ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ລົງ​ໂທດ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ​ທະ​ນາ​ຄານ ຂອງ​ມຽນ​ມາ


ແຟ້ມ - ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 18 ມັງ​ກອນ2023.
ແຟ້ມ - ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 18 ມັງ​ກອນ2023.

ສະ​ຫະ​ລັດ​ໃນ​ວັນ​ພຸດ​ວານນີ້ ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ມຽນ​ມາ​ແລະ​ທະ​ນາ​ຄານ 2 ແຫ່ງ ທີ່​ໃຊ້​ໂດຍ​ພວກ​ຜູ້​ນຳ​ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ທີ່​ປົກ​ຄອງ​ປະ​ເທດ​ຢູ່​ໃນ​ເວ​ລານີ້ ເພື່ອ​ຊື້​ອາ​ວຸດ​ ແລະ​ສິນ​ຄ້າ​ອື່ນໆ​ຈາກ​ແຫຼ່ງ​ທີ່​ມາ​ໃນ​ຕ່າງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ກອງ​ທັບ​ໄດ້​ກາງ​ຕໍ່​ແຫຼ່ງ​ທີ່​ມາ​ຈາກ​ຕ່າງ​ປະ​ເທດ ຮວມ​ທັງ​ບໍ​ລິ​ສັດ​ຣັດ​ເຊຍ​ທີ່​ຖືກ​ລົງ​ໂທດເພື່ອ​ນຳ​ເຂົ້າ​ອາ​ວຸດ ອຸບ​ປະ​ກອນ ແລະ​ວັດ​ຖຸ​ດິບ ເພື່ອ​ຜະ​ລິດ​ອາ​ວຸດ ສະ​ໜັບ​ສະ​ໜຸນ “ການ​ກົດ​ຂີ່​ທີ່​ໂຫດ​ຮ້າຍ​ທາ​ລຸນ​ຂອງ​ຕົນ.”

ວໍ​ຊິງ​ຕັນ​ໄດ້​ກ່າວ​ຫາ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ມຽ​ນ​ມາ ນຳ​ເຂົ້າ​ສິນ​ຄ້າ ​ແລະອາ​ວຸດ​ໃນ​ມູນ​ຄ່າ 1 ຕື້​ໂດ​ລາ ນັບ​ແຕ່​ມີ​ການ​ກໍ່​ລັດ​ຖະ​ປະ​ຫານໃນ​ປີ 2021 ເປັນ​ຕົ້ນ​ມາ ຊຶ່ງ​ພວກ​ທະ​ຫານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ.

ທະ​ນ​າຄານ​ລັດ​ຖະ​ວິ​ສາ​ຫະ​ກິດ ​ການ​ຄ້າ​ຕ່າງ​ປະ​ເທດ ​ຂອງ​ມຽນ​ມາ ຫຼື MFTB ແລະທະ​ນາ​ຄານ​ການ​ລົງ​ທຶນ​ ແລະ​ການ​ຄ້າ​ຂອງ​ມຽນ​ມາຫຼື MICB ​ກໍ​ໄດ້​ຖືກ​ລົງ​ໂທດ​ເຊັ່ນ​ດຽວ​ກັນ. ກະ​ຊວງ​ການ​ເງິນ​ກ່າວ​ວ່າ ຕົນ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດຕ່າງໆ​ທີ່​ມີ​ລາຍ​ໄດ້ ຮວມ​ທັງ​ບໍ​ລິ​ສັດ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດມຽນ​ມາ ຫລື MOGE ສາ​ມາດ​ເຂົ້າ​ເຖິງ​ຕະ​ຫຼາດຂອງລະ​ຫວ່າງ​ປະ​ເທດ​ໄດ້.

ທະ​ນາ​ຄານ​ເຫຼົ່າ​ນີ້ແມ່ນ​ໄດ້​ຮັບ ແລະ​ກໍ​ສົ່ງ​ເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ລັບ​ລັດ​ຖະ​ບານ​ມຽນ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG