ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຕໍ່າ ແລະ ສະພາສູງ ສະຫະລັດ ຈະລົງຄະແນນສຽງ ກ່ຽວກັບ ການປະຕິຮູບລະບົບ ຕຳຫຼວດ


ສະມາຊິກສະພາສູງ ສະຫະລັດ ທ່ານ ທິມ ສກັອດ, ສັງກັດພັກຣີພັບບລີກັນ (ກາງ) ກ່າວຄຳປາໄສ ກ່ຽວກັບ ຮ່າງກົດໝາຍການປະຕິຮູບຕຳຫຼວດໃໝ່ຂອງທ່ານ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 17 ມິຖຸນາ.
ສະມາຊິກສະພາສູງ ສະຫະລັດ ທ່ານ ທິມ ສກັອດ, ສັງກັດພັກຣີພັບບລີກັນ (ກາງ) ກ່າວຄຳປາໄສ ກ່ຽວກັບ ຮ່າງກົດໝາຍການປະຕິຮູບຕຳຫຼວດໃໝ່ຂອງທ່ານ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ, ຫໍລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 17 ມິຖຸນາ.

ສະພາຕໍ່າ ສະຫະລັດ ທີ່ນຳພາໂດຍພັກເດໂມແຄຣັດ ແລະ ສະພາສູງທີ່ນຳພາໂດຍພັກຣີພັບບລີກັນ ແມ່ນມີກຳນົດທີ່ຈະຈັດການລົງຄະແນນສຽງທີ່ສຳຄັນ ໃນ ອາທິດນີ້ ກ່ຽວກັບ ການປະຕິຮູບລະ ບົບຕຳຫຼວດຂອງປະເທດ, ໂດຍສອງສະພາ ດັ່ງກ່າວໄດ້ເຫັນພ້ອມກັນ ກ່ຽວກັບ ຂໍ້ສະເໜີ ທີ່ສຳຄັນຫຼາຍອັນ ແຕ່ບໍ່ໄດ້ເຫັນດີ ນຳກັນໝົດ ກ່ຽວກັບ ສິ່ງທີ່ຄວນປ່ຽນແປງ.

ການຜັກດັນສຳລັບກົດໝາຍນິຕິບັນຍັດດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກການເສຍຊີວິດ ຂອງທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍອາເມຣິກັນ ເຊື້ອສາຍອາຟຣິກາ ໃນລະ ຫວ່າງ ການຖືກຕຳຫຼວດຄວບຄຸມຕົວ, ເຊິ່ງແມ່ນສິ່ງທີ່ໄດ້ກະຕຸ້ນໃຫ້ການປະທ້ວງ ໃນທົ່ວປະເທດ ແລະ ທົ່ວໂລກ ກ່ຽວກັບ ການຈຳແນກເຊື້ອຊາດຜິວພັກ ແລະ ການໃຊ້ກຳລັງໂດຍພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.

ສິ່ງຂັດຂ້ອງທີ່ສຳຄັນອັນນຶ່ງໃນຂໍ້ສະເໜີລະຫວ່າງ ພັກເດໂມແຄຣັດ ກັບ ຣີພັບບລີກັນ ແມ່ນບັນຫາ ກ່ຽວກັບ ການປົກປ້ອງເຈົ້າໜ້າທີ່ລັດຖະບານທີ່ສ້າງຄວາມ ເສຍຫາຍໃນສັງຄົມ, ເຊິ່ງແມ່ນກົດເກນທີ່ເຮັດໃຫ້ມັນຍາກ ສຳລັບປະຊາຊົນທີ່ຈະ ທຳການຟ້ອງຮ້ອງຕໍ່ບັນດາເຈົ້າໜ້າທີ່ຕຳຫຼວດ ເວລາທີ່ເຂົາເຈົ້າຮູ້ສຶກວ່າສິດທິພົນ ລະເມືອງຂອງເຂົາເຈົ້າຖືກລ່ວງລະເມີດ.

ພັກເດໂມແຄຣັດ ຢາກສິ້ນສຸດການປົກປ້ອງທີ່ວ່ານັ້ນ, ແຕ່ບັນດາຜູ້ນຳພັກຣີພັບ ບລີກັນ ໄດ້ຄັດຄ້ານບໍ່ໃຫ້ເຮັດແນວນັ້ນ ແລະ ທຳນຽບຂາວໄດ້ລະບຸບັນຫາດັ່ງ ກ່າວວ່າ “ບໍ່ມີໂອກາດປະສົບຄວາມສຳ ເລັດ” ສຳລັບປະທານາທິບໍດີ ດໍໂນລ ທຣຳ.

ຂໍ້ຄວາມທີ່ທ່ານ ທຣຳ ໄດ້ຂຽນໃນທວິດເຕີ ເມື່ອຕອນຄໍ່າຂອງວັນອາທິດວານນີ້ ໄດ້ກ່າວວ່າ “ພັກເດໂມແຄຣັດ ຢາກທີ່ຈະຮັບຜ່ານຮ່າງກົດໝາຍໃນອາທິດນີ້ ທີ່ ມັນຈະທຳລາຍຕຳຫຼວດຂອງພວກເຮົາ. ສະມາຊິກລັດຖະສະພາພັກຣີພັບບລີກັນ ທັງຊາຍ ແລະ ຍິງ ຫວັງວ່າຈະຕໍ່ສູ້ຢ່າງໜັກເພື່ອເອົາຊະ ນະເຂົາເຈົ້າ. ພວກເຮົາ ຕ້ອງປົກປ້ອງ ແລະ ຮັກສາຕຳຫຼວດຂອງພວກເຮົາ, ເຂົາເຈົ້າເຮັດໃຫ້ພວກເຮົາ ປອດໄພ.”

ສະມາຊິກສະພາຕໍ່າ ທ່ານນາງ ແຄເຣັນ ບາສ, ໄດ້ຂຽນຕອບໃນທວິດເຕີ ຂອງ ທ່ານນາງເອງວ່າ: ຮ່າງກົດໝາຍຂອງພວກເຮົາຈະກຳນົດມາດຕະຖານແຫ່ງຊາດ ສຳລັບຕຳຫຼວດ, ສະໜອງການຝຶກຊ້ອມເພີ່ມເຕີມ, ແລະ ຂຶ້ນທະບຽນສະນັ້ນ ຕຳຫຼວດທີ່ຖືກໄລ່ອອກຈະບໍ່ຖືກຈ້າງເຮັດວຽກຄືນ. ຫຼາຍກະຊວງແມ່ນສະໜັບສະ ໜູນຮ່າງກົດໝາຍດັ່ງກ່າວ ແຕ່ເຈົ້າບໍ່ເຂົ້າໃຈມັນຢ່າງຊັດເຈນ, ພະຍາຍາມອ່ານ ມັນໃນແລງມື້ນີ້ ຫຼື ໃຫ້ຄົນໃດຄົນນຶ່ງອ່ານໃຫ້ເຈົ້າຟັງ.”

ຄະນະກຳມະການສະພາຕໍ່າໄດ້ຮັບຮອງມາດຕະການດັ່ງກ່າວ ໃນອາທິດທີ່ຜ່ານມາ, ດ້ວຍການກຳ ນົດການລົງຄະແນນສຽງ ໃນສະພາຕໍ່າຄົບຊຸດອາທິດນີ້.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິຈ໌ ແມັກຄອນແນລ ໄດ້ກ່າວວ່າທ່ານມີ ແຜນທີ່ຈະນຳເອົາຮ່າງກົດໝາຍສະພາສູງມາລົງຄະແນນສຽງຕາມລະບຽບການໃນອາທິດນີ້ເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG