ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໃຫ້ຄຳໝັ້ນສັນຍາ ຈະຊ່ວຍເຫຼືອ ຫວຽດນາມ ຊື້ກໍ່າປັ່ນລາດຕະເວນ ມູນຄ່າ 18 ລ້ານດອນລາ


ລັດຖະມົນຕີ​ປ້ອງ​ກັນ ສະຫະລັດ ທ່ານ Ash Carter(ຊ້າຍ) ຈັບມືກັບຄູ່ຕໍ່າແໜ່ງຫວຽດນາມ ພົນເອກ Phung Quang Thanh(ຂວາ) ຫຼັງຈາກທັງສອງໄດ້ລົງນາມ ໃນບົດບັນທຶກວິໄສທັດຮ່ວມກັນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ຢູ່ທີ່ນະຄອນຫຼວງ Hanoi, ປະເທດ Vietnam ເມື່ອວັນຈັນທີ 1 ມີຖຸນາ 2015.
ລັດຖະມົນຕີ​ປ້ອງ​ກັນ ສະຫະລັດ ທ່ານ Ash Carter(ຊ້າຍ) ຈັບມືກັບຄູ່ຕໍ່າແໜ່ງຫວຽດນາມ ພົນເອກ Phung Quang Thanh(ຂວາ) ຫຼັງຈາກທັງສອງໄດ້ລົງນາມ ໃນບົດບັນທຶກວິໄສທັດຮ່ວມກັນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ຢູ່ທີ່ນະຄອນຫຼວງ Hanoi, ປະເທດ Vietnam ເມື່ອວັນຈັນທີ 1 ມີຖຸນາ 2015.

ລັດຖະມົນຕີ​ປ້ອງ​ກັນ ສະຫະລັດ ທ່ານ Ashton Carter ​ໄດ້
​ໃຫ້​ຄຳ​ໝັ້ນສັນຍາ ທີ່​ຈະຊ່ວຍ​ເຫຼືອຫວຽດນາມ ໃນ​ການ​ຊື້ເຮືອ
​ລາດ​ຕະ​ເວນຂອງ​ໜ່ວຍທະຫານ​ຍາມ​ຝັ່ງ ​ທີ່​ຜະລິດ​ໂດຍ​ສະຫະລັດ
​ມູນ​ຄ່າ 18 ລ້ານ​ດອນ​ລາ ເພື່ອ​ປັບ​ປຸງ​ຄວາມ​ອາດ​ສາມາດ​ຕ່າງໆ
​ໃນ​ການ​ປ້ອງ​ກັນ​ທາງ​ທະ​ເລ ​ຂອງ​ຫວຽດນາມ.

ທ່ານ Carter ​ພວມ​ຢູ່​ໃນ​ປະ​ເທດ ​ທີ່​ເປັນ​ຄອມ​ມິ​ວນິສ ​ເພື່ອ​ເສີມ​
ຂະຫຍາຍ​ສາຍສຳພັນ​ທາງ​ດ້ານ​ທະຫານ. ​ສ່ວນ​ນຶ່ງ​ຂອງ​ຄວາມ
​ພະຍາຍາມດັ່ງກ່າວ ກໍ​ຄື​ການ​ລົງ​ນາມ​ຮ່ວມ​ກັນ ​ລະຫວ່າງ​ ທ່ານ
Carter ​ແລະ ຄູ່​ຕຳ​ແໜ່​ງຝ່າຍ​ຫວຽດນາມ ​ໃນ “ບົດ​ບັນທຶກ​
ວິ​ໄສ​ທັດ”
ສະບັບ​ນຶ່ງ ເມື່ອ​ວັນ​ຈັນ​ມື້​ນີ້ ​ເພື່ອເປັນ​ແນວທາງ​ໄປ​ສູ່
ການ​ຂະຫຍາຍ ການ​ຮ່ວມ​ມື​ສອງ​ຝ່າຍ ຊຶ່ງ​ລວມທັງ ​ເລື້ອງ​ທີ່ສະຫະລັດ​ ຈະໃຫ້ການ​ຊ່ວຍ​
ເຫຼືອຫວຽດນາມ ​ເພື່ອ​ກຽມຄວາມພ້ອມ ການ​ມີ​ສ່ວນ​ຮ່ວມ ໃນພາລະກິດຮັກສາ​ສັນຕິພາບ
​ຕ່າງໆ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ຢູ່​ທີ່​ຖານ​ທັບ​ຂອງກອງທັບເຮືອ ​ໃນ​ເມືອງ​ທ່າ Haiphong ທ່ານ Carter ​ໄດ້​ທ່ຽວ​ສັງ​ເກດ​
ເຮືອ​ລາດ​ຕາ​ເວນ​ລຳ​ນຶ່ງ​ ທີ່​ຖືກເຮືອກຳ​ປັ່ນ​ຂອງ​ຈີນ ແລ່ນຕຳ ​ແລະໄດ້​ຮັບ​ຄວາມ​ເສຍ​ຫາຍ
​ໃນ​ລະຫວ່າງ​ການ​ປະ​ເຊີນ​ໜ້າ​ກັນ ​ເມື່ອ​ປີ​ກາຍ​ນີ້ ຢູ່​ໃນ​ເຂດ​ທະ​ເລຈີນ​ໃຕ້ ​ທີ່ຫວຽດນາມ
​ອ້າງ​ເອົາ​ກຳມະສິດນັ້ນ.

​ເມື່ອ​ຕອນ​ຕົ້ນໆຂອງ​ການ​ເດີນທາງຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ​ໄລຍະ 11 ມື້​ ຂອງ
​ທ່ານ Carter ນັ້ນ ທ່ານໄດ້​ຮຽກຮ້ອງ​ໃຫ້​ ຍຸດຕິ​ການ​ຖົມ​ເກາະ​ຖົມ​ດອນ ​ໂດຍປະ​ເທດ​
ທັງຫຼາຍ ຜູ້​ທີ່​ອ້າງ​ເອົາ​ກຳມະ​ສິດ ​ຢູ່ເຂດ​ນ້ຳ​ແດນ​ດິນ​ໃນ​ທະ​ເ​ລຈີນ​ໃຕ້. ທ່ານ​ກ່າວ​ວ່າ​
ສະຫະລັດ ຄັດຄ້ານ​ຕໍ່​ການ​ເຮັດ​ໃຫ້​ເປັນ​ເຂດ​ທະຫານ ​ແລະ ການ​ສ້າງ​ຄວາມ​ເຄັ່ງ​ຕຶງ ຢູ່​ໃນ
​ຂົງ​ເຂດ.

ຫວຽດນາມ ​ແມ່ນ​ລວມຢູ່​ໃນ​ບັນດາ​ປະ​ເທດ​ຕ່າງໆ ທີ່​ມີ​ໂຄງການ​ຖົມ​ເກາະ​ຢູ່​ໃນ​ທະ​ເລ​ຈີ​ນໃຕ້. ຈີນ​ມີ​ໂຄງການ​ຖົມ​ເກາະ​ທີ່​ໃຫຍ່​ທີ່​ສຸດ ​ທີ່​ກຳລັງ​ດຳ​ເນີນ​ການ​ຢູ່ ຊຶ່ງ​ໄດ້​ເພີ່ມຄວາມ​ເຄັ່ງ​ຕຶງ​ໃນ​ຂົງ​ເຂດ ທ່າມກາງ​ຄວາມ​ກັງວົນ​ຕ່າງໆ​ ຂອງ​ການ​ເຮັດ​ໃຫ້​ເປັນ​ເຂດ​ທະຫານນັ້ນ​.

US Vietnam
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG