ່ານ Rick Santorum
ຫົວນິຍົມແນວທາງເດີມທາງດ້ານສັງຄົມໄດ້ຮັບສຽງສະໜັບສະໜຸນເພີ່ມຂຶ້ນມາເປັນອັນ
ດັບ3 ຄືໄດ້ຮັບສຽງສະໜັບສະໜຸນ 15 ເປີເຊັນ ແລະອັນດັບ 4 ໄດ້ແກ່ທ່ານ Newt
Gingrich ຊຶ່ງໄດ້ຮັບ 12 ເປີເຊັນ.
ສ່ວນທ່ານ Rick Perry ຜູ້ວ່າການລັດ Texas ໄດ້ຮັບສຽງສະໜັບສະໜຸນ 11 ເປີ
ເຊັນ ໃນຂະນະດຽວກັນທ່ານນາງ Michele Bachmann ສະມາຊິກສະພາຕໍ່າ ທີ່
ໄດ້ຮັບສຽງສະໜັບສະໜຸນນໍາໜ້າໃນການທົດສອບສຽງປະຊາຊົນຄັ້ງທໍາອິດໃນລັດ
Iowa ນັ້ນໄດ້ຮັບສຽງສະໜັບສະໜຸນ 7 ເປີເຊັນ.
ພວກຜູ້ສະມັກແຂ່ງຂັນພາກັນເດີນທາງກັບໄປກັບມາໃນທົ່ວລັດ Iowaໃນວັນເສົາ
ວານນີ້ ເພື່ອຊອກສຽງສະໜັບສະໜຸນແລະດຶງດູດເອົາສຽງພວກລົງຄະແນນສຽງ
ທີ່ຍັງບໍ່ທັນໄດ້ຕັດສິນໃຈເທື່ອນັ້ນ.
ໃນຂະນະທີ່ຜູ້ໃດກໍຕາມທີ່ໄດ້ຮັບໄຊຊະນະໃນການປ່ອນບັດຂອງສະມາຊິກຂອງ
ພັກໃນລັດ Iowa ນີ້ ກໍບໍ່ໄດ້ໝາຍຄວາມວ່າຈະໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ສະມັກຮັບ
ເລືອກຕັ້ງຂອງພັກ ຫລືດໍາລົງຕໍາແໜ່ງປະທານາທິບໍດີ ແລະການທີ່ບໍ່ໄດ້ຮັບສຽງ
ສະໜັບສະໜຸນຫລາຍປານໃດຢູ່ໃນລັດນີ້ ກໍອາດຈະເຮັດໃຫ້ພວກຜູ້ສະມັກຮັບ
ເລືອກຕັ້ງບາງທ່ານຖອນໂຕອອກຈາກການແຂ່ງຂັນນີ້ໄດ້.