ທ່ານ ມິດ ຣອມນີ ອະດີດຜູ້ວ່າການລັດແມສຊາຈູເຊັສ ໄດ້ຮັບໄຊຊະນະຢ່າງງ່າຍດາຍ ໃນ
ການເລືອກຕັ້ງຂອງພັກຣີພັບບລິກັນ ຫລື caucuses ທີ່ລັດເນວາດາ ເມື່ອວັນເສົາວານ
ນີ້ ຊຶ່ງເປັນການສ້າງພື້ນຖານອັນໝັ້ນຄົງໃຫ້ທ່ານ ໃນຖານະເປັນຜູ້ນໍາໜ້າທີ່ຈະຖືກເລືອກ
ໃຫ້ເປັນຜູ້ລົງສະມັກເລືອກຕັ້ງຕາງໜ້າພັກຣີພັບບລິກັນ ແຂ່ງກັບປະທານາທິບໍດີ ບາຣັກ
ໂອບາມາ ໃນການເລືອກຕັ້ງເດືອນພະຈິກປີນີ້. ໃນລະຫວ່າງການກ່າວຄໍາປາໄສຮັບເອົາ
ໄຊຊະນະນັ້ນ ທ່ານຣອມນີໄດ້ແນຄວາມເຫັນຂອງທ່ານໂດຍທັນທີ ໄປໃສ່ປະທານາທິບໍດີ
ໂດຍກ່າວຫາທ່ານໂອບາມາ ວ່າຫັນຫລັງໃຫ້ລັດເນວາດາ ໃນລະຫວ່າງເກີດສະພາວະ
ເສດຖະກິດຖົດຖອຍທີ່ຮ້າຍແຮງທີ່ສຸດບັ້ນນຶ່ງ ຂອງລັດນັ້ນ.
ໄຊຊະນະຂອງທ່ານ ມິດ ຣອມນີ ມີຂຶ້ນໃນເວລາບໍ່ເຖິງອາທິດ ຫລັງຈາກທ່ານໄດ້ຮັບໄຊ
ຊະນະໃນການເລືອກຕັ້ງຂັ້ນຕົ້ນ ທີ່ລັດຟລໍຣິດາ.
ທີ່ລັດເນວາດາ ທ່ານຣອມນີ ໄດ້ຮັບຄະແນນສຽງຫລາຍກວ່າ 40 ເປີເຊັນ ໂດຍມີຄະແນນ
ນໍາໜ້າສອງຕົວເລກ ຄູ່ແຂ່ງທີ່ມີຄະແນນໃກ້ຄຽງກັບທ່ານ ຄື ທ່ານ Newt Gingrich ອະ
ດີດປະທານສະພາຕໍ່າສະຫະລັດ ທີ່ໄດ້ ຄະແນນອັນດັບສອງ ຕິດຕາມມາດ້ວຍສະມາຊິກ
ສະພາຕໍ່າຈາກລັດເທັກ ຊັສ ທ່ານ Ron Paul ໄດ້ທີສາມແລະມາໃນທີສີ່ໄດ້ແກ່ອະດີດສະ
ມາຊິກສະພາສູງສະຫະລັດຈາກລັດເພັນຊີລເວເນຍ ທ່ານ ຣິກ ແຊນທໍຣໍາ.
ສ່ວນທ່ານ Newt Gingrich ໄດ້ປະຕິຍານຕົນເມື່ອຕອນແລງວັນເສົາວານນີ້ວ່າ ທ່ານຍັງ
ຈະແຂ່ງຂັນຕໍ່ໄປຈົນເຖິງກອງປະຊຸມໃຫຍ່ຂອງພັກ ໃນເດືອນສິງຫານີ້.