ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແຊນທໍຣໍາ ຊະນະ ການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Louisiana


Rick Santorum ກໍາລັງກ່າວຂອບໃຈພວກສະໜັບສະໜຸນຫລັງຈາກໄດ້ ຮັບໃຊຊະນະທີ່ລັດຫລຸຍເຊຍນາແລ້ວ
Rick Santorum ກໍາລັງກ່າວຂອບໃຈພວກສະໜັບສະໜຸນຫລັງຈາກໄດ້ ຮັບໃຊຊະນະທີ່ລັດຫລຸຍເຊຍນາແລ້ວ

ທ່ານ ຣິກ ​ແຊນ​ທໍຣໍາ ຜູ້​ສະມັກ​ເປັນ​ຜູ້ຕາງໜ້າ​ພັກຣີພັບ​ບລິ​ກັນ ໃນ​ການ​ເລື​ອກຕັ້ງປະທາ
ນາທິບໍດີ​ສະຫະລັດ ໄດ້​ກ່າວ​ຂອບ​ໃຈ​ພວກ​ສະໜັບສະໜຸນ​ທ່ານຫລັງ​ຈາກ​ໄດ້​ຮັບໄຊຊະນະ
ໃນການເລືອກ​ຕັ້ງ​ຂັ້​ນຕົ້ນ​ຂອງ​ພັກ​ທີ່ລັດ​ຫລຸຍ​ເຊຍ​ນາ ຊຶ່ງ​ເປັນ​ການ​ຊະນະ​ຄັ້ງ​ທີ່ 11 ​ໃນ
ການ​ແຂ່ງຂັນ 34 ລັດ.

ໃນຕອນ​ກ່າວ​ຢູ່​ທີ່ລັດວີສຄອນ​ຊິນ ​ທາງ​ພາກ​ເໜືອ​ສະຫະລັດ ຊຶ່ງ​ເປັນ​ລັດຕໍ່​ໄປທີ່​ຈະ​ຈັດ
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນຂອງ​ພັກຣີພັບ​ບລິ​ກັນ ​ຂຶ້ນ​ໃນ​ວັນ​ທີ່ 3 ​ເມສານັ້ນ ທ່ານ​ແຊນ​ທໍຣໍາ
ອະດີດ​ສະມາຊິກ​ສະພາ​ສູງ​ສະຫະລັດກ່າວ​ວ່າ “ພວກ​ເຮົາ​ບໍ່​ເຊື່ອ​ຕາມ​ທີ່​ບັນດາ​ຜູ້​ຊ່ຽນ​ຊານ
ໄດ້​ກ່າວ​ວ່າການ​ແຂ່ງຂັນ​ຍຸຕິ​ລົງ​ໄປ​ແລ້ວ. ພວກ​ເຮົາ​ຍັງ​ຢູ່​ທີ່​ນີ້ ຍັງ​ຕໍ່ສູ້​ໄປ​ເລື້ອຍໆ.”

ທ່ານ ​ແຊນ​ທໍຣໍາ ​ໄດ້​ຮັບ​ຄະ​ແນນ​ສຽງ​ດີ​ຫລາຍ​ໃນ​ເຂດອະນຸລັກນິຍົມ​ພາກ​ໃຕ້ນັ້ນ ​ແຕ່
ທ່ານ ມິດ ຣອມນີ ອະດີດ​ຜູ້​ວ່າການ​ລັດແມສຊາ​ຈູແຊ​ສ ຍັງ​ມີ​ຄະ​ແນນນໍາ​ໜ້າ​ຫລາຍຢູ່​ ​ໃນ​
ການ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຖືກແຕ່ງ​ຕັ້ງເປັນ​ຜູ້ແທນ​ພັກ​ໃນ​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ນັ້ນ

ການ​ສໍາ​ຫລວດ​ຫາງ​ສຽງ​ພວກ​ທີ່​ປ່ອນ​ບັດ​ອອກ​ມາ ​ຈາກ​ໜ່ວຍ​ປ່ອນ​ບັດທັງ​ໝົດ​ໃນ​ລັດ​
ຫລຸຍ​ເຊຍ​ນາ ຊີ້​ໃຫ້​ເຫັນ​ວ່າ ທ່ານແຊນ​ທໍຣໍາ​ໄດ້ຮັບ 47 ​ເປີ​ເຊັນຂອງ​ຄະ​ແນນ​ສຽງ​ວັນ​ເສົາ
ວານ​ນີ້ ​ສົມທຽບກັບ​ທ່ານມິດ ຣອມນີ ທີ່​ໄດ້ 27 ​ເປີ​ເຊັນ​.

ອະດີດ​ປະທາ​ນສະພາ​ຕໍ່າ​ສະຫະລັດ ທ່ານ Newt Gingrich ມາ​ໃນ​ອັນ​ດັບສາມ ຄື​ໄດ້
16 ​ເປີ​ເຊັນ. ສ່ວນ​ທ່ານ ຣອນ ພອລ ສະມາຊິກ​ສະພາ​ຕໍ່າ​ຈາກລັດ​ເທ​ກຊັສ ມາ​ໃນ​ອັນ
ດັບ​ສີ່ ​ໄດ້ 6 ​ເປີ​ເຊັນ.

ລັດ​ຫລຸຍ​ເຊຍ​ນາມີຕົວ​ແທນທັງ​ໝົດ 46 ຄົນ ທີ່​ຈະ​ໄປ​ຮ່ວມ​ກອງ​ປະຊຸມ​ໃຫຍ່ຂອງ​ພັກຣີພັບ​
ບລິ​ກັນ​ໃນ​ເດືອນສິງຫາ​ ​ແລະ​ໃນ​ນັ້ນ​20 ຄົນແມ່ນ​ໄດ້​ຕັດສິນ​ໃຈເອົາ​ຄະ​ແນນ​ສຽງໃຫ້​ທ່ານ
ແຊນ​ທໍຣໍາ​ ​ໄປ​ແລ້ວໃນວັນ​ເສົາ​ວານ​ນີ້. ສ່ວນ​ຈໍານວນ​ທີ່​ຍັງເຫລືອ​ ​ແມ່ນຈະ​ຕັດສິນ​ໃຈ​ໃນ
ກອງ​ປະຊຸມພັກ​ລະດັບ​ລັດ​ໃນ​ເດືອນ​ມິ​ຖຸນາ​ນີ້.

ປັດຈຸບັນ​ນີ້ ທ່ານ ມິດ ຣອມນີ ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຈາກ​ຜູ້ແທນພັກ​ຫລາຍ​ກວ່າ 560
ຄົນ​ແລ້ວ ຂອງ​ຈໍານວນ​ທີ່​ຕ້ອງການ 1,144 ຄົນ ​ເພື່ອ​ທີ່​ຈະ​ຖືກ​ເລືອກເປັນຜູ້​ແທນພັກເຂົ້າ
ແຂ່ງຂັນ​ເລືອກ​ຕັ້ງປະທານາທິບໍ​ດີ​ນັ້ນ.

XS
SM
MD
LG