ບັນດາສະມາຊິກສະພາສະຫະລັດ ຈາກທັງສອງພັກການເມືອງ ໄດ້ມີປະຕິກະລິຍາ ທີ່ຕື່ນຕົກໃຈແລະບໍ່ພໍໃຈ ໃນວັນຈັນວານນີ້ ຫຼັງຈາກທີ່ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ບໍ່ໄດ້ໃຫ້ການສະໜັບສະໜຸນ ຕໍ່ການສະຫຼຸບຂອງປະຊາຄົມສືບລັບ
ສະຫະ ລັດ ກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງສະຫະລັດ
ໃນຂະນະທີ່ມີການຖະແຫຼງຂ່າວຮ່ວມ ກັບປະທານທິບໍດີ ວລາດີເມຍປູຕິນ ທີ່ນະຄອນ
ແຮລຊິງກີ.
“ປະທານາທິບໍດີ ຕ້ອງຮັບຮູ້ວ່າ ຣັດເຊຍ ບໍ່ແມ່ນພັນທະມິດຂອງພວກເຮົາ,” ນັ້ນຄືຄຳ
ເວົ້າຂອງປະທານສະພາຕ່ຳ ທ່ານພອລ ໄຣອັນ ສະມາຊິກພັກຣີພັບລີກັນ ຈາກລັດ
ວິສຄອນຊິນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ແລະທ່ານຍັງໄດ້ກ່າວຕໍ່ໄປວ່າ
“ສະຫະ ລັດ ຕ້ອງເພັ່ງເລັງໃຫ້ຣັດເຊຍ ເປັນຜູ້ຮັບຜິດຊອບ ແລະໃຫ້ຍຸຕິການເຂົ້າມາ
ໂຈມຕີຕໍ່ປະຊາທິປະໄຕຂອງພວກເຮົາ.”
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານຈອນ ແມັກເຄນ ຈາກລັດ ອາຣີໂຊນາ ຜູ້ຊຶ່ງໄດ້ຕຳໜິຕິຕຽນທ່ານທຣຳຢູ່ເລື້ອຍໆນັ້ນ ກ່າວວ່າ “ກອງປະຊຸມຖະແຫຼງຂ່າວມື້ນີ້ ທີ່ໃນນະຄອນແຮລຊິງກີ ແມ່ນນຶ່ງໃນການປະຕິບັດງານທີ່ໜ້າອັບອາຍທີ່ສຸດ ຂອງ ປະທານາທິບໍດີອາເມຣິກັນ ໃນຄວາມຊົງຈຳທີ່ມີມາ. ຄວາມເສຍຫາຍທີ່ສ້າງຂຶ້ນ ຍ້ອນ
ຄວາມໄຮ້ດຽງສາ ການຖືໂຕເອງເປັນສຳຄັນ ຄວາມບໍ່ສົມດູນ ແລະຄວາມເຂົ້າອົກເຂົ້າ
ໃຈກ່ຽວກັບຈອມຜະເດັດການ ແມ່ນຍາກທີ່ຈະຄຳນວນໄດ້.”
ປະທານຄະນະກຳມະການຄວາມສຳພັນຕ່າງປະເທດຂອງສະພາສູງ ສັງກັດພັກຣີພັບ
ບລີກັນຈາກລັດເທັນແນສຊີ ທ່ານບັອບ ຄອກເກີ ໄດ້ກ່າວວ່າ ຄວາມເຫັນຂອງທ່ານ ທຣຳ ແມ່ນເຮັດໃຫ້ອາເມຣິກາເບິ່ງຄືວ່າ “ເປັນບຸກຄົນງ່າຍໆທີ່ຈະເອົາຊະນະໄດ້” ແລະວ່າ “ມັນບໍ່ແມ່ນໂອກາດດີສຳລັບປະເທດຂອງພວກເຮົາ.”
ທ່ານຄອກເກີໄດ້ກ່າວເພີ້ມຕື່ມວ່າ ທ່ານປູຕິນ “ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ
ຈາກຄຳເວົ້າຂອງທ່ານທຣຳ...ຂ້າພະເຈົ້າອາດຈະຄາດເດົາວ່າ ທ່ານຄົງຈະຮັບ
ປະທານໄຂ່ປາຄາວີອາຣ໌ ໃນຕອນນີ້.”
ພັກເດໂມແຄຣັດ ກໍບໍ່ໄດ້ຫລຸດຢ່ອນ ກ່ຽວກັບການຊັ່ງຊາຂອງເຂົາເຈົ້າເຊັ່ນກັນ.
“ປະທານາທິບໍດີ ແມ່ນເຂົ້າຂ້າງທ່ານວລາດິເມຍ ປູຕິນ ທີ່ປະຕິເສດຕໍ່ການເຫັນພ້ອມ
ຢ່າງເປັນເອກກະສັນໃນການສະຫຼຸບຂອງປະຊາຄົມສືບລັບຂອງສະຫະລັດ,” ນັ້ນຄື
ຄຳເວົ້າຂອງທ່ານຊັກ ຊູເມີຣ໌ ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ຈາກລັດນິວຢອກ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໄວ້ ແລະທ່ານໄດ້ກ່າວຕໍ່ໄປວ່າ “ເພິ່ນໄດ້ເອົາ
ຄຳເວົ້າຂອງອົງການສຶບລັບ KGB ແທນຄຳເວົ້າຂອງບັນດາຜູ້ຊາຍແລະແມ່ຍິງ
ໃນອົງການສືບລັບ CIA ຂອງສະຫະລັດ.”
ສະມາຊິກສະພາຕ່ຳຈາກລັດເວີຈີເນຍ ສັງກັດພັກເດໂມແຄຣັດ ທ່ານ ແກຣີ ໂຄໂນລີ ໄດ້ຂຽນລົງໃນທວິດເຕີວ່າ “ທຣຳ ໄດ້ຮັບວຽກງານໃໝ່ ກໍຄື ເປັນໂຄສົກຂອງກະຊວງ
ການຕ່າງປະເທດຣັດເຊຍ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເຊີນຊົມ: ປະຕິກິລິຍາ ຕໍ່ກອງປະຊຸມຖະແຫຼງຂ່າວ ລະຫວ່າງສະຫະລັດ ກັບຣັດເຊຍ