ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ຫະ​ລັດ ສັນ​ຍາ ຈະ​ເພີ້ມ​ການ​ມີ​ໜ້າ ຢູ່​ໃນ​ຂົງ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ


ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ທາງວີ​ດີ​ໂອ ຕ​ໍ່​ກອງ​ປະ​ຊຸມ​ສະ​ພາ​ປະ​ເທດໝູ່​ເກາະ​ໃນ​ປາ​ຊີ​ຟິກ ທີ່​ນະ​ຄອນ​ຊູ​ວາ ປະ​ເທດ​ຟິ​ຈິ ເມື່ອ​ວັນ​ທີ 13 ກໍ​ລ​ະ​ກົດ 2022.
ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ ແຮ​ຣິ​ສ ກ່າວ​ຄຳ​ປາ​ໄສ ທາງວີ​ດີ​ໂອ ຕ​ໍ່​ກອງ​ປະ​ຊຸມ​ສະ​ພາ​ປະ​ເທດໝູ່​ເກາະ​ໃນ​ປາ​ຊີ​ຟິກ ທີ່​ນະ​ຄອນ​ຊູ​ວາ ປະ​ເທດ​ຟິ​ຈິ ເມື່ອ​ວັນ​ທີ 13 ກໍ​ລ​ະ​ກົດ 2022.

ສະ​ຫະ​ລັດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ທູດ​ແລະ​ການ​ເງິນ​ເພີ້ມ​ຕື່ມ ແກ່​ຂົງ​ເຂດ​ປາ​ຊີ​ຟິກ ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຈີນ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນ​ວັນ​ພຸດມື້ນີ້ ໃນ​ຄຳ​ປາ​ໄສ​ທາງວີ​ດີ​ໂອ ຕໍ່​ກອງ​ປະ​ຊຸມສະ​ພາ​ປະ​ເທດ​ໝູ່​ເກາະ​ໃນ​ປາ​ຊີ​ຟິກ ຊຶ່ງ​ມີ​ການ​ຈັດ​ຂຶ້ນ​ທີ່​ນະ​ຄອນ​ຊູ​ວາ ປະ​ເທດ​ຟິ​ຈິ. ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ກ່າວ​ວ່າ ສະ​ຫະ​ລັດ​ພວມ​ວາງ​ແຜນ​ທີ່​ຈະ​ແຕ່ງ​ຕັ້ງ​ທູດ​ພິ​ເສດ ​ໄປ​ປະ​ຈຳ​ສະ​ພາ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ ແລະ​ເປີດ​ສະ​ຖານ​ທູດ​ໃໝ່ ທີ່​ທັອງ​ກາ ແລະ​ກີ​ຣີ​ບາ​ຕີ.

ນອກນັ້ນ ທ່ານ​ນາງ​ແຮ​ຣິ​ສ​ຍັງ​ກ່າວວ່າ ລັ​ດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໄດ້​ຂໍ​ເງິນ 60 ລ້ານ​ໂດ​ລາ​ຈາກ​ສະ​ພາ ຊຶ່ງ​ເພີ້ມ​ຂຶ້ນ​ເປັນ​ສາມ​ເທົ່າ​ຂອງ​ຈຳ​ນວນ​ໃນ​ປັດ​ຈຸ​ບັນ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ປະ​ມົງ ການ​ອະ​ນຸ​ລັກ​ທາງ​ທະ​ເລ ແລະ​ໂຄງ​ການ​ປັບ​ໂຕ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ​ຮັບ​ຮູ້​ວ່າ “ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້ ໝູ່​ເກາະ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ອາດ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ສະ​ໜັບ​ສະ​ໜຸນ​ທີ່​ພວກ​ທ່ານ​ສົມ​ຄວນ​ຈະ​ໄດ້​ຮັບ” ຈາກ​ສະ​ຫະ​ລັດ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ແຕ່​ໃນ​ມື້ນີ້ ຂ້າ​ພະ​ເຈົ້າ​ຢູ່​ທີ່ນີ້​ເພື່ອ​ແຈ້ງ​ໃຫ້​ພວກ​ທ່ານ​ຮູ້​ໂດຍ​ກົງ ພວກ​ເຮົາ​ຈະ​ປ່ຽນ​ແປງ​ສິ່ງນັ້ນ.”

ກອງ​ປະ​ຊຸມ​ສະ​ພາ​ປາ​ຊີ​ຟິກ​ມີ​ຂຶ້ນ​ພຽງ 3 ເດືອນ​ຫັງ​ຈາກ​ຈີນ ແລະ​ໝູ່​ເກາະ​ໂຊ​ໂລມອນ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ​ໄດ້​ສ້າງ​ຄວາມ​ກັງ​ວົນ​ໃຫ້​ແກ່ອອ​ສ​ເຕ​ຣ​ເລຍ ແລະ​ສະ​ຫະ​ລັດ​ວ່າ ປັກ​ກິ່ງ​ຈະ​ສ້າງ​ຕັ້ງ​ການ​ມີ​ໜ້າ​ທາງ​ທະ​ຫານ ທີ່​ໝູ່​ເກາະ​ໂຊ​ໂລມອນ ຊຶ່ງ​ຕັ້ງ​ຢູ່​ປະ​ມານ​ບໍ່​ຮອດ 2,000 ກິ​ໂລ​ແມັດ​ຫ່າງ​ຈາກອອ​ສ​ເຕ​ຣ​ເລຍ. ຮ່າງ​ຂໍ້​ຕົກ​ລົງ​ທີ່​ຮົ່ວ​ໄຫຼ​ອອກ​ມາ​ທາງ​ສື່​ສັງ​ຄົມ​ແມ່ນ​ຮວ​ມ​ທັງ​ຂໍ້​ກຳ​ນົດ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ປັກ​ກິ່ງ ສົ່ງ​ກຳ​ລັງ​ຕຳ​ຫຼວດ​ຕິດ​ອາ​ວຸດ ແລະ​ທະ​ຫານ​ໄປ​ຍັງ​ໝູ່​ເກາະ​ໂຊ​ໂລມອນ ຕ​ະ​ຫຼອດ​ທັງ​ຖານ​ທັບ​ເພື່ອ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຂອງ​ຈີນ​ຢູ່ນອກ​ແຄມ​ຝັ່ງ​ຂອງ​ໝູ່​ເກາະ​ໂຊ​ໂລມອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG