ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

“Lame-duck” ລັດຖະສະພາ​ ເລີ່​ມຕົ້ນ ປະຊຸມກັນ ໃນມື້ນີ້


“Lame-duck” ລັດຖະສະພາ​ ເລີ່​ມຕົ້ນ ປະຊຸມກັນ ໃນມື້ນີ້
“Lame-duck” ລັດຖະສະພາ​ ເລີ່​ມຕົ້ນ ປະຊຸມກັນ ໃນມື້ນີ້

ໃນ​ວັນ​ຈັນ​ມື້ນີ້ ຄື​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້ ລັດຖະ
ສະພາ​ສະຫະລັດຈະເລີ່​ມຕົ້ນສະ​ໄໝປະຊຸມ ທີ່​ເອີ້ນ​ວ່າ
“Lame-duck” ຂອງ​ສະພາ​ຊຸດ​ເກົ່າ ກ່ອນ​ທີ່​ຊຸດໃໝ່​ຈະ
ເຂົ້າ​ມາ​ຮັບ​ຊ່ວງ​ຕໍ່ໃນ​ເດືອນມັງກອນ​ປີໜ້າ ​ໂດຍ​ທີ່​ພວກ
ຜູ້​ແທນທັງ​ໝົດຈະ​ພາ ກັນພິຈາລະນາຮ່າງກົດໝາຍທີ່​
ສໍາຄັນ​ຫຼາຍ​ສະບັບ ຊຶ່ງຮວມທັງການ​ຍືດ​ເວລາ​ໃນການ​ລົດ
ຜ່ອນ​ພາສີ​ໃຫ້ປະຊາ​ຊົນອອກ​ໄປອີກ ​ແລະຮັບຮອງ​ເອົາຂໍ້
ຕົກລົງເລື້ອງ​ອາວຸດ​ນິວ​ເຄລຍກັບຣັດ​ເຊຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clin-
ton ​ແລະ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ ທ່ານ Robert
Gates ​ໄດ້ຮຽກຮ້ອງຜ່ານທາງລາຍ​ງານຂ່າວໜັງ​ສື​ພິມ
Washington Post ສະບັບ​ວັນ​ຈັນ​ມື້​ນີ້ ​ໃຫ້​ລັດຖະສະ
ພາໃຫ້​ສັດຕະຍາບັນ ແກ່ສົນທິສັນຍາທາງດ້ານ​ອາວຸດ
ນິວ​ເຄລຍສະບັບ​ນັ້ນ ໂດຍ​ກ່າວວ່າສະຫະລັດ​ມີໜ້າ​ທີ່ຮັບ
ຜິດ​ຊອບ ທີ່​ຈະຕ້ອງ​ຕິດຕາມສິ້ງຊອມ​ເບິ່ງ​ມະຫາ​ອໍານາດ
ນິວ​ເຄລຍ​ ອີກປະ​ເທດ​ນຶ່ງຂອງ​ໂລກນັ້ນ.

ສົນທິສັນຍາດັ່ງກ່າວ ​ແມ່ນ​ຈະ​ຕັດຈໍາ​ນວນອາວຸດ​ໃນ​ຄັງ​ອາວຸດ​ນິວ​ເຄລຍຂອງທັງ​ສະຫະລັດ
ແລະຣັດ​ເຊຍ ລົງປະ​ມານ 1 ສ່ວນ 3 ​ແລະຈະ​ຕ້ອງ​ໄດ້​ຮັບ​ການ​ຮັບຜ່ານ​ ຫລື​ໃຫ້​ສັດຕະ
ຍາບັນ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ນໍາ ຈາກ 2 ສ່ວນ 3 ຂອງ​ສະພາ​ສູງ​ ບ່ອນ​ທີ່ພວກ
ຜູ້​ແທນທີ່​ສັງ​ກັດພັກ Republican ​ໄດ້​ສະ​ແດງ​ຄວາມເປັນ​ຫ່ວງອອກ​ມາກ່ຽວ​ກັບ​ການ
ຈໍາກັດ​ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນດ້ວຍ​ລູກ​ສອນ​ໄຟຂອງ​ອະ​ເມຣິກາ ຫລືໃນການ
ພັດທະນາ​ຄັງ​ອາວຸດ​ນິວ​ເຄລຍຂອງ​ສະຫະລັດ​ນັ້ນ.

XS
SM
MD
LG