ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mitt Romney ຊະນະ ການເລືອກຕັ້ງຂັ້ນຕົ້ນ ທີ່ລັດອິລລິນອຍສ໌ (ເບິ່ງວີດີໂອ)


ທ່ານ ມິດ ຣອມນີ ແລະພັນລະຍາ ຂະນະກ່າວຂອບໃຈພວກສະໜັນສະໜຸນທີ່ທ່ານໄດ້ຮັບໄຊຊະນະເລືອກຕັ້ງຂັ້ນ ຕົ້ນທີ່ລັດອິລລິນອຍສ໌ ວັນອັງ ຄານ ທີ່ 20 ເດືອນນີ້
ທ່ານ ມິດ ຣອມນີ ແລະພັນລະຍາ ຂະນະກ່າວຂອບໃຈພວກສະໜັນສະໜຸນທີ່ທ່ານໄດ້ຮັບໄຊຊະນະເລືອກຕັ້ງຂັ້ນ ຕົ້ນທີ່ລັດອິລລິນອຍສ໌ ວັນອັງ ຄານ ທີ່ 20 ເດືອນນີ້

ທ່ານ Mitt Romney ຜູ້​ສະໝັກ​ປະທານາທິບໍດີ​ພັ​ກຣີພັບ​ບລິ​ກັນ ຊະນະ ການ​ເລືອກ​ຕັ້ງ
ຂັ້ນຕົ້ນ ​ທີ່​ລັດ​ອິລລິນ​ອຍສ໌​ໃນ​ວັນ​ອັງຄານ​ວານ​ນີ້ ອັນ​ເປັນ​ການເສີມ​ຂະຫຍາຍ​ການ​ມີຄະ​
ແນນສຽງ​ນຳ​ໜ້າ​ຂອງ​ທ່ານ​ເພື່ອ​ທີ່​ຈະ​ໄດ້ຖືກ​ເລືອກ​ເປັນ​ຜູ້​ສະ​ມັກ​ເຂົ້າ​ແຂ່ງຂັນຂອງ​ພັກ.

ຈາກຜົນ​ການ​ນັບ​ບັດ​ຄະ​ແນນເກືອບ 100 ​ເປີ​ເຊັນ​ແລ້ວນັ້ນ ປະກົດ​ວ່າ ທ່ານ​ມິດ ຣອມນີ
ຊະນະ 47 ​ເປີ​ເຊັນ​ຂອງ​ຄະແນ​ນສຽງ ທີ່​ຫ່າງ​ໄກ​ຈາກຂູ່​ແຂ່ງຂອງ​ທ່ານ ຄືອະດີດ​ສະມາຊິກ​
ສະພາ​ສູງ Rick Santorum ທີ່​ຊະນະ 35 ​ເປີ​ເຊັນ​ນັ້ນ.

ສ່ວນ​ຜູ້​ສະໝັກ​ອີກ​ສອງ​ທ່ານຄື Ron Paul ​ແລະ Newt Gingrich ​ໄດ້​ຮັບ​ຄະ​ແນນ​ສຽງ
ລາກທ້າຍຫ່າງໄກຫລາຍ.

ການ​ໄດ້​ຮັບ​ໄຊ​ຊະນະ​ທີ່​ລັດ​ອິລລິນ​ອຍສ໌ຄັ້ງນີ້
ນັບ​ວ່າ ເປັນ​ການເພີ່ມ​ໂອກາດ ທີ່​ຈະ​ໄດ້​ເປັນ
ຕົວແທນ​ ຜູ້​ສະມັກ​ເລືອກ​ຕັ້ງ ​ຂອງ​ພັກຣີພັບ​
ບລິ​ກັນ​ຫຼາຍ​ຂຶ້ນອີກທີ່​ທ່ານ​ຍັງ​ບໍ່​ສາມາດ​ເອົາ
ຊະນະ​ພວກ​ສະໜັບສະໜຸນ​ອະນຸ​ລັກ​ນິຍົມທີ່
ເຄັ່ງຄັດ​ສາ​ສະໜາ ທີ່ໃຫ້ການສະໜັບສະໜຸນ
ທ່ານ​ແຊນທໍຣໍາຢ່າງ​ແຂງ​ແຮງ​ນັ້ນ ການມີ​ງົບ
ປະມານ​ທີ່​ສູງ ແລະ​ການຈັດ​ຕັ້ງ​ທີ່​ດີ​ຂອງ​ທ່ານ
ມິ​ດຣອມນີນັ້ນ ຍັງ​ອໍານວຍ​ໃຫ້​ທ່ານ​ໄດ້​ປຽບ
ຕໍ່ທ່ານ​ແຊນ​ທໍຣໍາ.

ໄຊຊະນະ​ທີ່​ລັດ​ອິລລິນ​ອຍສ໌ນັ້ນອຳນວຍ​ໃຫ້
ທ່ານຣອມນີໄດ້​ຮັບ​ຕົວ​ແທນສ່ວນ​ໃຫຍ່​ຂອງ
ລັດຈຳນວນ 54 ຄົນແລະເປັນຈໍາ​ນວນຕົວ​
ແທນ​ທີ່ໃກ້​ຈະ​ຄົບ 1,144 ຄົນຂອງ​ຕົວແທນ​ທັງ​ໝົດ​ທີ່​ຕ້ອງການເພື່ອ​ທີ່​ຈະ​ຄໍ້າປະກັນ​ໃຫ້​ທ່ານ
ໄດ້​ຖືກ​ແຕ່ງຕັ້ງເປັນ​ຜູ້ສະໝັກ​ປະທານາທິບໍດີ​ ຂອງ​ພັກຣີພັບ​ບລີ​ກັນ ແຂ່ງ​ກັບ​ປະທານາທິບໍດີ
ບາຣັກ​ໂ​ອ​ບາ​ມາຜູ້​ສະໝັກ​ຂອງພັກ​ເດ​ໂມແຄ​ຣັທໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ ​ໃນເດືອນ​ພະ
ຈິ​ກປີ​ນີ້.

ໃນຄໍາ​ປາໄສ​ຫຼັງຈາກ​ໄດ້​ຮັບ​ໄຊຊະນະ​ເມື່ອຕອນ​ແລງ​ວັນ​ອັງຄານ​ວານ​ນີ້ທີ່​ເມືອງ
Chicago ຊຶ່ງ​ເປັນ​ບ້ານ​ຂອງ​ທ່ານ​ໂອ​ບາ​ມາ​ນັ້ນ ທ່ານ ຣອມນີ ອະດີດ​ຜູ້​ວ່າການ​ລັດ
ມາສຊາ​ຈູ​ເຊ​ທ​ໄດ້​ຮຽກຮ້ອງ​ໃຫ້​ມີການ​ເລືອກ​ເອົາ​ຜູ້​ນໍາ​ຄົນ​ໃໝ່​ຢູ່​ໃນ​ທໍານຽບຂາວ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ມາໂຮ​ມຊຸມນຸມ​ທີ່​ລັດເພັນ​ຊີ​ລ​ເວ​ເນຍ ບ້ານ​ຂອງ​ທ່ານ​ນັ້ນ ທ່ານ
ແຊນ​ທໍຣໍາ ​ໄດ້​ສະ​ແດງ​ຄວາມ​ຍິນດີ​ກັບການ​ໄດ້​ຮັບໄຊ ຊະນະ​ຂອງທ່ານຣອມນີ ​ແຕ່ກໍ​ຍັງ
ປະຕິຍານ​ຕົນ​ວ່າ​ທ່ານ​ຈະ​ສືບ​ຕໍ່​ແຂ່ງຂັນຕໍ່​ໄປ.

XS
SM
MD
LG