ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຣອມນີ ມີຄະແນນ ນໍາໜ້າຂາດຮອຍ ຫຼັງຈາກ ທ່ານແຊນທໍຣຳ ຖອນຕົວ


ທ່ານ Rick Santorum ປະກາດຖອນຕົວອອກຈາກການແຂ່ງຂັນປະທານາທິບໍດີ
ທ່ານ Rick Santorum ປະກາດຖອນຕົວອອກຈາກການແຂ່ງຂັນປະທານາທິບໍດີ

ໃນ​ວັນ​ພຸດ​ມື້​ນີ້ ທ່ານ ມິດ ຣອມນີ ຜູ້​ຫວັງ​ຄວ້າ​ຕໍາ​ແໜ່​ງປະທານາ​ທິບໍດີ​ສະຫະລັດ​ສັງກັດ
ພັກຣີພັບ​ບລິ​ກັນສາມາດ​ທີ່​ເພັ່ງ​ເລັງ​ທຸກ​ຢ່າງ​ໃສ່​ສະ​ເພາະ​ແຕ່​ປະທານາ​ທິບໍດີ​ບາຣັກ ​ໂອ​ບາ​
ມາ ນຶ່ງ​ມື້​ຫລັງ​ຈາກ​ຄູ່​ແຂ່ງໃນພັກຣີບັບ ບລິ​ກັນຖອນ​ຕົວ​ຈາກ​ການ​ແຂ່ງຂັນ ຊຶ່ງ​ຄວາມ​ຈິງ
ແລ້ວແມ່ນເປັນ​ການຍິນ​ຍອມ​ໃຫ້​ພັກ​ແຕ່ງຕັ້ງທ່ານຣອມນີ​ເປັນ​ຜູ້ສະໝັກ​ຂອງ​ພັກ.

ທ່ານຣອມນີ ຜູ້​ມີ​ຄະ​ແນ​ນສຽງ​ນຳ​ໜ້າ​ລື່ນ​ຜູ້​ສະໝັກເລືອກ​ຕັ້ງ​ພັກຣີພັບ​ບລິ ກັນສອງ​ຄົນທີ່
ຍັງ​ເຫຼືອຢູ່ຫຼາຍ​ສົມຄວນ​ນັ້ນ ​ແມ່ນ​ຢູ່​ໃນ​ແນວທາງ​ທີ່​ຈະ​ກາຍ​ເປັນ​ຜູ້ທີ່​ຖືກ​ແຕ່ງຕັ້ງຂອງ​ພັກ
ແລະ​ລົງແຂ່ງຂັນ​ກັບ​ປະທານາທິບໍດີ​ໂອ​ບາ​ມາ ທີ່ສັງກັດ​ພັກເດ​ໂມ​ແຄຣັທ ໃນ​ການ​ເ​ລື​ອກຕັ້ງ​
ທົ່ວໄປ​ໃນ​ເດືອນ​ພະຈິກ​ທ້າຍ​ປີ​ນີ້.

ຜົນ​ການ​ສໍາ​ຫລວດ​ຢັ່ງ​ສຽງ​ຄັ້ງ​ລ່າ​ສຸດ ຊີ້​ແນະ​ວ່າ​ທ່ານ​ຣອມນີ ມີ​ພາລະກິດ ທີ່ຈະ​ຕ້ອງໄດ້ປະ
ຕິບັດ​. ຜົນ​ການ​ຢັ່ງ​ສຽງຂອງໜັງສືພິມວໍ​ຊິງ​ຕັນ​ໂພສ​ແລະ​ອົງການ​ຂ່າວ ABC ຊີ້ໃຫ້​ເຫັນ​ວ່າ
ປະທານາທິບໍດີ​ໂອ​ບາ​ມາ ມີ​ຄະ​ແນນ​ນໍາ​ໜ້າ​ທ່ານຣອມນີ ອະດີດ​ຜູ້​ປົກຄອງລັດ​ມາສຈູ​ເຊັດ
ດ້ວຍ​ຄະ​ແນນ 51 ຕໍ່ 44 ​ເປີ​ເຊັນ ​ເຖິງ​ແມ່ນຍັງ​ມີ​ຄວາມ​ເປັນ​ຫ່ວງກ່ຽວ​ກັບສະພາບ​ການ
ດ້ານ ເສດຖະກິດທີ່​ບໍ່​ໄປ​ບໍ່​ມາ​ນັ້ນຢູ່​ໃນ​ເວລາ​ນີ້ກໍ​ຕາມ.

ຄູ່​ແຂ່ງ​ຄົນ​ສໍາຄັນ​ຂອງ​ທ່ານ ຄືອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດທ່ານ ​ຣິກ ​ແຊນ​ທໍຣໍາ
ໄດ້​ປະກາດຍຸຕິ​ການ​ແຂ່ງຂັນ​ຂອງ​ທ່ານ​ເມື່ອວັນອັງຄານ​ວານ​ນີ້ ນຶ່ງ​ອາທິດ​ຫລັງ​ຈາກໄດ້ປາ
ໄຊການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຢູ່​ໃນ​ສາມ​ລັດໃຫ້ແກ່​ທ່ານຣອມນີ. ທ່ານ​ແຊນ​ທໍຣໍາ ລໍຄອຍທີ່​ຈະ
ແຂ່ງຂັນໃນ​ການເລືອກ ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ວັນ​ທີ່ 24 ​ເມສາ​ນີ້ ທີ່​ລັດ Pennsylvania ​ບ້ານ
ເກີດ​ຂອງ​ທ່ານ ​ເພື່ອເປັນໂອກາດ​ຊຸ​ກຍູ້​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທີ່​ພວມ​ຕົກ​ຢູ່ ໃນ
ສະພາບ​ທີ່​ບໍ່​ຄ່ອຍ​ດີຜານ​ໃດ​ນັ້ນ ​ແຕ່​ແນວ​ໃດ​ກໍ​ດີ ຕາມ​ຜົນ​ການ​ຢັ່ງ​ສຽງ​ຊີ້​ແນະ​ວ່າ ​ທ່ານ
ແຊນ​ທໍຣໍາອາດ​ປາໄຊ​ໃນ​ລັດ​ດັ່ງກ່າວ​ນີ້ເຊັ່ນ​ກັນ.

ທ່ານ ແຊນ​ທໍຣໍາ​ໄດ້​ປະກາດ​ຖອນ​ຕົວ​ມື້​ນຶ່ງ​ຫລັງ​ຈາກ​ລູກ​ສາວນ້ອຍ Bella ຂອງທ່ານ​ໄດ້
ອອກຈາກ​ໂຮງ​ໝໍບ່ອນ​ທີ່ລາວ​ໄດ້​ປິ່ນປົວ​ພະຍາດ​ນຶ່ງ​ທີ່​ບໍ່​ຄ່ອຍ​ປາກົດ​ເຫັນ​ນັ້ນ. ທ່ານ​ແຊນ​
ທໍຣໍາ ກ່າ​ວວ່າ ຄວາມ​ເຈັບ​ປ່ວຍ​ຂອງ​ລູກ​ສາວ​ຄົນນີ້ ​ເປັນ​ເຫດ​ໃຫ້​ທ່ານ​ຕ້ອງ​ຄິດ​ຕັດສິນ​ໃຈ​
ຖອນ​ຕົວ​ແລະ​ຢາກ​ໃຊ້​ເວລາ​ກັບ​ ລູກ​ສາວ​ຄົນ​ນີ້​ຫລາ​ຍຂຶ້ນ.

XS
SM
MD
LG