ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຕ້ວາທີ ຄັ້ງທີ 3 ລະຫວ່າງ ທ່ານໂອບາມາ ແລະທ່ານຣອມນີ (ສະໄລດ໌ກັບວີດີໂອ)


Obama, Romney Debate Range of Foreign Policy Issues
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ

ປະທານາທິບໍດີບາຣັກ ໂອບາມາ ແລະຄູ່ແຂ່ງຂອງທ່ານຈາກພັກ
ຣີພັບບລີກັນ ທ່ານມິຕ ຣອມນີ ໄດ້ກ່າວໂຈມຕີກັນກ່ຽວກັບບັນຫາ
ນະໂຍບາຍການຕ່າງປະເທດຫຼາຍໆເລື່ອງ ໃນແລງວັນຈັນຜ່ານ
ມາໃນການໂຕ້ວາທີ ຄັ້ງທີ 3 ຊຶ່ງເປັນຄັ້ງສຸດທ້າຍ ສຳລັບການ
ໂຄສະນາຫາສຽງໃນການເລືອກຕັ້ງປະທານາທິບໍດີ ປີ 2012.
ການໂຕ້ວາທີດັ່ງກ່າວມີຂຶ້ນທີ່ມະຫາວິທະຍາໄລ Lynn ຢູ່ເມືອງ
Boca Raton ລັດ ຟລໍຣິດາ.

ບໍ່ຄ່ອຍມີການເວົ້າຕັດຄໍາເວົ້າຂອງກັນແລະກັນປານໃດ ຫລືມີ
ການຖົກຖຽງຢ່າງຮຸນແຮງໃນການໂຕ້ວາທີເທື່ອນີ້ ຊຶ່ງບາງທີຜູ້
ສະມັກທັງສອງອາດຈະລະວັງໂຕ ເພາະບໍ່ຢາກໃຫ້ມີພາບພົດ
ໃນທາງລົບຫຼາຍເກີນໄປ.
Obama on the Offensive, Romney in Broad Agreement on Foreign Policy
please wait

No media source currently available

0:00 0:02:17 0:00
ລິງໂດຍກົງ

ແຕ່ໃນບາງຄັ້ງບາງຄາວ ປະທານາທິບໍດີໂອບາມາແລະທ່ານຣອມ
ນີ ກໍໄດ້ປະທະຄາລົມກັນກ່ຽວກັບທັດສະນະຄວາມເຫັນຂອງພວກ
ທ່ານ ທີ່ມີຕໍ່ໂລກ ຮວມທັງການຖົກຖຽງກ່ຽວກັບໄພຂົ່ມຂູ່ທີ່ໃຫຍ່ ທີ່
ສຸດທີ່ສະຫະລັດກຳລັງປະເຊີນໜ້າຢູ່.

ທ່ານໂອບາມາເວົ້າວ່າ “ຜູ້ປົກຄອງລັດຣອມນີ ຂ້າພະເຈົ້າດີໃຈ ທີ່ທ່ານຮັບຮູ້ວ່າກຸ່ມ ກໍ່ການຮ້າຍອາລກາອີດາເປັນໄພຂົ່ມຂູ່ ຍ້ອນວ່າເມື່ອສອງສາມເດືອນກ່ອນ ເມື່ອ ມີຄົນຖາມທ່ານວ່າ ແມ່ນຫຍັງຄືໄພຂົ່ມຂູ່ ທີ່ໃຫຍ່ທີ່ສຸດ ທາງດ້ານພູມສາດການ ເມືອງທີ່ອາເມຣິກາກຳລັງປະເຊີນໜ້າຢູ່ໃນເວລານີ້ ທ່ານເວົ້າວ່າແມ່ນຣັດເຊຍ.” ທ່ານຣອມນີກ່າວຕອບວ່າ “ພວກເຮົາກຳລັງເວົ້າເຖິງພາກຕາເວັນອອກກາງ ແລະ ເຮັດວິທີໃດຈຶ່ງຈະຊ່ອຍພາກຕາເວັນອອກກາງປະຕິເສດຕໍ່ການກໍ່ການຮ້າຍຊະ
ນິດ ທີ່ພວກເຮົາກຳລັງເຫັນ ແລະກະແສຟອງທີ່ມີພວມແຮງຂຶ້ນຂອງຄວາມວຸ້ນ ວາຍແລະຄວາມສັບສົນ ແລະການກ່າວໂຈມຕີຂ້າພະເຈົ້ານັ້ນມັນບໍ່ແມ່ນຫົວຂໍ້ ຫຼືນະໂຍບາຍໃນເລື້ອງນີ້.”


ແຕ່ກ່ຽວກັບການດຳເນີນຄວາມພະຍາຍາມ ຂອງສະຫະລັດ ເພື່ອປ້ອງກັນ ບໍ່ໃຫ້ອີຣ່ານມີ ຄວາມສາມາດໃນການສ້າງອາວຸດນິວເຄລຍນັ້ນບຸກຄົນທັງສອງປະກົດວ່າ ມີຄວາມເຫັນ ພ້ອມນຳກັນຫຼາຍກວ່າຄັດຄ້ານ.

ປະທານາທິບໍດີໂອບາມາໄດ້ກ່າວປ້ອງກັນ ການເນັ້ນໜັກຂອງທ່ານ ໃສ່ການລົງໂທດເພື່ອ
ໂດດດ່ຽວປະເທດອີຣ່ານ.

ທ່ານໂອບາມາເວົ້າວ່າ “ຕາບໃດທີ່ຂ້າພະເຈົ້າຍັງເປັນປະທານາທິບໍດີສະຫະລັດຢູ່ ອີຣ່ານຈະບໍ່ມີອາວຸດນິວເຄລຍຢູ່ໃນຄວາມຄອບຄອງເດັດຂາດ. ຂ້າພະເຈົ້າໄດ້ ກ່າວຢ່າງຈະແຈ້ງ ເວລາຂ້າພະເຈົ້າ ມາຮັບຕຳແໜ່ງ. ຫຼັງຈາກນັ້ນພວກເຮົາກໍ ໄດ້ຈັດແຈງແນວໂຮມທີ່ເຂັ້ມແຂງທີ່ສຸດແລະທຳການລົງໂທດຢ່າງໜັກທີ່ສຸດໃນ ປະຫວັດສາດຕໍ່ອີຣ່ານແລະມັນກໍໄດ້ເຮັດໃຫ້ເສດຖະກິດອີຣ່ານເປັນອຳມະພາດ.”

ຜ່ານມາ ທ່ານຣອມນີເຄີຍຕຳໜິຕິຕຽນກ່ຽວກັບເລື່ອງນີ້ ແຕ່ໃນການໂຕ້ວາທີ ທ່ານກໍບໍ່ໄດ້ ຄັດຄ້ານຫຍັງຫຼາຍ.

ທ່ານຣອມນີເວົ້າວ່າ “ຂ້າພະເຈົ້າຂໍເນັ້ນໜັກກ່ຽວກັບຈຸດດຽວກັນກັບທີ່ທ່ານປະທາ ນາທິບໍດີໄດ້ເວົ້າໄປແລ້ວນັ້ນ ຄືວ່າຖ້າຂ້າພະເຈົ້າເປັນປະທານາທິບໍດີສະຫະລັດ ເວລາຂ້າພະເຈົ້າເປັນປະທານາທິບໍດີ ພວກເຮົາຈະຢືນຄຽງບ່າຄຽງໄຫຼ່ກັບອິສຣາ ແອລ ແລະຖ້າອິສຣາແອລຖືກໂຈມຕີ ພວກເຮົາກໍຈະສະໜັບສະໜຸນເຂົາເຈົ້າບໍ່ ພຽງແຕ່ໃນດ້ານການທູດ ບໍ່ພຽງແຕ່ໃນດ້ານວັດທະນະທຳ ແຕ່ໃນດ້ານທະຫານ ນຳດ້ວຍ.”

ກ່ຽວກັບການລຸກຮືຂຶ້ນໃນປະເທດຊີເຣຍ ແລະບັນຫາທີ່ວ່າສະຫະລັດຄວນເຂົ້າແຊກແຊງ ທາງທະຫານ ເພື່ອຊ່ອຍພວກກະບົດຫຼືບໍ່ນັ້ນ ບຸກຄົນທັງສອງ ຕ່າງກໍມີຄວາມເຫັນທີ່ຄ້າຍ ຄືກັນ.

ທ່ານໂອບາມາເວົ້າວ່າ “ສຳລັບພວກເຮົາແລ້ວ ການເຂົ້າໄປພົວພັນທາງທະຫານ ໃນຊີເຣຍນັ້ນ ແມ່ນຖືວ່າເປັນບາດກ້າວທີ່ສຳຄັນຫລາຍ.”

ສ່ວນທ່ານຣອມນີເວົ້າວ່າ “ແລະໃນທີ່ສຸດພວກເຮົາບໍ່ຕ້ອງການທີ່ຈະເຂົ້າໄປພົວພັນ ທາງທະຫານຢູ່ນັ້ນ. ພວກເຮົາບໍ່ຢາກຖືກແກ່ດຶງເຂົ້າໄປພົວພັນໃນບັນຫາຂັດແຍ້ງ ທາງທະຫານ.”

ກ່ຽວກັບຄວາມສຳພັນກັບຈີນນັ້ນ ທັງສອງທ່ານ ມີຄວາມເຫັນແຕກຕ່າງກັນ ໂດຍທີ່ທ່ານ ຣອມນີເອົາທ່າທີທີ່ເຂັ້ມແຂງກວ່າ ໃນຂະນະທີ່ທ່ານໂອບາມາໄດ້ກ່າວເຖິງການເອົາມາດ ຕະການຕໍ່ຕ້ານຢາງຕີນລົດແລະເຫຼັກຈາກຈີນ.

ທ່ານໂອບາມາເວົ້າວ່າ “ຈີນເປັນທັງຄູ່ແຂ່ງແຕ່ກໍອາດສາມາດເປັນພາຄີໄດ້ ຢູ່ໃນປະ ຊາຄົມນາໆຊາດ ຖ້າຈີນຫາກປະຕິບັດຕາມລະບຽບການຕ່າງໆ."

ແຕ່ທ່ານຣອມນີກ່າວອີກວ່າ “ດ້ວຍເຫດນີ້ ໃນມື້ທຳອິດ ທີ່ພະເຈົ້າເຂົ້າຮັບຕຳແໜ່ງ ຂ້າພະເຈົ້າຈະລະບຸຈີນວ່າ ເປັນຜູ້ຄວບຄຸມເງິນຕາ ຊຶ່ງຈະອຳນວຍໃຫ້ພວກເຮົາ ຂຶ້ນພາສີໃນພາກສ່ວນອຸດສາຫະກໍາທີ່ເຂົາຍາດເອົາວຽກການຂອງພວກເຮົາໄປ.”

ຕະຫຼອດການໂຕ້ວາທີນັ້ນ ຜູ້ສະມັກທັງສອງຕ່າງກໍໄດ້ຊອກຫາຊ່ອງທາງເພື່ອຈະນຳເອົາ ຄຳຖາມກ່ຽວກັບນະໂຍບາຍການຕ່າງປະເທດໄປພົວພັນໃສ່ຄວາມເຂັ້ມແຂງຂອງເສດຖະ ກິດສະຫະລັດ.

ປະທານາທິບໍດີໂອບາມາເວົ້າວ່າ “ເວລານີ້ພວກເຮົາກຳລັງເລີ້ມສ້າງຄວາມກ້າວໜ້າ ຢ່າງແທ້ຈິງ. ສິ່ງທີ່ພວກເຮົາບໍ່ສາມາດເຮັດໄດ້ ກໍຄືກັບຄືນໄປໃຊ້ນະໂຍບາຍເກົ່າ ທີ່ພາໃຫ້ພວກເຮົາປະສົບກັບຄວາມຍຸ່ງຍາກ ໃນຂັ້ນຕົ້ນຢູ່ແລ້ວນັ້ນ. ດ້ວຍເຫດນີ້ ຈຶ່ງວ່າເປັນຫຍັງພວກເຮົາຈະຕ້ອງກ້າວໄປຂ້າງໜ້າ ແລະບໍ່ຖອຍຄືນຫຼັງ.”

ສ່ວນທ່ານຣອມນີກ່າວວ່າ “ຂ້າພະເຈົ້າກໍເຫັນພ້ອມນຳ ການກ້າວໄປຂ້າງໜ້າ ແຕ່
ແນ່ນອນ ຂ້າພະເຈົ້າກໍບໍ່ຢາກກັບຄືນໄປຫາ ນະໂຍບາຍຂອງໄລຍະສີ່ປີຜ່ານມາ. ເວລານີ້ ມີຊາວອາເມຣິກັນ 23 ລ້ານຄົນ ກຳລັງດີ້ນຮົນ ຊອກຫາວຽກການດີໆ ເຮັດຢູ່.”


ໃນຂະນະທີ່ຍັງເຫຼືອເວລາຢູ່ອີກ 2 ອາທິດທໍ່ນັ້ນ ກ່ອນຈະຮອດວັນເລືອກຕັ້ງ ການຢັ່ງສຽງ ໃໝ່ສອງຄັ້ງ ໃນທົ່ວປະເທດໃນອາທິດນີ້ສະແດງໃຫ້ເຫັນວ່າ ຜູ້ສະມັກທັງສອງເກືອບວ່າມີ ຄະແນນທໍ່ໆກັນ.


ວີດີໂອລາຍງານເລື້ອງ ຊາວຢູໂຣບຢາກໃຫ້ທ່ານໂອບາມາຊະນະ
ການເລືອກຕັ້ງຢູ່ໃນສະຫະລັດ:

Europeans Hope for Democrat Win in U.S. Election
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ
XS
SM
MD
LG