ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ຫຼາຍປະເທດ ໃຫ້ຄຳໝັ້ນສັນຍາ ຈະຊ່ອຍເຫຼືອສ້າງສາ ເຂດກາຊາ ຄືນໃໝ່


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວປາໄສໃນລະຫວ່າງກອງປະຊຸມ ທີ່ໄຄໂຣ ອີຈິບ, ວັນທີ 12 ຕຸລາ 2014.

ສະຫະລັດ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ບໍລິຈາ​ກ​ເງິນ​ຈຳນວນ 212
ລ້ານ​ດອນ​ລາ​ໃນ​ການ​ຊ່ອຍ​ເຫຼືອ​ຄັ້ງ​ໃໝ່ ​ໃຫ້​ແກ່​ຊາວ​ປາ​ແລ​ສ​
ໄຕ​ນ໌ ທີ່​ກອງ​ປະຊຸມຫາ​ເງິນ​ສ້າງສາ​ເຂດ​ກາຊາ ​ທີ່​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ສົງຄາມນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ປະກາດຂ່າວການ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ດັ່ງກ່າວ​ ​ໃນ​ວັນ​ອາທິດ​ມື້​ນີ້
​ທີ່​ນະຄອນຫຼວງ​ໄຄ​ໂຣ ຂອງ​ອີ​ຈິບ ​ໂດຍ​ກ່າວ​ວ່າ ​ເວລານີ້ ປະຊາ
ຊົນ​ໃນ​ເຂດກາຊາ ​ແມ່ນຕ້ອງການ​ການ​ຊ່ອຍ​ເຫຼືອ​ “​ເປັນ​ທີ່​ສຸດ”.
ສະຫະລັດ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະ​ທຳ​ແລ້ວ 118
ລ້ານ​ດອນ​ລາ.

ບັນດາ​ຜູ້ນຳ​ປາ​ແລ​ສ​ໄຕ​ນ໌ ກຳລັງ​ພະຍາ​ມຮ້ອງ​ຂໍເງິນ​ຊ່ວຍ​ເຫຼືອ​ຈຳນວນ 4 ຕື້​ດອນ​ລາ​ ຈາກ​ຫຼາຍ​ສິບ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້.

ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ​ໄດ້​ກ່າວ​ເນັ້ນ​ເຖິງ​ຂະໜາດ​ຂອງ​ຄວາມ​ເສຍ​ຫາຍ ​ແລະ​ຄວາມຕ້ອງການການ​ຊ່ອຍ​ເຫຼືອ ​ໂດຍ​ກ່າວ​ວ່າ ຄຸ້ມ​ຄົນ​ຢູ່​ອາ​ໄສ
ຫຼາຍໆ​ຄຸ້ມ​ໄດ້​ຖືກ​ທຳລາຍຢ່າງ​ຮາບ​ຄາບ ໃນ​ສົງຄາມ​ 50 ມື້ ລະຫວ່າງ​ອິສຣາ​ແອ​ລ ແລະ​
ກຸ່ມ​ຮາ​ມັສ. ການ​ສູ້​ລົບ​ກັນໄດ້​ເອົາ​ຊີວິດ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ຫຼາຍ​ກວ່າ 2100 ຄົນ​ ສ່ວນ
​ຫຼາຍ​ເປັນ​ພວກ​ພົນລະ​ເຮືອນ ​ພ້ອມ​ທັງທະຫານ​ອິສຣາ​ແອ​ລ 67 ຄົນ ແລະ​ພົນລະ​ເຮືອນ
ອີກ 6 ຄົນ​.

ແມ່ຍິງປາແລສໄຕນ໌ຈູງແຂນລູກສາວ ຍ່າງຜ່ານຊາກຫັກພັງຂອງອາຄານທີ່ີ່ື່ຖືກທຳລາຍໃນສົງຄາມ50 ມື້.
ແມ່ຍິງປາແລສໄຕນ໌ຈູງແຂນລູກສາວ ຍ່າງຜ່ານຊາກຫັກພັງຂອງອາຄານທີ່ີ່ື່ຖືກທຳລາຍໃນສົງຄາມ50 ມື້.

ປະທານາທິບໍດີ Abdel Fattah el-Sissi ​ແຫ່ງ​ອີ​ຈິບ ຮຽກຮ້ອງ​ໃຫ້ ອິສຣາ​ແອ​ລ ​ເລີ້ມ​ດຳ​ເນີນຄວາມ​ພະຍາຍາມ​ສ້າງ​ສັນຕິພາບ​ຄືນ​ຄັ້ງ​ໃໝ່ ​ໂດ​ບອີງ​ຕາມ​ຂໍ້​ສະ​ເໜີ ​ປີ 2002 ທີ່​ຈະ​ຮວມທັງ​ໃຫ້​ອິສຣາ​ແອ​ລຖອນ ອອກ​ຈາກ​ດິນ​ແດນ​ທີ່​ຕົນ​ຍຶດ​ເອົາ​ໃນ​ປາງ​ສົງຄາມ​ພາກ​ຕາ​ເວັນ​ອອກ​ກາງ​ໃນປີ 1967 ນັ້ນ.

ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ສະຫະລັດ ທ່ານ John Kerry ກໍ​ໄດ້​ຮຽກຮ້ອງ​ເຊັ່ນ​ກັນ ​ໃຫ້​ໝົດ​ທຸກຝ່າຍທຳ​ຄວາມ​ໝັ້ນໝາຍ​ຄືນ​ໃໝ່​ ວ່າຈະ​ດຳເນີນ​ງານ​ເພື່ອ​ສັນຕິພາບ ທີ່ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ໝົດ​ທຸກ​ຄົນ.

Gaza Donor Conference Faces Questions About Cease-fire Strength
please wait

No media source currently available

0:00 0:03:24 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG