ສະຫະລັດແລະປະເທດອື່ນໆອີກ ຫຼາຍສິບປະເທດ ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເຮັດ
ວຽກຮ່ວມກັນ ເພື່ອແກ້ໄຂບັນຫາການຄ້າສັດປ່າແບບຜິດກົດໝາຍ ແລະຖືວ່າ “ຮ້າຍ
ແຮງແລະເປັນອົງກອນອາຊະຍາກຳ” ຫຼັງຈາກກອງປະຊຸມເປັນເວລາ 2 ມື້ທີ່ນະຄອນ
ຫຼວງລອນດອນ ຊຶ່ງສິ້ນສຸດລົງໃນວັນສຸກວານນີ້.
ການຄ້າສັດປ່າທີ່ໃກ້ຈະສູນພັນ ເຊັ່ນງາຊ້າງ ນໍແຮດ ແລະກະດູກເສືອ ແມ່ນມີມູນຄ່າ
ປະມານ 17 ຕື້ໂດລາ ໃນແຕ່ລະປີ ຊຶ່ງເຮັດໃຫ້ສັດຫຼາຍໆຊະນິດ ພວມກ້າວໄປສູ່ການ
ສູນພັນ.
ໃນການຖະແຫຼງຕໍ່ພວກຜູ້ນຳຂອງປະເທດຕ່າງໆຈາກທົ່ວໂລກ ເຈົ້າຊາຍວິລລຽມແຫ່ງ
ອັງກິດ ຊົງກ່າວວ່າ ພະອົງຮັບຮູ້ວ່າ ຊັບພະຍາກອນ ໃນການປະຕິບັດງານ ຂອງພວກ
ເຈົ້າໜ້າທີ່ ແມ່ນບອບບາງຢູ່ແລ້ວ ໃນຫຼາຍໆປະເທດ.
ເຈົ້າຊາຍຊົງກ່າວ ຕໍ່ຄະນະຜູ້ແທນວ່າ “ແຕ່ຂ້າພະເຈົ້າ ຂໍຮ້ອງພວກທ່ານ ໃຫ້ມອງເຫັນ
ຄວາມກ່ຽວພັນກັນ ຮັບຮູ້ວ່າບາດກ້າວຕ່າງໆທີ່ພວກທ່ານເອົາເພື່ອຮັບມືກັບອາຊະຍາ
ກຳຄ້າສັດປ່າທີ່ຜິດກົດໝາຍນັ້ນ ອາດເຮັດໃຫ້ເປັນການງ່າຍຂຶ້ນຕໍ່ການຍຸດຕິທີ່ສົ່ງປືນ
ແລະຢາເສບຕິດຜ່ານຊາຍແດນຂອງພວກທ່ານ.”
ການຄ້າສັດປ່າຢູ່ໃນທົ່ວໂລກ ພວມຈະເລີນງອກງາມໃນເວລານີ້.
ການຄ້າງາຊ້າງແບບຜິດກົດໝາຍໄດ້ເພີ້ິ້ມຂຶ້ນຫຼາຍກວ່າ 2 ເທົ່າ ນັບແຕ່ປີ 2007 ເປັນ
ຕົ້ນມາໃນຂະນະທີ່ແຮດ 1,300 ໂຕໄດ້ຖືກຂ້າຕາຍ ໃນປີ 2015 ພຽງປີດຽວ. ຈຳນວນ
ເສືອເອເຊຍໄດ້ຫລຸດລົງ 95 ເປີເຊັນ ໃນຂະນະທີ່ຊິ້ນສ່ວນຕ່າງໆຂອງເສືອ ແມ່ນເປັນ
ທີ່ຕ້ອງການສຳເລັດເຮັດຢາຈີນ ແລະໃຊ້ສຳລັບດອງ.
ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານແຈັຟ ແຊັສຊັນ ກ່າວຕໍ່ກອງປະຊຸມວ່າ ສະ
ຫະລັດຈະຊ່ວຍ 90 ລ້ານໂດລາເພື່ອຕໍ່ຕ້ານການລັກລອບຄ້າສັດປ່າຜິດກົດໝາຍ.