ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຂັດແຍ່ງທາງການເມືອງ ຂອງສະຫະລັດ ຮຸນແຮງຂຶ້ນ ເຖິງແມ່ນວ່າ ລັດຖະບານຈະຍັງຄົງເປີດເຮັດວຽກຢູ່ກໍຕາມ


ແຟ້ມພາບ - ຫໍລັດຖະສະພາສະຫະລັດ ໃນວັນທີ 13 ມິຖຸນາ 2023 ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ
ແຟ້ມພາບ - ຫໍລັດຖະສະພາສະຫະລັດ ໃນວັນທີ 13 ມິຖຸນາ 2023 ຢູ່ທີ່ລັດຖະສະພາ ໃນວໍຊິງຕັນ

ລັດຖະບານສະຫະລັດຍັງສືບຕໍ່ເປີດເຮັດວຽກໃນວັນອາທິດ, ໂດຍມີການຮັບປະ ກັນ ການສະຫນອງທຶນຈົນເຖິງກາງເດືອນພະຈິກ, ແຕ່ການຂັດແຍ້ງທາງດ້ານການເມືອງ ລະຫວ່າງສະມາຊິກສະພາຂອງພັກຣີພັບບລີກັນ ກ່ຽວກັບການລົງຄະແນນສຽງ ເພື່ອເຮັດໃຫ້ລັດຖະບານສາມາດດໍາເນີນການຕໍ່ໄປ ມີແຕ່ຈະຮຸນແຮງຂຶ້ນ.

ສະມາຊິກສະພາພັກອະນຸລັກນິຍົມຣີພັບບລີກັນ ທ່ານແມັດ ເກດສ໌ (Matt Gaetz) ຈາກລັດ ຟລໍຣີດາ ກ່າວຕໍ່ລາຍການສົນທະນາຂ່າວວ່າ ທ່ານຈະພະຍາຍາມຂັບໄລ່ປະທານສະພາຕ່ຳ ທ່ານເຄວິນ ແມັກຄາທີ, ຜູ້ນຳພັກຣີພັບບລີກັນສຽງສ່ວນ​ຫຼາຍໃນສະພາຕ່ຳ. ສິ່ງດັ່ງກ່າວມີຂຶ້ນຫຼັງຈາກທ່ານ ແມັກຄາທີ, ໃນການຕ່າວປື້ນຢ່າງວ່ອງໄວໃນວັນເສົາ, ໂດຍໄດ້ຍິນດີຮັບເອົາບັນດາສະມາຊິກສະພາຂອງພັກເດໂມແຄຣັດທີ່ເປັນຝ່າຍກົງກັນຂ້າມທີ່ມີຄະແນນສຽງໃກ້ຄຽງກັນ ໃນການລົງຄະແນນສຽງ ເພື່ອຫຼີກລ່ຽງການປິດລັດຖະບານບາງສ່ວນ.

"ຂ້າພະເຈົ້າຄິດວ່າພວກເຮົາຈໍາເປັນຕ້ອງໄດ້ຈີກ ແຜ່ນຕິດບາດອອກ. ຂ້າພະເຈົ້າຄິດວ່າພວກເຮົາຈໍາເປັນຕ້ອງໄດ້ກ້າວຕໍ່ໄປດ້ວຍການນໍາພາໃຫມ່ທີ່ສາມາດເຊື່ອຖືໄດ້, " ທ່ານເກດສ໌ ກ່າວຕໍ່ລາຍການ "State of the Union" ຂອງ CNN.

ທ່ານເກດສ໌ ໄດ້ກ່າວຫາວ່າ ທ່ານແມັກຄາທີ ລະເລີຍການປະຕິເສດຄໍາຫມັ້ນສັນຍາຕໍ່ບັນດາສະມາຊິກສະພາຝ່າຍຂວາຈັດ ໃນເວລາທີ່ ທ່ານແມັກຄາທີ ຂຶ້ນເປັນປະທານສະພາໃນເດືອນມັງກອນ ເພື່ອຕັດການໃຊ້ຈ່າຍຂອງລັດຖະບານ ສູ່ລະດັບກ່ອນການແຜ່ລະບາດຂອງ coronavirus ກ່ອນປີ 2020 ແລະບໍ່ຜ່ານກົດຫມາຍທີ່ສໍາຄັນ ດ້ວຍການລົງຄະແນນສຽງຂອງພັກເດໂມແຄັດ.

ແຕ່ ທ່ານແມັກຄາທີ ເບິ່ງຄືວ່າບໍ່ກັງວົນກ່ຽວກັບການເຄື່ອນໄຫວຂອງ ທ່ານເກດສ໌ ທີ່ຕໍ່ຕ້ານການເປັນປະທານສະພາຂອງທ່ານ, ໂດຍໄດ້ບອກກັບລາຍການ "Face the Nation" ຂອງ CBS, ວ່າ "ຂ້າພະເຈົ້າຈະຢູ່ລອດ. ລາວມີຄວາມສົນໃຈທີ່ຈະຮັບການສໍາພາດທາງໂທລະພາບຫຼາຍກວ່າການເຮັດບາງສິ່ງບາງຢ່າງ. ລາວຕ້ອງການຊຸກຍູ້ພວກເຮົາໃຫ້ຕ້ອງປິດໂຕລົງ, " ທ່ານແມັກຄາທີ ກ່າວວ່າ ການຢຸດເຊົາການເຮັດວຽກ ຈະເຮັດໃຫ້ການຈ່າຍຄ່າຈ້າງສໍາລັບພະນັກງານທະຫານທີ່ອາໄສຢູ່ໃນເຂດ ຂອງ ທ່ານເກດສ໌ ມີຄວາມຊັກຊ້າ.

"ເອົາເລີຍ" ທ່ານແມັກຄາທີ ກ່າວກ່ຽວກັບການເຄື່ອນໄຫວເພື່ອຈະຂັບໄລ່ທ່ານ. "ພວກເຮົາມາເຮັດໃຫ້ເລື້ອງນີ້ຈົບເຖາະ"

ທີ່ທຳນຽບຂາວ, ປະທານາທິບໍດີ ໂຈ ໄບເດັນ ຂອງພັກເດໂມແຄຣັດ ໄດ້ກ່າວປະນາມຄວາມວຸ້ນວາຍຂອງບັນດາສະມາຊິກລັດຖະສະພາ ຂອງພັກຣີພັບບລີກັນ. ທ່ານກ່າວວ່າພວກເຂົາຄວນຈະໃຫ້ກຽດຕໍ່ຂໍ້ຕົກລົງທີ່ທ່ານໄດ້ຍົກເລີກເມື່ອຫຼາຍເດືອນກ່ອນກັບ ທ່ານແມັກຄາທີ ກ່ຽວກັບເພດານການໃຊ້ຈ່າຍໂດຍລວມສໍາລັບປີງົບປະມານທີ່ເລີ່ມຕົ້ນໃນວັນອາທິດ, ເຊິ່ງພັກຣີພັບບລີກັນອະນຸລັກນິຍົມ ໄດ້ຄັດຄ້ານ ແລະນັບຕັ້ງແຕ່ນັ້ນມາໄດ້ພະຍາຍາມຕັດຄ່າໃຊ້ຈ່າຍຕື່ມອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG