ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານອາເມຣິກັນ ບາດເຈັບ ສີ່ຄົນ ໃນປະເທດຊູດານໃຕ້ (ວີດີໂອ)


South Sudan Turmoil Threatens to Spread
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
ກອງທັບສະຫະລັດ​ເວົ້າ​ວ່າ ພວກ​ມື​ປືນທີ່​ບໍ່​ຊາບ​ຝ່າຍ ​ໄດ້ເປີດ​
ສາກ​ລະດົມ​ຍິງ​ໃສ່​ເຮືອ​ບິນ ສະ​ຫະລັດ ທີ່​ບິນ​ເຂົ້າ​ໄປ​ຍັງ​ເຂດ
ພື້ນ​ທີ່​ທີ່​ຍຶດຄອງ​ໂດຍກຸ່ມ​ກະບົດຂອງ​ຊູ​ດານ​ໃຕ້ ​ເພື່ອ​ຍົກຍ້າຍ​
ປະຊາຊົນ​ອາ​ເມ​ຣິກາອອກ​ມາ​ນັ້ນ ຍັງ​ຜົນ​ໃຫ້ທະຫານອາ​ເມ​
ຣິກາ​ສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະທີ່
​ທະຫານ​ຂອງ​ສະຫະລັດ ພະຍາຍາມ​ກູ້​ເອົາ​ຊາວ​ອາ​ເມ​ຣິກາ
ອອກ​ຈາກ​ເມືອງ Bor ທີ່​ມີ​ການ​ຕໍ່ສູ້​ກັນ​ຢ່າງ​ໜັກ ຢູ່​ທາງທິດ
ເໜືອ​ຂອງ​ເມືອງຫຼວງ Juba ນັ້ນ. ພາລະກິດ​ກູ້​ໄພດັ່ງ​ກ່າວໄດ້
​ຖືກ​ລົບ​ລ້າງ ​ແລະ​ເຮືອບິນ​ທັງສາມ​ລໍາ ໄດ້​ບິນ​ກັບ​ໄປ​ລົງ​ຢູ່​ໃນ ​
ປະ​ເທດເພື່ອນ​ບ້ານ ຢູກັນດາ

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ສົ່ງ​ທະຫານ​ອາ​ເມ​ຣິກັນ 45 ຄົນ ​ໄປ​ຍັງ​ເຂດ​ດັ່ງກ່າວ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ນີ້ ໃນ​ພາລະກິດເພື່ອ​ປົກ​ປ້ອງ​ເຈົ້າໜ້າ​ທີ່ ​ແລະ​ສະຖານ​ທູດ​ສະຫະລັດ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ຈາກ​ທໍານຽບຂາວ​ເມື່ອ​ວັນ​ເສົາ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ເນັ້ນ​ຢໍ້າຄວາມ​ສໍາຄັນ​ຂອງ​ພາລະກິດ​ກູ້​ໄພ​ສະຫະລັດ​ ​ແລະ​ເວົ້າ​ວ່າ ບັນດາ​ຜູ້​ນໍາ​ຊູ​ດານ ມີ​ຄວາມ​ຮັບຜິດຊອບ​ທີ່​ຈະ​ຕ້ອງຊ່ວຍ​ສະຫະລັດ.

ລັດຖະບານຂູ​ດານ​ໃຕ້​ເວົ້າ​ວ່າ ພວກ​ກະບົດ​ໄດ້​ຍຶດ​ເອົາ​ເມືອງ Bor ​ອັນ​ເປັນບ່ອນທີ່​ມີ​ການ​
ສູ້​ລົບ​ກັນ​ຢ່າງ​ຮຸນ​ແຮງ​ທີ່​ສຸດ ໃນຮອບ​ອາທິດ​ຜ່ານ​ມາ.

ໃນ​ວັນ​ອາທິດ​ມື້​ນີ້ ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ UN ໄດ້​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ຊູ​ດານ​ໃຕ້ ຈົ່ງ​ຊອກ​ຫາ​ວີ​ທີ​ທາງ​ການ​ເມືອງ ​ເພື່ອແກ້​ໄຂ ບັນຫາ​ຂັດ​ແຍ້​ງກັນ​ນັ້ນ​ໃຫ້​ໄດ້. ທ່ານ ພັນ ຄີ​ມູນ​ ​ເວົ້າ​ອີກ​ວ່າ ຄວາມ​ຮຸນ​ແຮງທີ່​ສືບ​ຕໍ່​ດໍາ​ເນີນ​ໄປ​ຢ່າງ​ບໍ່​ລົດ​ລະ​ນັ້ນ ​ແມ່ນຈະ​ເປັນ​ໄພຂົ່ມຂູ່​ທີ່​ອັນຕະລາຍ ຕໍ່​ອະນາ ຄົດ​ຂອງ​ປະ​ເທດທີ່​ຍັງ​ໃໝ່​ນີ້​.
XS
SM
MD
LG