ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາ​ມ​ສັບ​ສົນ ກ່ຽວ​ກັບ ໂດ​ຣນ​ທີ່​ບິນ​ເຂົ້າ​ມາ ໄດ້​ນຳ​ໄປ​ສູ່​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ ຈໍ​ແດັນ​, ກອງ​ທັບ ສະ​ຫະ​ລັດ ກ່າວ


ພາບ​ຈາກ​ດາວ​ທຽມ​ນີ້​ຈາກ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ທີ່​ຮູ້​ຈັກ​ດັ່ງ​ກັບ Tower 22 ໃນ​ພາກ​ຕາ​ເວັນ​ອ​ອກ​ສຽງ​ເໜືອ​ຂ​ອງ​ປະ​ເທດ ຈໍ​ແດັນ, 12 ຕຸ​ລາ 2023.
ພາບ​ຈາກ​ດາວ​ທຽມ​ນີ້​ຈາກ Planet Labs PBC ສະ​ແດງ​ໃຫ້​ເຫັນ​ຖານ​ທັບ​ທີ່​ຮູ້​ຈັກ​ດັ່ງ​ກັບ Tower 22 ໃນ​ພາກ​ຕາ​ເວັນ​ອ​ອກ​ສຽງ​ເໜືອ​ຂ​ອງ​ປະ​ເທດ ຈໍ​ແດັນ, 12 ຕຸ​ລາ 2023.

ສະ​ຫະ​ລັດ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ທາງ​ເລືອກ​ຕ່າງໆ ສຳ​ລັບ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້ ອີ​ຣ່ານ ແລະ ກອງ​ກຳ​ລັງ​ຕົວ​ແທນ​ຂອງ​ພວກ​ເຂົາ​ໃນ ອີ​ຣັກ ແລະ ຊີ​ເຣຍ ຊົດ​ໃຊ້​ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ທີ່​ຮ້າຍ​ແຮງ​ ໃສ່​ຖານ​ທັບ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ຈໍ​ແດັນ, ໃນ​ຂະ​ນະ​ດຽວ​ກັນ​ກໍ​ພະ​ຍາ​ຍາມ​ທີ່​ຈະ​ພິ​ຈາ​ລະ​ນາ​ວ່າ ​ໂດ​ຣນ​ດັ່ງ​ກ່າວ​ໄດ້​ຜ່ານ​ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ​ຖານ​ທັບ​ນັ້ນ ເຂົ້າ​ໄປ​ໄດ້​ແນວ​ໃດ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າ​ວ​ໃນ​ແລງວັ​ນ​ຈັນ​ວານນີ້​ວ່າ ກອງ​ໜູນ​ທະ​ຫານ​ບົກ​ສາມ​ຄົນຂອງ​ບໍ​ລິ​ສັດ​ວິ​ສະ​ວະ​ກອນ​ທີ 718 ຈາກ​ຖານ​ທັບ ​ມົວ, ລັດ​ຈໍ​ເຈຍ ໄດ້​ເສຍ​ຊີ​ວິດ ​ເວ​ລາ​ທີ່​ໂດ​ຣນ​ໂຈມ​ຕີ​ທາງ​ດຽວ​ໄດ້​ຕຳ​ເຂົ້າ​ໃສ່​ໜ່ວຍ​ທີ່​ພັກ​ຢູ່​ຖານ​ທັບ ທາວ​ເວີ 22, ເຊິ່ງ​ແມ່ນ​ຖານ​ທັບ​ການ​ຂົນ​ສົ່ງ ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ ຊີ​ເຣຍ ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ປະ​ຕິ​ບັດ​ການ​ປະ​ສານ​ກັນ ​ເພື່ອ​ຄວບ​ຄຸມ ແລະ ທຳ​ລາຍ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ.

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ນຶ່ງ, ຜູ້​ທີ່​ໄດ້​ລົມ​ກັບ​ວີ​ໂອ​ເອ ​ໂດຍບໍ່​ປະ​ສົງ​ອອກ​ຊື່​ເພື່ອ​ທີ່​ຈະ​ເວົ້າ ກ່ຽວ​ກັບ ການ​ຄົ້ນ​ພົບ​ເບື້ອງ​ຕົ້ນ​ນັ້ນ, ໄດ້​ກ່າວ​ວ່າ​ໂດ​ຣນ​ທີ່​ທຳ​ການ​ໂຈມ​ຕີ​ປາ​ກົດ​ວ່າ ​ໄດ້ລອດ​ຜ່ານ​ລະ​ບົບ​ການ​ປ້ອງ​ກັນ​ຂອງ​ ສະ​ຫະ​ລັດ ສ່ວນ​ນຶ່ງ​ດ້ວຍ​ໂຊກ, ເຂົ້າ​ໄປ​ໃກ້​ຖານ​ທັບ​ ໃນ​ປະ​ມານ​ເວ​ລາ​ດຽວ​ກັບ​ທີ່​ໂດ​ຣນ ສະ​ຫະ​ລັດ ໄດ້​ເດີນ​ທາງ​ກັບ​ຈາ​ກການ​ປະ​ຕິ​ບັດ​ພາ​ລະ​ກິດ.

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ເວົ້າ​ວ່າ ຄວາມ​ສັບ​ສົນ​ໃນ​ເບື້ອງ​ຕົ້ນ​ປາ​ກົດ​ວ່າ​ໄດ້ກໍ່​ໃຫ້​ເກີດ​ການ​ຊັກ​ຊ້າດົນ​ພໍ ​ທີ່ຈະ​ອະ​ນຸ​ຍາດ​ໃຫ້​ໂດ​ຣນ​ດັ່ງ​ກ່າວ​ຜ່ານ​ເຂົ້າ​ໄປ ແລະ ໂຈມ​ຕີ​ຄ້າຍ​ທະ​ຫານ​ໃນ​ຕອນ​ເຊົ້າໆ, ໃນ​ເວ​ລາ​ທີ່​ທະ​ຫານ ສະ​ຫະ​ລັດ ຫຼາຍ​ຄົນ​ຍັງ​ບໍ່​ໄດ້​ອອ​ກ​ໄປ​ຈາກ​ສະ​ຖານ​ທີ່​ ເພື່ອ​ເລີ່ມ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ.

​ການ​ເດີນ​ທາງ​ກັບ​ໄປຖານ​ທັບ ​ຂອງ​ໂດ​ຣນ ສະ​ຫະ​ລັດ ​ໃນ​ປະ​ມານ​ເວ​ລາ​ດຽວ​ກັນ ​ກັບ​ການ​ໂຈມ​ຕີ​ຂອງ​ໂດ​ຣນນັ້ນ ​ແມ່ນ​ຖືກ​ລາຍ​ງານ​ທຳ​ອິດ ​ໂດຍ​ໜັງ​ສື​ພິມ Wall Street Journal.

ນອກ​ຈາກ​ສາມ​ຄົນ​ທີ່​ເສຍ​ຊີ​ວິດ​ນັ້ນ, ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ທະ​ຫານ​ອີກ 40 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ, ເຊິ່ງຫຼາຍ​ຄົນ​ມີ​ບາດ​ແຜ, ຮອຍ​ຊ້ຳ ແລະ ອາ​ການ​ບາດ​ເຈັບ​ສະ​ໝອງ​ກະ​ທົບ​ກະ​ເທືອນ ຈາກ​ຜົນ​ຂອງ​ແຮງ​ກະ​ທົບ ແລະ ການ​ລະ​ເບີດ.​

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG