ທ່ານ Newt Gingrich ອະດີດປະທານສະພາຕໍ່າສະຫະລັດໄດ້ປະກາດໂຈະຢ່າງເປັນທາງ ໃນການແຂ່ງຂັນເປັນຕົວແທນພັກຣີພັບບລິກັນສຳຫຼັບ ເລືອກຕັ້ງເອົາຕໍາແໜ່ງປະທານາທິບໍດີ ຫລັງຈາກຊະນະການເລືອກຕັ້ງຂັ້ນຕົ້ນ ພຽງແຕ່ສອງລັດ ແລະເປັນໜີ້ຫລາຍກວ່າສີ່ລ້ານສາມແສນໂດລາໃນ ການໂຄສະນາຫາສຽງນັ້ນ.
ທ່ານ Gingrich ໄດ້ປະກາດເມື່ອວັນພຸດວານນີ້ ຢູ່ນອກນະຄອນຫລວງວໍ ຊິງຕັນ ໂດຍບອກພວກສະໜັບສະໜຸນຂອງທ່ານວ່າ ນີ້ມັນເປັນປີທີ່ໜ້າອັດ ສະຈັນຫລາຍສໍາລັບທ່ານ ພັນລະຍາຂອງທ່ານ ຍານາງ Callista ແລະຄອບຄົວຂອງທ່ານ. ນອກນີ້ແລ້ວທ່ານ ກິງຣີຊ ຍັງໄດ້ກ່າວຂອບໃຈພວກບໍລິຈາກຫລາຍກວ່າ 179,000 ຄົນ ທີ່ໄດ້ຊ່ວຍເຫລືອການໂຄສະຫາສຽງຂອງທ່ານໃຫ້ເປັນໄປໄດ້.
ທ່ານ ກິງຣິຊ ໄດ້ໂຜ່ໂຕຂື້ນມາເປັນຜູ້ທ້າທາຍທີ່ເຂັ້ມແຂງຫຼັງຈາກໄດ້ຊະນະການເລືອກຕັ້ງຂັ້ນຕົ້ນທີ່ລັດ South Carolina ໃນເດືອນມັງກອນຜ່ານມາ ແຕ່ການໂຄສະນາຫາສຽງຂອງທ່ານໄດ້ຕົກຕໍ່າລົງໄປ ຫຼັງຈາກປາໄຊຢູ່ລັດ Florida ໃນເວລາຕໍ່ມາ. ມີພຽງອີກລັດນຶ່ງທີ່ທ່ານຊະນະໃນເດືອນມີນາຄື ລັດ Georgia ຊຶ່ງເປັນບ້ານເກີດຂອງທ່ານ. ເມື່ອອາທິດຜ່ານມາທ່ານ ກິງ ຣິຊ ປາໄຊຢູ່ໃນຫ້າລັດ.
ທ່ານກິງຣີຊ ໄດ້ເວົ້າໄວ້ວ່າ ທ່ານມີແຜນການຊ່ວຍເຫຼືອພັກຣີພັບບລິກັນ ເພື່ອເຂົ້າຄວບຄຸມສະພາສູງຂອງສະຫະລັດ ໃນຂະນະທີ່ຍັງສາມາດເປັນຜູ້ກໍາສຽງສ່ວນຫລາຍໃນສະພາຕໍ່ານັ້ນຢູ່ຕໍ່ໄປ. ທ່ານ ກິງຣີຊ ເປັນຜູ້ຢູ່ເບື້ອງຫຼັງການເຂົ້າຄວບຄຸມສະພາຕໍ່າສະຫະລັດ ໃນປີ 1994.
ການຖອນຕົວຂອງທ່ານກິງຣີຊ ແມ່ນເປິີດໂອກາດໃຫ້ແກ່ທ່ານມິດ ຣອມນີ ອະດີດຜູ້ວ່າການລັດ Massachusetts ແລະທ່ານ Ron Paul ສະມາ ຊິກສະພາຕໍ່າຈາກລັດເທັກຊັສສືບຕໍ່ການແຂ່ງຂັນຂອງພັກຣີພັບບລິກັນ ແຕ່ ທ່ານ Ron Paul ມີຄະແນນຫ່າງກັນຫຼາຍຈາກທ່ານຣອມນີທີ່ຄາດກັນວ່າ ຈະໄດ້ເປັນຕົວແທນພັກ ຈາກຈໍານວນຜູ້ຕາງໜ້າທີ່ທ່ານໄດ້ຮັບນັ້ນ.