ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ສັນຍາຈະໃຊ້ ຊັບພະຍາກອນ ນິວເຄລຍທັງໝົດ ປ້ອງກັນເກົາຫລີໃຕ້


ຮອງ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton
Carton ​ສັນຍາ​ຈະໃຊ້ຊັບພະ​ຍາກ​ອນ ໃນໂຄງການອາວຸດ​ນິວ
ເຄລຍ ປ້ອງກັນເກົາຫລີ​ໃຕ້
ຮອງ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carton ​ສັນຍາ​ຈະໃຊ້ຊັບພະ​ຍາກ​ອນ ໃນໂຄງການອາວຸດ​ນິວ ເຄລຍ ປ້ອງກັນເກົາຫລີ​ໃຕ້
ຮອງ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton
Carton ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຊັບພະ​ຍາກ​ອນທັງ​ໝົດພາຍ​
ໃຕ້​ໂຄງການ​ອາວຸດ​ນິວ ເຄລຍຂອງ​ສະຫະລັດ ຈະ​ສືບ​ຕໍ່​ມີ​ໄວ້ໃຫ້​
ແກ່ ​ເກົາຫລີ​ໃຕ້ ທ່າມ​ກາງ​ການ​ນາບ​ຂູ່​ຈາກເກົາຫລີ​ເໜືອ ທີ່
“ຈະ​ເກີດ​ສົງຄາມ​ເຕັມ​ອັດຕາ” ທີ່​ໜູນ​ຫລັງ​ໂດຍ​ອາວຸດ​ນິວ​ເຄລຍ.

ຫລັງ​ຈາກ​ການ​ສົນທະນາ​ທີ່​ກຸງ​ໂຊ​ລ ​ໃນ​ວັນ​ຈັນ​ມື້​ນີ້ ກັບ​ ທ່ານ Kim Kwan-jin ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ທ່ານ Carter ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ລູກ​ສອນ​ໄຟ ​ແລະ​ການ​ທົດ​ລອງ​ນິວ​ເຄລຍ ຂອງ​ພຽງ​ຢາງ ພ້ອມທັງ​ການ​ນາ​ບຂູ່​ຫວ່າງ​ມໍ່ໆ​ມານີ້ ທີ່​ຈະ​ຍິງ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວ​ເຄລຍກ່ອນ​ສະຫະລັດນັ້ນ ຈະ​ບໍ່​ເຮັ​ດ​ໃຫ້​ທ່າ​ທີ່​ຂອງ​ສະຫະລັດ ຕໍ່​ເກົາຫລີ​ເໜືອ​ທີ່ຢູ່ຢ່າງ​ໂດດດ່ຽວແລະ​ທຸກ​ຍາກນັ້ນ ອ່ອນ​ແອ​ລົງ.

ທ່ານ Carter ກ່າວ​ວ່າ ຜົນ​ສະທ້ອນ​ຢ່າງ​ດຽວ​ຈາກ​ຄໍາ​ຂູ່​ຂອງພຽງ​ຢາງ ​ ກໍ​ຄື​ການ​ຫັນປ່ຽນ​ແນວ​ຄິດ​ຂອງໂລກ ​ໄປ​ຕໍ່ຕ້ານກັບ​ເກົາຫລີ​ເໜືອ​ເອງ.

​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວຕໍ່​ໄປ​ວ່າ ວໍ​ຊິງ​ຕັນ ກໍາລັງ​ສືບ​ຕໍ່ຮວມ​ການປະຕິບັດ​ງານ​ທະຫານ ​ເຂົ້າກັບ​ກໍາລັງ​ທະຫານ ເກົາຫລີໃຕ້ ​ແລະ​ເພີ້​ມຖານ​ຍິງລູກ​ສອນ​ໄຟສະກັດ​ກັ້ນຈາກ​ພາກ​ພື້ນ​ດິນ ​ເຂົ້າ​ໃສ່​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟຂອງ​ສະຫະລັດ ໃນລັດ Alaska ທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ ຂອງສະຫະລັດ.


XS
SM
MD
LG