ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ່ປຶກສາດ້ານການເມືອງຂອງ ສຫລ ຖືກຟ້ອງໃນຂໍ້ຫາ ໃຊ້ຫຸ່ນຍົນໂທຫາຄົນ ຫຼື robocalls ດ້ວຍ AI ປ້ອມແປງສຽງໃຫ້ຄືສຽງ ທ. ໄບເດັນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບປະທານາທິບໍດີ ເຄັນຢາ ວີລລຽມ ຣູໂຕ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ພຶດສະພາ 2024.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັບປະທານາທິບໍດີ ເຄັນຢາ ວີລລຽມ ຣູໂຕ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ພຶດສະພາ 2024.

ທີ່ປຶກສາດ້ານການເມືອງຂອງລັດຫລຸຍເຊຍນາ ໄດ້ຖືກຟ້ອງໃນຂໍ້ຫາໃຊ້ລະບົບສາຍໂທເຂົ້າອັດຕະໂນມັດ ຫຼື robocall ປອມ ທີ່ປອມແປງສຽງຂອງປະທານາທິບໍ ສະຫະລັດ ທ່ານໂຈ ໄບເດັນ ເພື່ອຫ້າມບໍ່ໃຫ້ຄົນໄປລົງຄະແນນສຽງໃຫ້ທ່ານ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ຢູ່ທີ່ລັດນິວແຮມເຊີຣ ອີງຕາມຫົວໜ້າຫ້ອງການໄອຍະການຂອງລັດນິວແຮມເຊີຣ ທີ່ໄດ້ກ່າວໃນວັນພະຫັດວານນີ້ ຕາມການລາຍງານຂອງອົງການຂ່າວຣອຍເຕີສ.

ທ້າວ ສຕີບເວັນ ເຄຣມເມີ ອາຍຸ 54 ປະເຊີນກັບຂໍ້ຫາທາງອາຍາ 13 ກະທົງວ່າດ້ວຍ ການສະກັດກັ້ນຜູ້ລົງຄະແນນສຽງ ແລະ ການປອມຕົວເປັນຜູ້ສະໝັກ ຫຼັງຈາກທີ່ພົນລະເມືອງຂອງລັດນິວແຮມເຊີຣ ຫຼາຍພັນຄົນ ໄດ້ຮັບ ຂໍ້ຄວາມຈາກ ໂຣໂບຄອລ (robocall) ທີ່ຂໍໃຫ້ພວກເຂົາເຈົ້າ ບໍ່ໄປລົງຄະແນນສຽງ ຈົນກວ່າຈະຮອດເດືອນພະຈິກ.

ທະນາຍຄວາມຂອງທ້າວ ເຄຣມເມີ ບໍ່ສາມາດລະບຸຕົວໄດ້ ໃນທັນທີ.

ອີກເລື້ອງນຶ່ງຕ່າງຫາກ ຄະນະກຳມາທິການສື່ສານຂອງລັດຖະບານກາງ ຫຼື FCC ໃນວັນພະຫັດວານນີ້ ໄດ້ສະເໜີໃຫ້ປັບໃໝ 6 ລ້ານໂດລາ ຕໍ່ການໃຊ້ ໂຣໂບຄອລ ຊຶ່ງອົງການດັ່ງກ່າວ ໄດ້ກ່າວວ່າ ເປັນການນຳໃຊ້ ປັນຍາປະດິດສ້າງສຽງບັນທຶກ ປອມແປງສຽງໃຫ້ຄືກັບສຽງຂອງທ່ານໄບເດັນນັ້ນ ໂດຍໃຫ້ຄຳອະທິບາຍວ່າ ເປັນກົດລະບຽບຂອງ FCC ຫ້າມການສົ່ງຂໍ້ມູນໝາຍເລກຜູ້ໂທ ທີ່ບໍ່ຖືກຕ້ອງ.

FCC ຍັງໄດ້ສະເໜີໃຫ້ປັບໃໝບໍລິສັດ Lingo Telecom 2 ລ້ານໂດລາ ສຳລັບຂໍ້ກ່າວຫາ ໃນການສົ່ງໂຣໂບຄອລ ດັ່ງກ່າວນັ້ນ.

A Louisiana political consultant has been indicted over a fake robocall imitating U.S. President Joe Biden seeking to dissuade people from voting for him in New Hampshire's Democratic primary election, the New Hampshire Attorney General's Office said on Thursday.

Steven Kramer, 54, faces 13 charges of felony voter suppression and misdemeanor impersonation of a candidate after thousands of New Hampshire residents received a robocall message asking them not to vote until November.

A lawyer for Kramer could not immediately be identified.

Separately, the Federal Communications Commission on Thursday proposed a $6 million fine over the robocalls it said were using an AI-generated deepfake audio recording of Biden’s cloned voice, saying its rules prohibit transmission of inaccurate caller ID information.

It also proposed to fine Lingo Telecom $2 million for allegedly transmitting the robocalls.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG