ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມີນາ ໒໐໒໓

ທ່ານມິດ ຣອມນີ ຈະໄດ້ເປັນ ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລິກັນ (ວີດີໂອ)


ທ່ານມິດ ຣອມນີ ຜູ້ສະໝັກປະທານາທິບໍດີ ສັງກັດພັກ Republican ຕ້ອນຮັບພວກສະໜັບສະໜຸນທ່ານ ຫຼັງຈາກທໍາ ການໂຄສະນາຫາສຽງທີ່ ລັດເນວາດາ. ວັນທີ 30 ພຶດສະພາ 2012.

ທ່ານ​ມິດ ຣອມນີ ອະດີດ​ຜູ້​ປົກຄອງ​ລັດ Massachusetts ​ແມ່ນ​ຈະ​ໄດ້​ຮັບການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ແຂ່ງຂັນ​ປະທານາທິບໍດີ​ຂອງ​ພັກ Republican ຢ່າງ​ແນ່ນອນ​ແລ້ວ.

ທ່ານຣອມນີ ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ໃນ​ການ​ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ນີ້ ຫລັງ ຈາກທີ່ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ ໃນ​ວັນ​ອັງ ຄານ​ວານ​ນີ້ ​ທີ່​ລັດ Texas ບ່ອນ​ທີ່ມີ​ການ​ແຂ່ງຂັນ​ກັນຍາ​ດ​ເອົາ​ຜູ້ແທນ​ຂອງ​ພັກ ​ຈໍານວນ​ຫຼາຍກວ່າ 150 ທ່ານ ຊຶ່ງ​ທ່ານຣອມນີ​ໄດ້ຮັບ​ສຽງ ​ສະໜັບສະໜຸນ ຈາກ​ປະມານ 88 ຄົນ ໃນ​ຈໍານວນ​ຜູ້​ຕາງ​ໝ້າ​ທັງ​ໝົດ​ ນັ້ນ ຊຶ່ງເຮັດໃຫ້​ຈໍານວນ​ຜູ້​ສະໜັບສະໜຸນທ່ານ​ ​ເພີ່ມ​ຂຶ້ນ​ເປັນຫຼາຍ​ກວ່າ 1144 ຄົນ​ ທີ່ທ່ານຕ້ອງການ​ນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ທີ່ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນໍາ​ອອກ​ເຜີຍ​ແຜ່ນັ້ນ ທ່ານຣອມນີ ກ່າວ​ວ່າ ພັກ​ໄດ້​ເຂົ້າ​ມາ​ຮ່ວມ​ກັນ​ແລ້ວ​ໂດຍ​ມີເປົ້າ​ໝາຍ​ ເຮັດ​ໃຫ້​ຄວາມ​ລົ້ມ​ແຫຼວ​ມາ​ເປັນ​ເວລາ 3 ປີ​ເຄິ່ງນັ້ນ ຢູ່​ເບື້ອງ​ຫຼັງ​ຂອງ​ພວກ​ເຮົາ ​ແລະ​ຈະ​ກະທໍາ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ອາ​ເມຣິກາ ກັບຄືນ​ໄປ​ມີ​ວຽກ​ການ​ເຮັດ​ຢ່າງ​ເຕັມ​ສ່ວນ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ເທົ່າ​ນັ້ນ.

​ບັນດາ​ສະມາຊິກພັກ Republican ຈະ​ຈັດ​ກອງ​ປະຊຸມ​ຫຼວງ​ຂອງພວກ​ຕົນ​ຂຶ້ນ ທີ່​ເມືອງ Tampa ລັດ​ຟລໍຣິດາ ​ໃນ​ເດືອນ​ສິງຫາ ​ເພື່ອ​ຮັບ​ເອົາ​ການ​ແຕ່ງ​ຕັ້ງທ່ານຣອມນີ ​ໃຫ້​ເປັນ​ຜູ້​ສະມັກ​ເລືອກ​ຕັ້ງ​ປະທານາທິບໍດີ ຂອງພັກ​ຢ່າງ​ເປັນ​ທາງ​ການ ​ແລະ​ຮັບຮອງ​ເອົາ​ຜູ້​ທີ່​ທ່ານ​ຈະເລືອກ​ເອົາ​ເປັນ​ຮອງ​ປະທານາທິບໍດີ​ຂອງ​ທ່ານ​ນັ້ນ. ທ່ານຣອມນີຈະ​ເປັນຄົນ​ທໍາ​ອິດ​ທີ່​ຖື​ສາສະໜາ Mormon ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງປະທານາທິບໍດີ ຈາກ​ພັກ​ການ​ເມືອງ​ໃຫຍ່ຂອງ​ສະຫະລັດ.

ຫຼັງ​ຈາກ​ເສຍ​ໄຊ​ໃນ​ການແຂ່ງຂັນ​ເປັນ​ຜູ້ສະໝັກ​ເລືອ​ກຕັ້ງ​ຂອງ​ພັກ Republican ​ເມື່ອ 4 ປີຜ່ານມາ​ໃຫ້​ທ່ານ John McCain ນັ້ນ ທ່ານ ຣອມນີ​ແມ່ນ​ໄດ້​ຜ່ານ​ຜ່າ​ກັບການແຂ່ງຂັນ​ທີ່​ຫຍຸ້ງຍາກ​ ​ຈາກຜູ້​ສະໝັກ ແຂ່ງ​ຫຼາຍ​ຄົນ ຮວມທັງທ່ານ Newt Gingrich, ທ່ານ Rick Santorum, ທ່ານ Rick Perry ​ແລະ​ທ່ານ Herman Cain.

ຜົນ​ການ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນ​ຫວ່າງ​ໄວໆມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ມີ​ສຽງ​ນິຍົມ​ເກືອບ​ເທົ່າໆ​ກັນ​ກັບ ​ປະທານາທິບໍດີໂອ​ບາ​ມາ ທີ່​ບໍ່​ມີຄູ່​ແຂ່ງ​ຄົນ​ໃດ​ເລີຍ ໃນ​ການ​ຍາດ​ເອົາ​ການຖືກ​ແຕ່ງ​ຕັ້ງ​ຈາກ​ພັກ​ເດໂມ ກຣັດນັ້ນ.

XS
SM
MD
LG