ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mitt Romney ຊະນະ ການເລືອກຕັ້ງຂັ້ນຕົ້ນ ໃນສອງລັດ (ເບິ່ງສະໄລກັບວີດີໂອ)


ຜົນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Arizona ແລະ Michigan
ຜົນການເລືອກຕັ້ງຂັ້ນຕົ້ນ ທີ່ລັດ Arizona ແລະ Michigan

ທ່ານ Mitt Romney ຜູ້​ຫວັງ​ຈະ​ຄວ້າ​ຕໍາ​ແໜ່​ງປະທາ​ນາ​ທິບໍດີ​ສະຫະລັດ ​ໄດ້​ຮັບ​ໄຊ​ຊະນະ
ໃນ​ການ​ເ​ລື​ອກຕັ້ງ​ຂັ້ນ​ຕົ້ນ​ໃນ​ສອງລັດ​ເມື່ອວັນ​ອັງຄານ​ວານ​ນີ້ ຄື​ຊະນະ​ຢ່າງ​ງ່າຍດາຍ​ໃນລັດ
ອາຣິ​ໂຊ​ນາ ​ແລະ​ມີ​ຄະ​ແນນ​ນໍາ​ໜ້າໃນການ ຕໍ່ສູ້​ກັນ​ທີ່​ດຸ​ເດືອດ​ໃນ​ລັດ​ Michigan ຊຶ່ງ​ເປັນ
ລັດ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ ທາງ​ພາກ​ເໜືອ​ຂອງ​ສະຫະລັດ.

ທ່ານຣອມນີ ກ່າວ​ຂອບ​ອົກ​ຂອບ​ໃຈ​ພວກ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານທີ່​ຮ້ອງ​ໂຮ​ໃຫ້​ກໍາລັງ​ໃຈ
ເມື່ອຕອນ​ແລງ​ວັນ​ອັງຄານ​ວານ​ນີ້ ​ໃນ​ສິ່ງ​ທີ່​ທ່ານ​ອະທິ​ບາຍ ວ່າເປັນ​ໄຊ​ຊະນະຄັ້ງ​ຍິ່ງ​ໃຫຍ່​ໃນ
ສອງ​ລັດ​ດັ່ງກ່າວ.

ຂະນະດຽວ​ກັນ​ທ່ານ ຣອມນີ ​ໄດ້​ກ່າວ​ໂຈມ​ຕີ​ ນະ​ໂຍລາຍ​ຕ່າງໆ​ຂອງ​ປະທານາທິບໍດີ​ບາຣັກ
ໂອ​ບາ​ມາ ​ແລະ​ພ້ອມ​ດຽວ​ກັນທ່ານ​ໃຫ້​ຄໍາໝັ້ນສັນຍາຈະ​ສ້າງ​ໜ້າ​ວຽກ ​ເຮັດ​ໃຫ້​ເສດຖະກິດ​
ຂອງ​ປະ​ເທດ​ຊາດ​ມີ​ການເຕີບ​ໂຕ​ຄືນອີກ ​ແລະ​ລົດ​ຜ່ອນ​ໜີ້​ສິນ ​ພ້ອມ​ທັງ​ຂະໜາດ​ຂອງ​ລັດຖະ
ບານລົງ.

ທ່ານຣອມນີ ​ໄດ້​ຕໍ່ສູ້​ຢ່າງ​ໜັກໜ່ວງ​ໃນ​ລັດ​ມິ​ຊິ​ກັນ ​ເພື່ອ​ເອົາ​ຊະນະ​ຄູ່​ແຂ່ງທ່ານຣິກ ​ແຊນ​ທໍຣໍາ
ທີ່​ປາກົດ​ວ່າ​ໄດ້​ຮັບ​ຄະ​ແນນ​ສູງ​ຂຶ້ນ ​ແລະ​ເປັນ​ຜູ້​ໄດ້​ຮັບໄຊຊະນະ​ທັງ​ສາມ​ລັດ​ເມື່ອ​ຕົ້ນ​ເດືອນ​ນີ້
ຄື ລັດ​ໂຄ​ໂລຣາ​ໂດ ມິນ​ເນ​ໂຊ​ຕ້າ ​ແລະ ມິ​ສຊູຣີ. ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ຂອງ​ທັງ​ສອງ​
ທ່ານປາກົດ​ວ່າມີ ຄະ​ແນນ​ເກືອບເທົ່າໆ​ກັນ ​ກ່ອນການ​ແຂ່ງຂັນ​ກັນ ໃນວັນ​ອັງຄານ​ວານ​ນີ້.

ຄັ້ງ​ນຶ່ງ​ກ່ອນ​ໜ້າ​ນີ້ ທ່ານ ມິດ ຣອມນີ ມີ​ຄະ​ແນນ​ນໍາ​ໜ້າ​ຢ່າງ​ຫຼວງຫຼາຍໃນ​ລັດ​ມິ​ຊິ​ກັນ ຊຶ່ງ
ເປັນ​ລັດ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ແລະເປັນລັດ​ທີ່​ບິດາ​ ຂອງ​ທ່ານ​ເປັນ​ຜູ້ປົກຄອງ​ລັດ​
ທີ່​ມີຄວາມ​ນິຍົມ​ສູງ. ທ່ານ​ຣອມນີ ຊະນະ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ໃນ​ລັດ​ນີ້​ເມື່ອ​ປີ 2008.

XS
SM
MD
LG