ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວາງແຜນ ລົງໂທດວັງເຄຣມລິນ 2 ປີ ລຸນຫຼັງສົງຄາມຢູເຄຣນ


ຮູບພາບຂອງທະຫານຊາວຢູເຄຣນຄົນນຶ່ງ ຢູ່ເທິງຂຸມຝັງສົບຂອງລາວ ໃນສ່ວນນຶ່ງຂອງສຸສານ Alley of Glory ໃນຄາກີຟ, ປະເທດຢູເຄຣນ, ວັນທີ 24 ກຸມພາ 2024.
ຮູບພາບຂອງທະຫານຊາວຢູເຄຣນຄົນນຶ່ງ ຢູ່ເທິງຂຸມຝັງສົບຂອງລາວ ໃນສ່ວນນຶ່ງຂອງສຸສານ Alley of Glory ໃນຄາກີຟ, ປະເທດຢູເຄຣນ, ວັນທີ 24 ກຸມພາ 2024.

ສອງປີຫຼັງຈາກຣັດເຊຍເຮັດສົງຄາມກັບຢູເຄຣນ, ສະຫະລັດກໍາລັງເພີ່ມຄວາມກົດດັນຕໍ່ວັງເຄຣມລິນ ເປັນສອງເທົ່າ ໂດຍການປະກາດລົງໂທດຕໍ່ຣັດເຊຍ ທີ່ແນເປົ້າໃສ່ທະນາຄານ ແລະອຸດສາຫະກໍາອາວຸດ, ຕາມການອະທິບາຍໂດຍເຈົ້າຫນ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດ.

ນຶ່ງ​ມື້​ກ່ອນທີ່ສະຫະລັດ ວາງ​ແຜນປະກາດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່​ມົສກູ, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວ​ວ່າ ມີ​ຄວາມ​ປາຖະໜາ​ອັນໜັກແໜ້ນ ຢູ່​ໃນ​ກຸ່ມ 20 ປະ​ເທດ ​ທີ່ຕ້ອງການ ໃຫ້ການຮຸກຮານຂອງຣັດເຊຍ ໃນຢູເຄຣນ ຢຸດຕິລົງ.

“ຖ້າ​ທ່ານ​ຢູ່​ໃນ​ຫ້ອງ​ນັ້ນ, ຄືກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ ລາ-ວຣັອຟ (Lavrov), ​ທ່ານ​ໄດ້​ຍິນ​ສຽງຂອງໝູ່ຄະນະທີ່ໜັກແໜ້ນ ​ທີ່​ບໍ່​ພຽງ​ແຕ່​ມາຈາກ​ບັນດາ​ປະ​ເທດ G7 ​ທີ່ຢູ່ໃນ​ກຸ່ມ G20 ​ເທົ່າ​ນັ້ນ, ແຕ່​ຍັງ​ມາຈາກ​ບັນດາ​ປະ​ເທດ​ອື່ນໆ​ອີກ​ຫລາຍປະເທດ ​ກ່ຽວ​ກັບ​ຄວາມ​ຈຳ​ເປັນໃນການ​ຢຸດຕິ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ການຟື້ນຟູສັນຕິພາບ,” ທ່ານບລິງເກັນ ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການປະຊຸມນັກຂ່າວ ຫຼັງຈາກເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ທີ່ ນະຄອນ ຣີໂອ ເດ ຈາເນໂຣ (Rio de Janeiro), ປະເທດບຣາຊີລ.

ບາງສ່ວນຂອງການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ຈະ​ແນ​ເປົ້າ​ໃສ່ບັນດາ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ເສຍ​ຊີ​ວິດ​ໃນລະຫວ່າງການຖືກກັກຂັງ ຂອງ​ຜູ້​ນຳ​ຝ່າຍ​ຄ້ານຂອງຣັດເຊຍ ທ່ານ ອາເລັກເຊ ນາວາລນີ (Alexei Navalny).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG