ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ​ໂປ​ແລນ ຫາ​ລື​ກັນ ກ່ຽວ​ກັບ​ການ​ເສີມ​ກຳ​ລັງ​ຂອງ​ຣັດ​ເຊຍ ໃກ້​ໆຢູ​ເຄ​ຣນ


ຮູບ​ພາບນີ້ ນຳ​ອອກ​ເຜີຍ​ແຜ່​ໂດຍ​ພະ​ແນກ​ຂ່າວ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທີ່​ສະ​ແດງ​ໃຫ້​ເຫັນ​ ຍານ​ພາ​ຫະ​ນະ​ຂອງກອງ​ທັບ​ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຢູ່​ແຫຼມ​ໄຄ​ຣ​ເມຍ ເມື່ອ​ວັນ​ທີ 22 ເມ​ສາ 2021.
ຮູບ​ພາບນີ້ ນຳ​ອອກ​ເຜີຍ​ແຜ່​ໂດຍ​ພະ​ແນກ​ຂ່າວ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ທີ່​ສະ​ແດງ​ໃຫ້​ເຫັນ​ ຍານ​ພາ​ຫະ​ນະ​ຂອງກອງ​ທັບ​ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ຢູ່​ແຫຼມ​ໄຄ​ຣ​ເມຍ ເມື່ອ​ວັນ​ທີ 22 ເມ​ສາ 2021.

ສະ​ຫະ​ລັດຕິດ​ຕໍ່​ໄປ​ຫາ​ບັນ​ດາ​ພັນ​ທະ​ມິດ ເພື່ອ​ຮັບ​ມື​ກັບ​ການ​ເສີມ​ກຳ​ລັງ​ທະ​ຫານ​ຂອງ​ຣັດ​ເຊຍ ຢູ່​ຕາມ​ຊາຍ​ແດນ​ທີ່​ຕິດ​ກັບ​ຢູ​ເຄ​ຣນ.

​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໄດ້​ໂອ້​ລົມທາງ​ໂທ​ລະ​ສັບ ​ກັບ​ລັ​ດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຂອງໂປ​ແລນ ​ທ່ານ​ມາ​ຣິ​ອຸ​ສ ບ​ລາ​ສຊັກ (Mariusz Blaszczak) ໃນ​ວັນ​ອັງ​ຄານ​ວານນີ້ເພື່ອ​ປຶກ​ສາ​ຫາ​ລື​ໃນອັນ​ທີ່​ທຳ​ນຽບ​ຫ້າ​ແຈ ໄດ້​ກ່າວ​ເຖິງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ​ແມ່ນ “ກິດ​ຈະ​ການ​ທາງ​ທະ​ຫານ ​ທີ່​ຜິດ​ປົກ​ກະ​ຕິ” ຂອງ​ມົ​ສ​ກູ.

ນອກນັ້ນ ພວກ​ທ່ານ​ທັງ​ສອງ​ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ນຳ​ກັນ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ຂອງ​ໂປ​ແລນ ຕິດ​ກັບເບ​ລາ​ຣຸ​ສ ​ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ໂປ​ແລນ​ໄດ້​ກ່າວ​ຫາ​ອຳ​ນາດ​ການ​ປົກ​ຄອງ​ເບ​ລາ​ຣຸ​ສວ່າໃຊ້​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ຫຼາຍໆ​ພັນ​ຄົນ ເພື່ອ​ສ້າງ​ຄວາມ​ເຄັ່ງ​ຕຶງ.

ອີງ​ຕາມ​ຖະ​ແຫຼງຂ່າວ ​ທີ່​ມີ​ການ​ອ່ານ​ເອົາ ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ກ່ຽວ​ກັບ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ນັ້ນ ພວກ​ທ່ານ “ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ວິ​ທີ​ທາງ​ຕ່າງໆ ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ສະ​ກັດ​ກັ້ນຢູ່​ຕາມ​ຊາຍ​ແດນ​ທາ​ງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ອົງ​ການ​ເນ​ໂຕ້.”

ທ່ານອອ​ສ​ຕິນ​ໄດ້​ໂທ​ລະ​ສັບ​ໄປ​ຫາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ໂປ​ແລນ ໃນ​ລະ​ຫວ່າງ​ພວມ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງ​ໂຊ​ລ ເພື່ອ​ຫາ​ລື​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ເກົາ​ຫຼີ​ໃຕ້.

ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ຢູ​ເຄ​ຣນ​ ກ່າ​ວ​ວ່າ ຣັດ​ເຊຍ​ໄດ້ສົ່ງກຳ​ລັ​ງປະ​ມານ 90,000 ຄົນ​ມາ​ປະ​ຈຳ​ການ​ຢູ່​ຕາມບໍ​ລິ​ເວນ​ຊາຍ​ແດນ​ທີ່​ຕິດ​ກັບ​ຢູ​ເຄ​ຣນແລະ​ແຫຼມ​ໄຄ​ຣ​ເມຍ​ ທີ່​ຢຶດ​ເອົາ​ໄປ​ຈາກ​ຢູ​ເຄ​ຣນ ​ໃນ​ປີ 2014.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດຫຼາຍ​ທ່ານ​ກ່າວ​ວ່າ ວໍ​ຊິງ​ຕັນ​ແລະ​ພັນ​ທະ​ມິດ​ໃນ​ຢູ​ໂຣບ​ພວມ “ວາງ​ແຜນ​ຮັບ​ມື​ຈຳ​ນວນ​ນຶ່ງ” ຍ້ອນ​ຢ້ານ​ວ່າ​ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ດັ່ງ​ກ່າວ​ຂ​ອງ​ຣັດ​ເຊຍ ອາດ​ຈະ​ບໍ່​ເປັນ​ພຽງ​ແຕ່​ຄຳ​ເວົ້າ​ທີ່​ແຂງ​ຂັນ​ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ເອີ້ນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງວໍ​ຊິງ​ຕັນ​ຕໍ່​ຢູ​ເຄ​ຣນ ນັ້ນ​ວ່າ “ເຂັ້ມ​ແຂງ” ແລະ​ກຳ​ລັງ​ພິ​ຈາ​ລະ​ນາ​ທີ່​ຈະ​ນຳ​ໃຊ້​ເຄື່ອງ​ມື​ຈຳ​ນວນ​ນຶ່ງ ເພື່ອ​ສະ​ກັດ​ກັນ​ມົ​ສ​ກູ.

ໃນ​ອີກ​ດ້ານ​ນຶ່ງນັ້ນ ຫົວ​ໜ້າ​ສືບ​ລັບ​ຂອງ​ອັງ​ກິດ ໄດ້​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຕົນ​ພວມ​ຮັບ​ມື​ກັບ​ “​ການ​ກະ​ທຳ​ແບບ​ບໍ່​ຢ້ານ” ຫຼາຍ​ຂຶ້ນ.

ຫົວ​ໜ້າ​ໜ່ວຍ​ສືບ​ລັບ MI6 ຂອງ​ອັງ​ກິດ ທ່ານ​ຣິ​ເຈີດ ມົວ (Richard Moore) ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ຖາ​ບັນ​ການ​ສຶກ​ສາ​ຍຸດ​ທະ​ສາດ​ລະ​ຫວ່າງ​ປະ​ເທດ ໂດຍ​ເວົ້າ​ວ່າ “ພວກ​ເຮົາ ພັນ​ທະ​ມິດ ແລະ​ພາ​ຄີ​ຂອງ​ພວກ​ເຮົາ ຕ້ອງ​ລຸກ​ຂຶ້ນ​ຕ້ານ​ຢັນ ​ແລະ​ສະ​ກັດ​ກັ້ນ ການ​ເຄື່ອນ​ໄຫວ​ຂອງ​ຣັດ​ເຊຍ ຊຶ່ງ​ເປັນ​ການ​ລະ​ເມີດ​ຕໍ່ລະ​ບົບ​ສາ​ກົນ​ທີ່​ມີ​ລະ​ບຽບ​ກົດ​ໝາຍ.”

ທ່ານ​ມົວກ່າວ​ຕື່ມ​ວ່າ “ມົ​ສ​ກູ​ບໍ່​ຄວນ​ມີ​ຄວາມ​ສົງ​ໄສ​ໃດໆ​ເລີຍກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຮົາ ຕໍ່​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ ຢູ່​ພາຍ​ໃນ​ເຂດ​ຊາຍ​ແດນ​ທີ່​ສາ​ກົນ​ຮັບ​ຮູ້ ຮວມ​ທັງ​ແຫຼມ​ໄຄ​ຣ​ເມຍ.”

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG