ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມິດ ຣອມນີ ໄດ້ຮັບໄຊຊະນະ ທີ່ລັດຟລໍຣີດາ (ເບິ່ງສະໄລດ໌ກັບວີດີໂອ)


ບັນດາຜູ້ສະມັກຮັບເລືອກຕັ້ງຂັ້ນຕົ້ນຂອງພັກ Republican ໃນລັດຟລໍຣີດາ. ວັນທີ 1 ກຸມພາ 2012.
ບັນດາຜູ້ສະມັກຮັບເລືອກຕັ້ງຂັ້ນຕົ້ນຂອງພັກ Republican ໃນລັດຟລໍຣີດາ. ວັນທີ 1 ກຸມພາ 2012.

ທ່ານ​ມິດ ຣອມນີ ຜູ້​ສະມັກ​ແຂ່ງ​ຂັນປະທານາທິບໍດີສະຫະລັດ ​ໄດ້​ຮັບ​ການສະໜັບສະໜຸນ
ຢ່າງ​ໃຫຍ່​ ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອ​ໃຫ້​ໄດ້​ ຮັບ​ການ​ແຕ່ງ​ຕັ້ງ​ ໃຫ້​ເປັນ​ຜູ້​ສະມັກ
ເລືອກ​ຕັ້ງ​ ຕາງໜ້າ​ພັກ Republi-can ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ຮອຍ​ໃນ​ການ​ເລືອກ​ຕັ້ງ​
ຂັ້ນ​ຕົ້ນ​ຂອງ​ພັກໃນ​ວັນ​ອັງຄານ​ວານ​ນີ້ທີ່​ລັດ​ຟລໍຣີດາ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ
ສະຫະລັດ.

ໃນ​ຄໍາ​ປາ​ໄສ​ຮັບໄຊຊະນະໃນ​ເມືອງ Tempa ທ່ານຣອມນີ​ໄດ້​ຕໍາ​ໜິ ຕິຕຽນ​ປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ​ແລະ​ກ່າວ​ຫາ​ທ່ານ​ວ່າ ​ເປັນ​ຜູ້ສ້າງ​ບັນຫາ​ໃນ​ດ້ານ​ເສດຖະກິດ​ໃນ​ປະ​ເທດ​
ນັ້ນ. ທ່ານຣອມນີ ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ທ່ານ​ຈະ​ລົບ​ລ້າງ​ການ​ປະຕິ​ຮູບ​ດ້ານ​ການ​ຮັກສາ​
ສຸກຂະພາບຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ເຮັດ​ໃຫ້​ງົບປະມານ​ຂອງ​ຊາດ​ສົມ​ດູ​ນ​ແລະ​ນໍາ
ພາ​ປະ​ເທດ​ໄປ​ສູ່​ຍຸກ​ໃໝ່​ແຫ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງດ້ານ​ເສດຖະກິດ ​ຊຶ່ງ​ທ່ານຣອມ
ນີ້​ກ່າວ​ເຊ່ນ​ນີ້:

ທ່ານຣອມນີກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງ​ຄັ້ງ​ນີ້ ​ແມ່ນ​ເລື້ອງ​ຫລາຍ​ກວ່າ​ສັບ​ປ່ຽນ​ປະທາ
ນາທິບໍດີ ມັນ​ແມ່ນ​ການ​ຮັກສາ​ໄວ້​ແຫ່ງ​ວິນ​ຍານ​ຂອງ​ອາ​ເມ​ຣິກາ. ປະທານາທິບໍດີ ​ໂອ​ບາ​
ມາ ​ແລະ​ຂ້າພະ​ເຈົ້າ​ມີ​ທັດສະນະ​ວິ​ໄສ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ອາ​ເມ​ຣິ​ກາ. ປະທານາທິບໍດີ
ໂອ​ບາ​ມາ​ຢາກ​ສ້າງ​ລັດຖະບານ​ໃຫ້​ໃຫຍ່​ຂຶ້ນ ​ແລະ​ສືບ​ຕໍ່​ເຮັດ​ໃຫ້ການ​ຂາດດູນ​ງົບປະມານ​
ຂອງ​ຊາດ​ເພີ່ມ​ຂຶ້ນ​ເປັນ​ຫລາຍ​ພັນ​ຕື້​ໂດ​ລາ. ຂ້າ​ພະ​ເຈົ້າບໍ່​ພຽງ​ແຕ່ ຈະ​ເຮັດ​ການ​ເຕີບ​ໂຕ​ຂຶ້ນ
ຂອງ​ລັດຖະບານ​ຊ້າ​ລົງ​ເທົ່າ​ນັ້ນ ​ແຕ່​ຂ້າພະ​ເຈົ້າຈະ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງ. ຂ້າ
ພະ​ເຈົ້າ​ບໍ່​ພຽງ​ແຕ່​ຈະ​ຄວບ​ຄຸມ​ສ່ວນ​ແບ່ງ​ຂອງ​ລັດຖະບານໃນເສດຖະກິດ​ທັງ​ໝົດ​ເທົ່າ​ນັ້ນ
ແຕ່​ຂ້າພະ​ເຈົ້າ​ຈະ​ລົດ​ສ່ວນ​ແບ່ງ​ນັ້ນ​ລົງ ​ແລະ​ໂດຍ​ບໍ່​ຂຶ້ນ​ພາສີ ​ແລະ​ໃນ​ທີ​ສຸດ​ຂ້າພະ​ເຈົ້າ​ຈະ
ເຮັດ​ໃຫ້​ອາ​ເມ​ຣິ​ກາ ​ມີ​ງົບປະມານ​ທີ່ສົມ​ດູ​ນ.

ຫລັງ​ຈາກ​ມີ​ການ​ນັບ​ບັດ​ຄະ​ແນນ​ສຽງ​ທັງ​ໝົດ​ແລ້ວ ອະດີດ​ຜູ້​ປົກຄອງ​ລັດ Massachu
setts ​ໄດ້​ຮັບ​ສຽງ​ສະໜັບສະໜຸນ 46 ​ເປີ​ເຊັນ​ ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງໃນ​ລັດ​ຟລໍຣີດາ
ລື່ນ​ຄູ່​ແຂ່ງຂັນ​ທີ່​ໄດ້​ຮັບ​ສຽງ​ສະໜັບສະ​ໜຸນ​ໃກ້ຊິດ​ທີ​ສຸດ ຄື​ທ່ານ Newt Gingrich ທີ່​ໄດ້
ຮັບ 32 ​ເປີ​ເຊັນ​ນັ້ນ.

ພາຍ​ໃຕ້​ກົດ​ລະບຽບ​ຂອງ​ພັກ Republican ທ່ານຣອມນີ ​ໄດ້​ຮັບ​ຜູ້​ແທນ 50 ຄົນ​ ຈາກ
ລັດ​ຟລໍຣີດາ​ໃນ​ການ​ໄປ​ຮ່ວມ​ກອງ​ປະຊຸມ​ຫລວງແຫ່ງ​ຊາດຂອງ​ພັກ. ​ເພື່ອ​ຈະ​ໄດ້​ຮັບ​ການ
ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້າ​ຂອງ​ພັກ​ສໍາລັບ​ເຂົ້າແຂ່ງຂັນ​ເປັນ​ປະທານາທິບໍດີສະຫະລັດ​ນັ້ນ
ຜູ້​ສະມັກ​ຄົນໃດ​ກໍ​ຕາມ ​ແມ່ນ​ຕ້ອງການ​ຜູ້ຕາງ​ໜ້າ​ຈາກ​ລັດ 1144 ຄົນ​ໃນ​ຈໍານວນ ຜູ້ຕາງ
ໜ້າ​ທັງ​ໝົດ 2286 ຄົນ ໃນ​ກອງ​ປະຊຸມ​ຫລວງ​ຂອງ​ພັກ​ບັ້ນ​ສຸດ​ທ້າຍ​ນັ້ນ.

XS
SM
MD
LG