ລັດຖະສະພາສະຫະລັດ ໄດ້ເຄື່ອນໄຫວອີກບາດກ້າວນຶ່ງໃນອາທິດນີ້ ທີ່ຈະກາຍເປັນປະເທດທຳອິດ ຫ້າມບໍ່ໃຫ້ມີການນຳເຂົ້າສິນຄ້າ ທີ່ຜະລິດໂດຍການໃຊ້ແຮງງານແບບຂ້າທາດ ຂອງຊາວວີເກີ້.
ຫຼັງຈາກໄດ້ມີການເຈລະຈາກັນ ມາເປັນເວລາດົນກວ່ານຶ່ງປີ ຮ່າງກົດໝາຍປ້ອງກັນການໃຊ້ແຮງງານແບບບັງຄັບຕໍ່ຊາວວີເກີ ໄດ້ມີການຮັບຮອງເອົາໂດຍສະພາສູງຂອງສະຫະລັດດ້ວຍຄະແນນສຽງຢ່າງເປັນເອກກະສັນ ໃນວັນພະຫັດວານນີ້ ຊຶ່ງຈະແຜ້ວທາງໃຫ້ປະທານາທິບໍດີໂຈ ໄບເດັນ ລົງນາມໃຫ້ກາຍເປັນກົດໝາຍ.
ເມື່ອກາຍເປັນກົດໝາຍແລ້ວ ຮ່າງນິຕິກຳດັ່ງກ່າວຈະຫ້າມການນຳເຂົ້າທຸກໆຢ່າງຈາກເຂດຊິນຈຽງຂອງຈີນ ມາຍັງສະຫະລັດ ນອກຈາກບັນດາບໍລິສັດຕ່າງໆ ຈະສາມາດສະແດງ ໃຫ້ລັດຖະບານສະຫະລັດ “ເຫັນຫຼັກຖານອັນຈະແຈ້ງແລະໜ້າເຊື່ອໄດ້” ທີ່ຕ່ອງໂສ້ອຸບປະທານຂອງພວກເຂົາເຈົ້າ ບໍ່ໄດ້ໃຊ້ແຮງງານ ແບບຂ້າ ທາດຂອງຊາວມຸສລິມກຸ່ມນ້ອຍ ທີ່ຢູ່ໃນສູນຕ່າງໆຂອງຈີນ.
ປັກກິ່ງ ເອີ້ນສູນເຫຼົ່ານີ້ວ່າ ສະຖານທີ່ “ສຳມະນາ” ທີ່ແນໃສ່ເພື່ອປາບປາມຜູ້ກໍ່ການຮ້າຍ.
ສະມາຊິກສະພາສັງກັດພັກເດໂມແຄຣັດ ທ່ານຈິມ ແມັກໂກເວິນ ແລະສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານມາໂກ ຮູບີໂອ ໄດ້ບັນລຸການຕົກລົງກັນຢູ່ໃນຮ່າງກົດໝາຍ ທີ່ພວກທ່ານທັງສອງຕ່າງກໍໄດ້ຮັບຜ່ານ ຢູ່ໃນສະພາຂອງພວກທ່ານ ໃນຮອບປີທີ່ຜ່ານມາ. ທຳນຽບຂາວກ່າວໃນວັນອັງຄານແລ້ວນີ້ວ່າ ຕົນຈະເຮັດວຽກຢ່າງໃກ້ຊິດກັບລັດຖະສະພາເພື່ອຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.
ທ່ານນາງເຈັນ ຊາກິ ໂຄສົກຂອງທຳນຽບຂາວກ່າວຢູ່ໃນຖະແຫຼງຂ່າວສະບັບນຶ່ງ ກ່ອນທີ່ສະພາຕ່ຳຮັບຮອງເອົາຮ່າງກົດໝາຍສະບັບນີ້ວ່າ “ພວກເຮົາເຫັນພ້ອມນຳລັດຖະສະພາທີ່ວ່າ ບາດກ້າວແມ່ນສາມາດແລະຈະຕ້ອງໄດ້ມີການເອົາ ເພື່ອໃຫ້ສາທາລະນະລັດປະຊາຊົນຈີນຮັບຜິດຊອບຕໍ່ການຂ້າລ້າງເຊື້ອຊາດເຜົ່າພັນ ແລະການລະເມີດສິດທິມະນຸດ ແລະແກ້ໄຂການບີບບັງຄັບໃຊ້ແຮງງານຢູ່ໃນເຂດຊິນຈຽງ.”
ການຊຸກຍູ້ຮອບໃໝ່ເພື່ອໃຫ້ຈີນເປັນຜູ້ຮັບຜິດຊອບຕໍ່ການລະເມີດສິດທິມະນຸດ ມີຂຶ້ນກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2022 ທີ່ປັກກິ່ງ. ສະຫະລັດໄດ້ປະກາດວ່າການປະຕິບັດຂອງຈີນຕໍ່ຊາວວີເກີ້ເປັນການຂ້າລ້າງເຊື້ອຊາດເຜົ່າພັນໃນຕົ້ນປີນີ້ແລະປະກາດທີ່ຈະບອຍຄອດ ທາງດ້ານການທູດຕໍ່ການແຂ່ງຂັນກິລາໂອລິມປິກລະດູໜາວໃນອາທິດແລ້ວ. ໃນຕົ້ນເດືອນນີ້ ສານອິດສະຫຼະພົບວ່າພວກຜູ້ນຳອະວຸໂສຂອງຈີນ ເປັນຜູ້ “ຮັບຜິດຊອບຕົ້ນຕໍ” ກ່ຽວກັບການກະທຳໃນການຂ້າລ້າງເຊື້ອຊາດເຜົ່າພັນຕໍ່ຊາວວີເກີ້.
ຈີນໄດ້ປະນາມ ການຮັບຮອງເອົາຮ່າງກົດໝາຍນີ້ ໃນຕອນເຊົ້າວັນພຸດທີ່ຜ່ານມາ ໂດຍກ່າວເຖິງສະຫະລັດວ່າ ໜ້າໄຫວ້ຫຼັງຫຼອກທີ່ບໍ່ແກ້ໄຂການບີບບັງຄັບໃຊ້ແຮງງານຢູ່ພາຍໃນເຂດຊາຍແດນຂອງຕົນ.